ປັດຈຸບັນເຂດເສດຖະກິດພິເສດສະຫວັນ-ເຊໂນ, ພວມເປັນເຂດທີ່ ມີການລົງທຶນດ້ວຍບັນຍາກາດຄືກຄື້ນທີ່ສຸດຢູ່ໃນລາວ,
ພາຍຫລັງມີນັກລົງທຶນ ແລະ ບັນດາບໍລິສັດຊື່ດັ່ງເຂົ້າໄປລົງທຶນສ້າງຕັ້ງໂຮງຈັກໂຮງງານຜະລິດສີນຄ້າ
ຕ່າງໆເປັນຈຳ ນວນຫລາຍ.
ທ່ານຫົວໜ້າເຂດເສດຖະກິດສະຫວັນ-ເຊໂນ ບົວຄຳ ສີສຸລາດ
ກ່າວວ່າ: ປັດຈຸບັນການພັດທະນາຢູ່ໃນເຂດເສດຖະ ກິດແຫ່ງນີ້ພວມມີບັນຍາກາດດີ, ໃນນັ້ນ ຈຸດເອ(A)
ໄດ້ສຳເລັດການກໍ່ສ້າງສຳນັກງານຫ້ອງການຄຸ້ມຄອງເຂດ ແລະ ມີບໍ ລິສັດສະຫວັນໂລບໍລິການທ່ອງທ່ຽວ
ພວມດຳເ ນີນການກໍ່ສ້າງອາຄານ 3 ຫລັງໃນພື້ນທີ່ 2 ເຮັກຕາ, ຈຸດບີ(B) ໄດ້ສ ຳເລັດການສ້າງເສັ້ນທາງດີນແດງຍາວ
650 ແມັດ, ດຶງຕາ ຂ່າຍໄຟຟ້າ, ນ້ຳປະປາ ແລະ ສ້າງຫ້ອງການບໍລິການປະຕູດຽວ ແລະ ມີບໍລິສັດ ນິກອນ
ລາວ ( NIKON LAO) ຈາກປະ ເທດຍີ່ປຸ່ນລົງທຶນສ້າງໂຮງງານຜະລິດກ້ອງຖ່າຍຮູບນິກອນ, ເຊິ່ງໄດ້ເລີ່ມດຳເນີນການຜະລິດແຕ່ທ້າຍປີ
2013, ມີບໍລິສັດ ໂກໂຍ (KOYO) ສ້າງໂຮງງານຜະລິດຊິ້ນສ່ວນກ້ອງຖ່າຍ ຮູບສະໜອງໃຫ້ບໍລິສັດ ນິກອນລາວ,
ສຳລັບຈຸດຊີ (C) ແມ່ນ
ມີການລົງທຶນສ້າງໂຮງງານ ແລະ ບໍລິສັດຫລາຍກວ່າ 10 ແຫ່ງ, ໃນນັ້ນມີບໍລິສັດ
ໂຕໂຍຕາ ບູໂຊກຸ ຂອງຍີ່ປຸ່ນ ຜະລິດສີ້ນ ສ່ວນອາໄຫລ່ລົດໂຕໂຍຕາ ແລະ ບໍລິສັດ ເອສຊີລໍ, ເຊິ່ງເປັນບໍລິສັດຜະລິດແວ່ນຕາທີ່ມີຊື່ສຽງຈາກປະເທດຝຣັ່ງ,
ສ່ວນຈຸດດີ (D) ມີບໍລິສັດສະຫວັນບໍລິການຫ້ອງພັກຈຳກັດ ແລະ ບໍລິສັດ ປາຊີຟິກ ສະຕຣີມ ດີວີລົບເມັນກໍພວມລົງທຶນດຳເນີນການ ກໍ່ສ້າງອາຄານຫໍພັກຮອງຮັບບັນດາພະນັກງານ ແລະ ກຳມະກອນ ທີ່ເຂົ້າມາເຮັດວຽກໃນເຂດເສດຖະກິດດັ່ງກ່າວ ຈຳນວນຫລາຍຫລັງ
ແລະ ມີບໍລິສັດ ອາເດີລັງຈາກປະ ເທດຍີ່ປຸ່ນກໍພວມສ້າງສູນຫັດຖະກຳຖັກພົມທຽມ, ເຊິ່ງໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນເປັນຈຳນວນ
ຫລາຍ ແລະ ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແລະ ສາມາດແກ້ໄຂຄວາມທຸກຍາກ
ຂອງປະຊາຊົນລົງເທື່ອລະກ້າວ.
ທ່ານຫົວໜ້າເຂດເສດຖະກິດແຫ່ງນີ້ ໃຫ້ຮູ້ວ່າ: ສຳລັບການຊົດເຊີຍ
ແລະ ຍົກຍ້າຍປະຊາຊົນອອກຈາກພື້ນທີ່ພັດທະ ນາເຂດນັ້ນ, ແມ່ນສາມາດຍົກຍ້າຍປະຊາຊົນອອກຈາກພື້ນທີ່ແລ້ວ
76 ຄອບຄົວ, ເທົ່າກັບ 74%, ຂອງຈຳນວນປະ ຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ, ເຊິ່ງການແກ້ໄຂແມ່ນປະຕິບັດຕາມແນວທາງນະໂຍບາຍ
ແລະ ລະບຽບກົດໝາຍຂອງລັດ ຢ່າງສົມເຫດສົມຜົນ.
No comments:
Post a Comment