ໃນວັນທີ 23 ກຸມພານີ້, ຢູ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ, ນະຄອນຫລວງວຽງຈັນ, ທ່ານ ບຸນຍັງວໍລະຈິດ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ,ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄົບຄະນະກໍາມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ IX ເຊິ່ງມີທ່ານ ສຈ ດຣ. ພັນດວງ ຈິດວົງສາ ກໍາມະການສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ, ປະທານສູນກາງແນວລາວສ້າງຊາດແຂວງ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ, ໂດຍທ່ານເນັ້ນໃຫ້ສູນກາງແນວລາວສ້າງຊາດແຕ່ລະຂັ້ນຕ້ອງໄດ້ເສີມຂະຫຍາຍບົດບາດເປັນຄັນທຸງເຕົ້າໂຮມຄວາມສາມັກຄີພີ່ນ້ອງຮ່ວມຊາດລາວທຸກຊົນເຜົ່າ, ທຸກຊັ້ນຄົນ, ເພດໄວບົນພື້ນຖານແຫ່ງຄວາມສາມັກຄີພາຍໃນຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ໂດຍສະເພາະຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງເປັນຕົ້ນແມ່ນຕ້ອງບຸກທະລຸໃຫ້ໄດ້ທາງດ້ານຈີນຕະນາການ, ແກ້ໄຂທັດສະນະແນວຄິດແບບຄໍາພີຕາຍຕົວ, ຮັກສາຄອງເດີມ, ຂີຄ້ານມັກງ່າຍ, ຊ້າຍຈັດຂວາໂພດ, ບຸກທະລຸທາງດ້ານລະບຽບການ, ກົນໄກເຮັດໃຫ້ການບໍລິຫານລັດ, ການຄຸ້ມຄອງເສດຖະ ກິດ-ສັງຄົມມີຄວາມສະດວກວອງໄວ ແລະ ໂປ່ງໃສ, ຕ້ອງບຸກທະລຸຢ່າງແຂງແຮງດ້ານການພັດທະນາຊັບພະຍາກອນມະນຸດໂດຍສະເພາະດ້ານການກໍ່ສ້າງ ແລະ ບໍາລຸງຍົກ
ລະດັບຄວາມຮູ້ຄວາມສາມາດໃນດ້ານຕ່າງໆຂອງພະນັກງານໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ຕ້ອງບຸກທະລຸໃຫ້ໄດ້ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍການຂຸດຄົ້ົ້ນແຫລ່ງທຶນຕ່າງໆ ແລະ ດ້ວຍນະໂຍບາຍສົ່ງເສີມເປັນພິເສດສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມຢ່າງມີຈຸດສຸມເພື່ອເປັນກໍາລັງແຮງຊຸກດັນໃຫ້ການພັດທະນາໃນຂົງເຂດອື່ນໆ. ໄປຄຽງຄູ່ກັນນີ້, ແນວລາວສ້າງຊາດຕ້ອງໄດ້ສືບຕໍ່ຢ່າງແຂງແຮງສຶກສາອົບຮົມໃຫ້ພະນັກງານມີຈີນຕະນາການຫັນປ່ຽນໃໝ່, ແກ້ໄຂທັດສະນະຄວາມຮັບຮູ້ໃໝ່, ແກໄຂແນວຄິດຄອງເດີມ,ເອົາໃຈໃສ່ເຮັດທຸກສິ່ງທຸກຢ່າງປົກປັກຮັກສາ, ຮັດແໜ້ນຄວາມສາມັກຄີປອງດອງລະຫວ່າງຊົນເຜົ່າ, ຊັ້ນຄົນ,ສາສະໜາ, ທຸກເພດໄວໄປຕາມແນວທາງນະໂຍບາຍຂອງພັກ, ສ້າງອຸດົມການຈິດໃຈຮັກຊາດ, ເອກະລາດພາຍໃຕ້ການນໍາພາຂອງພັກ, ຕ້ອງຕັ້ງໜ້າປັບປຸງແບບແຜນວິທີການເຄື່ອນໄຫວໃຫ້ໄປຕາມລັກສະນະມະຫາຊົນ, ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນ, ພ້ອມກັນນັ້ນກໍຕ້ອງປຸກລະດົມປະຊາຊົນເຂົ້າຮ່ວມໃນການປົກປັກຮັກສາເຂດນ້ຳແດນດິນ ແລະ ຄວາມສະຫງົບຮຽບຮ້ອຍໃນສັງຄົມ, ເຂົ້າຮ່ວມປະຕິບັດນະໂຍບາຍເບິ່ງແຍງຊ່ວຍເຫລືອກໍາລັງປະກອບອາວຸດ ແລະ ຄອບຄົວຂອງເຂົາເຈົ້າກໍຄືຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ການປະຕິວັດໃຫ້ດີກວ່າເກົ່າ.
No comments:
Post a Comment