ພາຍຫລັງ, ເກີດເຫດການມີຄົນຮ້າຍໃຊ້ປືນກະໜ່ຳຍິງໃສ່ລົດເກັງ ຍີ່ຫໍ້ບີເອັມ ດັບເບິນຢູ
(BMW) ສີດຳ ຢ່າງອຸກອາດ ຢູ່ຕໍ່ໜ້າຮ້ານອາຫານອິນແປງ
ເມືອງສີ ສັດຕະນາກ ນະຄອນຫລວງວຽງຈັນ ເມື່ອເວລາ 18:40 ໂມງຂອງຄືນວັນທີ 20 ກຸມພາຜ່ານມາ,
ໄດ້ກາຍເປັນຂ່າວທີ່ສະເທືອນຂວັນຮືຮາໃນສື່ອອນລາຍ ແລະ ສ້າງຄວາມສົນໃຈໃຫ້ສັງຄົມຫລາຍສົມ ຄວນ,
ເນື່ອງຈາກວ່າຜູ້ທີ່ເປັນເປົ້າໝາຍ ຂອງມືປືນຢູ່ໃນລົດຄັນດັ່ງກ່າວແມ່ນນັກ ທຸລະກິດໜຸ່ມຊື່ດັງຜູ້ໜຶ່ງໃນລາວ.
ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ໃນມື້ເກີດເຫດ,
ໄດ້ມີຄົນ ຮ້າຍຈຳນວນ 4 ຄົນຂີ່ລົດຈັກສອງຄັນ ມາລັດກະໜ່ຳຍິງໃສ່ລົດເກັງຄັນດັ່ງກ່າວຈຳນວນຫລາຍນັດ
ແລະ ໄດ້ຂີ່ລົດຈັກຕິດ ຕາມເພື່ອຈະຍິງຊ້ຳ, ແຕ່ຄົນຂັບລົດສາ ມາດປະຄອງຂັບລົດໜີໄປໄດ້ ແລະ ຈາກການລົງກວດຈຸດເກີດເຫດພົບສອບ ລູກປືນເຮ່ຍ
19 ສອບ ແລະ ລົດມີຮອຍຖືກ ຍິງ 7 ຈຸດ, ເຮັດໃຫ້ຜູ້ຂັບລົດຖືກຍິງເຂົ້າບ່າຂວາໜຶ່ງນັດ, ສ່ວນນັກທຸລະກິດໜຸ່ມ
ຄົນນັ້ນທີ່ນັ່ງຢູ່ເບາະດ້ານຫລັງແມ່ນ ປອດໄພ. ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງພວມເລັ່ງສືບສວນ-ສອບສວນຫາສາເຫດຍິງກັນຄັ້ງນີ້,
ເພື່ອຈັບຕົວຄົນຮ້າຍມາ ດຳເນີນຄະດີຕາມ ລະບຽບກົດໝາຍໃຫ້ໄດ້ໂດຍໄວ.
No comments:
Post a Comment