ໂດຍຕອບສະໜອງຕາມການເຊີນຂອງລັດຖະບານຍີ່ປຸ່ນ, ພະນະທ່ານ ທອງສິງ
ທຳມະວົງ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມປະເທດຍີ່ປຸ່ນຢ່າງເປັນທາງການໃນລະຫວ່າງວັນທີ
4-7 ມີນານີ້, ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດຄົບຮອບ
60 ປີ.
ຕາມການລາຍງານຂອງກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:
ສປປ ລາວ ແລະ ຍີ່ປຸ່ນ, ໄດ້ສ້າງຕັ້ງສາຍພົວພັນການ ທູດໃນວັນທີ 5 ມີນາ 1955, ຫລັງຈາກນັ້ນ
ຍີ່ປຸ່ນໄດ້ສ້າງຕັ້ງສະຖານທູດຂອງຕົນຢູ່ລາວໃນວັນທີ 17 ກັນຍາ 1955 ແລະ ລາວກໍໄດ້ຕັ້ງສະຖານທູດຂອງລາວຢູ່ນະຄອນຫລວງໂຕກຽວໃນເດືອນຕຸລາ
1956. ຕະຫລອດ 60 ປີ ແຫ່ງການ ພົວພັນລະຫວ່າງລາວ-ຍີ່ປຸ່ນ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆໃນຫລາຍດ້ານ
ລວມທັງການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ກໍຄືດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ,
ການທ່ອງທ່ຽວ, ການສຶກສາ, ສາທາລະນະ ສຸກ, ວັດທະນະທຳ ແລະ ຂົງເຂດອື່ນໆ, ລວມທັງສົມທົບກັນເຄື່ອນໄຫວເພື່ອສັນຕິພາບ
ແລະ ຄວາມປອດໄພໃນຂົງເຂດ ກໍຄືຢູ່ໃນໂລກ. ໃນປີ 2010 ຜູ້ນຳສອງປະເທດໄດ້ຍົກລະດັບການຮ່ວມມືເປັນປະເທດຄູ່ຮ່ວມມຶຮອບດ້ານເພື່ອສັນຕິ
ພາບອັນຍາວນານ ແລະ ຄວາມວັດທະນາຖາວອນຂອງຂົງເຂດ. ຍີ່ປຸ່ນເປັນປະເທດອັນດັບໜຶ່ງທີ່ໃຫ້ການຊ່ວຍເຫລືອ
ລ້າແກ່ລາວໂດຍຍຶດຖືຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ, ນັບແຕ່ປີ 1965 ຍີ່ປຸ່ນໄດ້ສົ່ງອາສາສະໝັກຂອງ
ຕົນມາ ປະເທດລາວ, ເປັນປະເທດທຳອິດທີ່ຍີ່ປຸ່ນໄດ້ສົ່ງອາສາສະໝັກຕົນເອງໄປຊ່ວຍເຫລືອຢູ່ຕ່າງປະເທດ,
ພາຍຫລັງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນທັນວາ 1975, ການພົວພັນລະຫວ່າງລາວ-ຍີ່ປຸ່ນ
ໄດ້ກ້າວສູ່ໄລຍະໃໝ່, ໂດຍສະ ເພາະເລີ່ມແຕ່ປີ 1986 ເປັນຕົ້ນມາ, ລັດຖະບານລາວໄດ້ດຳເນີນນະໂຍບາຍເປີດກວ້າງການພົວພັນກັບຕ່າງປະເທດ.
ຈາກນະໂຍບາຍດັ່ງກ່າວການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດລາວ-ຍີ່ປຸ່ນ ໄດ້ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ
ແລະ ມີຄວາມເຂົ້າອົກເຂົ້າໃຈກັນຫລາຍຂຶ້ນ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ
ລວມທັງຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ອັນເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະ
ນາເສດຖະກິດ-ສັງຄົມຂອງສອງປະເທດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
No comments:
Post a Comment