![]() |
ພາບປະກອບ |
ກົມຕຳຫລວດສາກົນ, ກະຊວງປ້ອງກັນຄວາມສະຫງົບ,ຈະເພີ່ມທະວີວຽກງານ ຕ້ານອາດຊະຍາກຳຂ້າມຊາດ ໃຫ້ແຂງ
ແຮງກວ່າເກົ່າ, ພາຍຫລັງເຫັນວ່າບັນຫາດັ່ງ ກ່າວມີລັກສະນະເພີ່ມຂຶ້ນເຊັ່ນ: ການສໍ້ໂກງຊັບ,
ປອມແປງເອກກະສານ, ຄ້າມະ ນຸດ, ການຟອກເງິນ, ຢາເສບຕິດ, ສໍ້ໂກງທາງອິນເຕີເນັດ ແລະ ຄ້າຂາຍເຖື່ອນ ຕ່າງໆ,
ເຊິ່ງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍປອດໄພ ນັບທັງ ພາຍໃນ ແລະ ພາກພື້ນຫລາຍຂຶ້ນ.
ທ່ານພັນໂທ ວິໄລວັນ ບຸດດາຄຳ ຫົວໜ້າກົມຕຳຫລວດສາກົນ
ກ່າວໃນກອງປະຊຸມສະຫລຸບວຽກງານປະຈຳປີຜ່ານ ມາເມື່ອບໍ່ດົນນີ້ ວ່າ: ປີ 2014 ມີຄະດີອາດຊະຍາກຳຂ້າມຊາດເກີດຂຶ້ນທັງໝົດ
35 ກໍລະນີ, ສາມາດແກ້ໄຂໄດ້ 15 ກໍລະ ນີ, ໄດ້ແຈ້ງຕຳຫລວດສາກົນປະເທດຕ່າງໆ 20 ກໍລະນີ, ແນວໃດກໍຕາມໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້ປະເທດເຮົາ
ກໍຈະກ້າວເຂົ້າເປັນປະຊາຄົມອາຊຽນ ກໍຍິ່ງຈະເຮັດໃຫ້ມີການເຊື່ອມໂຍງກັບນາໆປະເທດຫລາຍຂຶ້ນ ແລະ
ຍິ່ງຈະເຮັດໃຫ້ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວກໍ່ອາດສະຍາກຳຂ້າມຊາດຫລາຍຂຶ້ນໂດຍສະເພາະແມ່ນບັນຫາການຟອກເງິນ,
ການໂຈນລະ ກຳທາງດ້ານໄອທີ-ເອເລັກໂຕຣນິກ, ຢາເສບຕິດ, ຄ້າຂາຍເຖື່ອນ ແລະ ການຄ້າມະນຸດເຫລົ່ານີ້ເປັນຕົ້ນ,
ສະນັ້ນ, ໜ່ວຍ ງານຕຳຫລວດກ່ຽວຂ້ອງຈະຕ້ອງໄດ້ເພີ່ມທະວີສະກັດກັ້ນ ແລະ ຕ້ານຕໍ່ຂະບວນການອັນບໍ່ດີດັ່ງກ່າວຢ່າງທັນການໂດຍ
ສະເພາະຍົກສູງການຮ່ວມມືກັບບັນດາກົມກອງວິຊາສະເພາະ ເປັນຕົ້ນ:ຕຳຫລວດສືບຂ່າວ, ສືບສວນ-ສອບສວນ,
ກວດຄົນເຂົ້າ-ອອກເມືອງ, ຕ້ານການຄ້າມະນຸດ, ເສດຖະກິດ ແລະ ຕຳຫລວດສາກົນ ແລະ ອາຊຽນ, ນອກຈາກນີ້,
ຕ້ອງນຳໃຊ້ເຄື່ອງມືສະໜອງຂໍ້ມູນຂ່າວສານທີ່ທັນສະໄໝ ເພື່ອສາມາດຕ້ານກັບການກໍ່ອາດສະຍາກຳທາງຄອມພິວເຕີໃຫ້ມີ
ປະສິດພາບດີຂຶ້ນ.
ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້, ສຳນັກງານກວດຄົນເຂົ້າເມືອງ
ແລະ ກອງບັງຄັບການກວດຄົນເຂົ້າເມືອງ 4 ແຫ່ງ ຣາຊະອານາຈັກໄທ ກໍໄດ້ເລັ່ງໃຫ້ເຂັ້ມງວດ ແລະ
ຄັດກອງບຸກຄົນຕ່າງຊາດກຸ່ມສ່ຽງທີ່ອາດຕົກເປັນເຫຍື່ອຂອງຂະບວນ ການຄ້າມະນຸດທີ່ບໍລິເວນຂາເຂົ້າຂົວມິດຕະພາບ
2 (ສະຫວັນນະເຂດ-ມຸກດາຫານ) ເຊິ່ງຖ້າກວດພົບກຸ່ມສ່ຽງເຈົ້າໜ້າ ທີ່ກວດຄົນເຂົ້າເມືອງຈະດຳເນີນການປະຕິເສດການເຂົ້າເມືອງ
ແລະ ຈັດສົ່ງບຸກຄົນດັ່ງກ່າວກັບປະເທດຕົ້ນທາງທັນທີ.
No comments:
Post a Comment