Ad

Ad

25 February 2015

ລາວ​ຫາລື​ການພັດທະນາຊັບພະຍາ​ກອນມະນຸດ​ໃນ​ຕໍ່ຫນ້າ



ທ່ານ ດຣ ຄຳຫລຽນ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງ ແຜນການ ແລະ ການລົງທຶນໄດ້ກ່າວໃນກອງປະຊຸມປຶກສາຫາລືກ່ຽວ ກັບປະ ຊາກອນ ແລະ ການພັດທະນາຢູ່ລາວໃນວັນທີ 23-24 ກຸມພານີ້ວ່າ: ຜົນການ ວິໄຈປະຊາກອນ ແລະ ການພັດທະນາຂອງອົງການສະຫະປະຊາຊາດກອງ ທຶນສຳລັບປະຊາກອນ( UNFPA ) ປະຈຳລາວຊີ້ໃຫ້ເຫັນວ່າ: ປະຊາກອນ ລາວມີປະມານ 6,2 ລ້ານຄົນໃນປີ 2010 ແລະ ຈະເພີ່ມຂຶ້ນຢູ່ລະຫວ່າງ 10 ລ້ານກວ່າຄົນໃນປີ 2050, ໂດຍສ່ວນຫລາຍແມ່ນໄວໜຸ່ມ. ໝາຍວ່າສັດສ່ວນຂອງປະຊາກອນ ທີ່ຢູ່ໃນກຸ່ມອາຍຸເຮັດ ວຽກຈະເພີ່ມຂຶ້ນ, ສະ ນັ້ນສິ່ງສຳຄັນຈຶ່ງແມ່ນການລົງທຶນໃສ່ການພັດທະນາຄົນໃຫ້ມີສຸຂະພາບ, ການສຶກສາ, ສີມືແຮງງານ ແລະ ມີວຽກເຮັດງານທຳທີ່ດີ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ການພັດທະນາຊັບພະຍາກອນ ມະນຸດໃຫ້ມີຄຸນນະພາບເປັນສິ່ງສຳຄັນ ເພື່ອສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນສູງ, ໂດຍສະ
ເພາະແມ່ນການເຂົ້າເປັນປະຊາຄົມອາຊຽນໃນປີ 2015 ນີ້. ປັດຈຸບັນການພັດທະນາປະເທດທີ່ຍືນຍົງແມ່ນມີຄວາມຕ້ອງ
ການປ່ຽນຈາກຊັບພະຍາກອນທຳມະຊາດເປັນການລົງທຶນຕໍ່ຊັບພະຍາກອນມະນຸດໃຫ້ເພີ່ມຂຶ້ນ, ເຊິ່ງຮຽກຮ້ອງໃຫ້ບັນ ດາກະຊວງ ແລະທ້ອງຖິ່ນຕ່າງໆ ໄດ້ເອົາບັນດາປັດໄຈສ້າງແຜນພັດທະນາກ່ຽວກັບປະຊາກອນເຂົ້າໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ5ປີເພື່ອຮັບປະກັນວ່າພວກເຮົາສາມາດຂະຫຍາຍຜົນປະໂຫຍດໃຫ້ໄດ້ຫລາຍທີ່ສຸດຈາກໂຄງສ້າງປະຊາກອນໃນປັດຈຸບັນ ແລະ ອະນາຄົດ. ເຖິງຢ່າງໃດກໍຕາມ, ຍັງມີຫລາຍສິ່ງທີ່ທ້າທ້າຍ ແລະ ຕ້ອງໄດ້ຮັບການຖືເປັນບູລິມາສິດໃນແຜນງານນີ້ບໍ່ວ່າ ການພັດທະນາການສຶກສາຂອງຄົນລາວທີ່ຍັງນຳຫລັງຫລາຍປະເທດໃນພາກພື້ນ, ການປັບປຸງຄຸນນະພາບຂອງແຮງງານ ຜ່ານການສຶກສາແລະການ​ເຝິກອົບຮົມສີມືແຮງງານ, ການແກ້ໄຂບັນຫາແຕ່ງງານກ່ອນໄວອັນຄວນເພາະມັນມີຜົນ ກະທົບຕໍ່ສຸຂະພາບຂອງແມ່ ແລະ ເດັກ, ນອກນັ້ນຍັງເຮັດໃຫ້ພວກເຂົາບໍ່ມີໂອ
ກາດທາງດ້ານການສຶກສາ, ການມີວຽກເຮັດງານທຳ ແລະ ອື່ນໆ, ເຊິ່ງລາວມີອັດຕາສ່ວນສູງທີ່ສຸດໃນອາຊຽນ, ດັ່ງນັ້ນອັນຮີບດ່ວນແມ່ນການລົງທຶນໃສ່ພັດທະນາຄົນໃຫ້ມີສຸຂະພາບ, ການສຶກສາ, ສີມືແຮງງານ ແລະ ມີວຽກເຮັດງານທຳທີ່ດີ, ລວມທັງເຂົ້າເຖິງການສຶກສາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຄົບຖ້ວນ, ຂໍ້ມູນ ແລະ ການບໍລິການທີ່ເປັນມິດຕໍ່ໄວໜຸ່ມເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ດີ ແລະ ມີຄວາມສາມາດໃນການປະກອບສ່ວນໃນການພັດທະນາສັງຄົມ ແລະ ປະເທດຊາດ.

No comments:

Post a Comment