ຕາມບົດລາຍງານຂອງກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ມາຮອດ ປັດຈຸບັນໄດ້ອະນຸຍາດໃຫ້ບໍລິສັດຕ່າງໆ
ທັງພາຍໃນ ແລະ ຕ່າງປະເທດ້ເຂົ້າມາ ລົງທຶນໃນລາວແລ້ວ 69 ບໍລິສັດ, ມີ 107 ກິດຈະການ, ໃນນັ້ນສະ
ເພາະ 50 ບໍລິສັດແມ່ນພວມດຳເນີນການຂຸດຄົ້ນ ແລະ
ຜະລິດແຮ່ທາດແລ້ວ ເຊັ່ນ: ຄຳ, ທອງ, ຖານຫີນ, ກົວ, ເກືອກາລີ, ຫີນ ກາວ ແລະ ອື່ນໆ, ສ່ວນອີກ
19 ບໍລິສັດແມ່ນ ກຳລັງກະກຽມ ເງື່ອນໄຂຕ່າງໆ ເພື່ອຈະເຂົ້າຮ່ວມຂຸດຄົ້ນ ແລະ ຜະລິດ, ເພື່ອໃຫ້ ເຮັດໃຫ້ການຄຸ້ມຄອງກິດກະການບໍ່ແຮ່ມີຄວາມຮັດກຸມ
ແລະ ທັງເປັນການກະ ຕຸກຊຸກຍູ້ໃຫ້ບໍ່ລິສັດທີ່ມີສັດຍາ ແລ້ວ, ຮີບຮ້ອນປະຕິບັດຕາມສັນຍາ, ທາງຂະແໜງກ່ຽວຂ້ອງໄດ້ເຮັດການກວດ ກາປະ ເມີນຜົນບັນດາກິດຈະການ,
ໂດຍການນຳໃຊ້ 7 ຫຼັກການພື້ນຖານ, ເພື່ອຈັດແບ່ງປະເພດໂຄງການ, ມາຮອດປັດຈຸບັນສາມາດ ຕີລາຄາໄດ້ແລ້ວຫຼາຍ
ກວ່າ 50 ບໍລິສັດ, ສ່ວນຍັງ ເຫຼືອແມ່ນກຳລັງດຳເນີນການກວດກາເພື່ອໃຫ້ສຳເລັດຕາມແຜນ ການທີ່ວາງໄວ້.
ບົດລາຍງານໃຫ້ຮູ້ອີກວ່າ: ການຂະຫຍາຍຕົວຂອງຂະແໜງບໍ່ແຮ່ໃນສົກປີ
2011-2012 ເພື່ມຂຶ້ນ 5,999%, ສົກປີ 2012-2013 ເພີ່ມຂຶ້ນ 7,98% ແລະ ສົກປີ 2013-2014
ລວມຍອດການຜະລິດປະຕິບັດໄດ້ຫຼາຍກວ່າ13.139 ຕື້ບກີບ, ທຽບໃສ່ປີກ່ອນການຂະຫຍາຍຕົວຫຼຸດລົງ
8,76%, ຍ້ອນລາຄາແຮ່ຢູ່ຕະຫຼາດໂລກຫຼຸດລົງ, ໂດຍສະເພາະ ແມ່ນແຮ່ຄຳ, ໂປຕາດ ແລະ ແຮ່ທອງເປັນຕົ້ນ,
ພ້ອມຍັງໄດ້ຢຸດເຊົ້າການຂຸດຄົ້ນ ແຮ່ຄຳເຊໂປນ ແລະ ຖ່ານຫີນວຽງພູຄາ, ສ່ວນຜະລິດຕະພັນໃໝ່ທີ່ຈະກ້າວເຂົ້າສູ່ການຂຸດຄົ້ນແມ່ນຍັງມີໜ້ອຍ.
No comments:
Post a Comment