ໃນວັນທີ
23 ກຸມພາຜ່ານມາ ຢູ່ເຊັນໂທລາດພ້າວ ປະເທດໄທສາຍການ ບິນແອເອເຊຍຂອງປະເທດມາເລເຊຍ ໄດ້ເປີດໂຕຜະລິດຕະພັນໃຫມ່ 2 ປະເພດ ບັດ ທີ່ມີຊື່ວ່າ :“ ບັດແອເອເຊຍພາສ
ແລະ ບັດແອເອເຊຍ ພາສພລັສ Air
Asia ASEAN Pass and AirAsia ASEAN Pass+ ໂດຍການເຂົ້າຮ່ວມ ຂອງ ປະທານຄະນະບໍລິຫານສາຍການບິນແອເອເຊຍ
ພ້ອມສື່ມວນຊົນຈາກ 10 ປະເທດ ສະມາຊິກອາຊຽນເຂົ້າຮ່ວມ .
ທ່ານ
ໂທນີ ເຟີນານເດດ ໃຫ້ຮູ້ວ່າ: ບັດແອເອເຊຍ ພາສ ແລະ ບັດແອເອເຊຍພາສພລັສ ເປັນຜະລິດຕະພັນໃຫມ່ທີ່ ໄດ້ພັດທະນາຂຶ້ນເພື່ອໃຫ້ຜູ້ໂດຍສານເດີນທາງໄປກັບໄດ້ຢ່າງກຸ້ມຄ່າ ແລະ ຍັງເປັນການສົ່ງເສີມໃຫ້ຂະແຫນງການທ່ອງທ່ຽວ ພາຍໃນປະເທດອາຊຽນ ຄື: ປະເທດ ໄທ, ມາເລເຊຍ,
ອິນໂດເນເຊຍ, ຟິລິປິນ, ສິງກະໂປ,
ຫວຽດນາມ, ລາວ, ກໍາປູເຈຍ, ມຽນມາ ແລະ ບລູໄນ ເຕີບໃຫຍ່ຂະຫຍາຍໂຕ.
ບັດດັ່ງກ່າວຈະໃຊ້ເຊື່ອມຕໍ່ກັນລະຫ່ວາງ10
ປະເທດອາຊຽນ ເພື່ອດຶງດູດຊາວຕ່າງປະເທດໃຫ້ເຂົ້າມາທ່ຽວໃນຂົງເຂດ ອາຊຽນຫລາຍຂຶ້ນ ແລະ
ເພື່ອສະເຫນີທາງເລືອກໃຫມ່ໃຫ້ແກ່ນັກທ່ອງທ່ຽວດ້ວຍລາຄາທີ່ດີກວ່າ. ຜູ້ຖືບັດດັ່ງກ່າວແມ່ນສາ ມາດເດີນທາງກັບຖ້ຽວບິນຂອງແອເອເຊຍໄດ້ທຸກໆຖ້ຽວບິນໃນລາຄາດຽວກັນທັງພາຍໃນປະເທດ
ແລະ ຕ່າງປເເທດລວມ ຫລາຍກ່ວາ 140
ເສັ້ນທາງບິນໃນ 10
ປະເທດ ອາຊຽນ.
ອີກຈຸດປະສົງຫນຶ່ງກໍເພື່ອເປັນການອໍານວຍຄວາມສະດວກໃນການເດີນທາງຖ້າມີບັດນີ້ແລ້ວຜູ້ໂດຍສານບໍ່ຈໍາເປັນຕ້ອງຫຍຸ້ງຍາກກັບອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ແຕກຕ່າງກັນ, ເພື່ອໃຫ້ຜູ້ຖືບັດນີ້ໄດ້ວາງແຜນການເດີນທາງໄດ້ຢ່າງສະດວກສະບາຍຂຶ້ນ.
ຖ້າໃຜສົນໃຈສາມາດສັ່ງຊື້ໄດ້ທີ່
www.airasia.com
ໂດຍບັດແອເອເຊຍອາຊຽນພາດລາຄາ 5,300 ບາດ
(ສະກຸນເງິນໄທ),
ຫລືປະມານ 1 ລ້ານກ່ວາກີບ ຈະມີຍອດ
10 ເຄຣດິດຈະມີອາຍຸ 30 ວັນ ( ນັບແຕ່ມື້ເດີນທາງທໍາອິດ)
ແລະ ບັດແອເອເຊຍພາສພລັສລາຄາ 9,300 ບາດ ສະກຸນເງິນໄທ ຈະມີຍອດ 20 ເຄຣດິດ, ມີອາຍຸ 60 ວັນ ໃນນີ້ ຖ້ຽວບິນທີ່ໃຊ້ ເວລາບິນນ້ອຍກ່ວ 2 ຊົ່ວໂມງຈະຄິດມູນຄ່າທີ່ 1 ເຄຣດິດ ແລະ ທ້ຽວບິນຕັ້ງແຕ່ 2 ຊົ່ວໂມງຂຶ້ນໄປຈະຄິດມູນຄ່າທີ່
3 ເຄຣດິດ ບໍ່ລວມທັງຄ່າບໍການຕ່າງໆ. ແລະ ນີ້ຈະມີອາຍຸ 1 ປີ ສາມາດແຈ້ງບ່ອນນັ່ງກ່ອນ 14 ມື້ກ່ອນມື້ເດີນ ທາງ, ບໍ່ສາມາດເດີນທາງ ຊໍ້າໃນເສັ້ນທາງເກົ່າໄດ້, ບັດ 1
ໃຊ້ໄດ້ພຽງຜູ້ດຽວ.
ຈາກການສໍາພາດ
ທ່ານ ປະທານຜູ້ບໍລິຫານຍັງໃຫ້ຮູ້ວ່າ: ປັດຈຸບັນນີ້ ສໍາລັບສາຍການບິນ
ແອເອເຊຍຢູ່ປະເທດລາວ ມີ 2 ສາຍ ຄື: ກົວລາລໍາເປີ ຫາ ນະຄອນຫລວງວຽງຈັນ ແລະ ກົວລາລໍາເປີ ຫາ ຫລວງພະບາງ ແລະ ຄາດວ່າສາຍການບິນດັ່ງກ່າວຈະເພີ່ມຖ້ຽວບິນອີກໃນໄວໆນີ້.
No comments:
Post a Comment