![]() |
ພາບປະກອບ |
ຢູ່ໃນນະຄອນຫຼວງວຽງຈັນຂະນະນີ້ ມີຫຼາຍຈຸດສ້າງແລ້ວ ເກີດມີສິ່ງກີດຂວາງການໄປມາຂອງຍານພາຫານະ, ກໍໃຫ້ ເກີດ ສະພາບລົດຕິດຍາວຢຽດຢູ່ຕະຫຼອດເວລາ
ເປັນຕົ້ນ: ຕະ ຫຼາດຂົວດິນ, ນອກຈາກການວາງສິນຄ້າຂາຍຊະຊາຍ ຕາມລະ ບຽງທາງຢ່າງແລ້ວ ຍັງອານຸຍາດໃຫ້ຜູ້ ປະກອບການ ຝາກລົດຕື່ມອີກ ໂດຍບໍ່ຫົວຊາຕໍ່ການທັກທ້ວງຂອງຜູ້ຂັບຂີ່ ແລະ ຜູ້ຄົນ ທີ່ສັນຈອນໄປມາ ເຊັ່ນດຽວກັບຕະຫຼາດທົ່ງຂັນຄໍາພາຍຫຼັງສ່ວນໜຶ່ງຖືກອັກຄີໄຟເຜົາຜານເສຍຫາຍ ນັບເປັນຈໍານວນບໍ່ ໜ້ອຍ. ສ່ວນທີ່ຍັງເຫຼືອ ຜູ້ຮັບສໍາປະທານ ໄດ້ສ້ອມແປງຄືນ ແລະ ຂະຫຍາຍອອກຕື່ມຈໍານວນໜຶ່ງ, ດ້ວຍການວາງໂຕະຂາຍເຄື່ອງ ປະປົນກັບບ່ອນຝາກລົດ, ຍິ່ງເກີດຄວາມສັບສົນ ແລະ ແອ້ອັດ ໃນ
ແຕ່ລະເຊົ້າຈະມີລົດຕິດອັ່ງຢູ່ໃນຕະຫຼາດແຫ່ງນີ້ ຢ່າງຫຼວງ
ຫຼາຍ ຄືກັນກັບຕະຫຼາດໂພນຕ້ອງສະຫວ່າງ(ຄ້ອຍສະຖານີໄຟຟ້າ) ກໍເກີດມີສະພາບລົດຕິດອັ່ງອໍຕະຫຼອດເວລາໂດຍສະເພາະ ຈຸດທາງເຂົ້າຕະຫຼາດຍ້ອນ
ຂາດການຄໍານຶງເຖິງບັນຫາສະພາບເວດລ້ອມ ພ້ອມຍັງສ້າງຄວາມເປີເປື້ອນຍ້ອນຄອງລະບາຍນໍ້າບໍ່ຮັບປະກັນ. ແຕ່ລະເຊົ້າຈະມີລົດຕິດອັ່ງຢູ່ໃນຕະຫຼາດແຫ່ງນີ້ ຢ່າງຫຼວງ
ສິ່ງທີ່ເປັນຫ່ວງອີກອັນໜຶ່ງແມ່ນການປັບປຸງຕະຫຼາດຫ້ວຍຫົງ ໄດ້ຖືກຕໍ່ເຕີມອອກມາໃກ້ເສັ້ນທາງໃຫຍ່ ເຊິ່ີງເຂດດັ່ງ ກ່າວແມ່ນເປັນທາງໂຄ້ງ ແລະ ຕິດກັບທາງຮ່ອມ ນອກຈາກຈະກິດຂວາງການສັນຈອນຂອງຍານພາຫະນະແລ້ວ, ຍັງສ່ຽງ ຕໍ່ການເກີດອຸປະຕິເຫດ
ແລະ ຂະນະດຽວກັນຕະຫຼາດແຫ່ງໃໝ່ ລະຫວ່າງບ້ານດົງປາແຫຼບ-ໜອງທາ ພວມສຸມໃສ່ການກໍ່ສ້າງຄາດວ່າຈະເລີ່ມເປີດໃຫ້ບໍລິການໃນມໍ່ໆນີ້ ຈະເປັນຕົວແບບທີ່ເດັ່ນ ໃນການຈັດສັນໃຫ້ເຂົ້າສູ່ລະບຽບ, ເພາະເປັນຕະຫຼາດຕັ້ງຢູ່ຫ່າງຈາກຊຸມຊົນແອອັດ ແລະ ມີເງື່ອນໄຂສະດວກໃຫ້ແກ່ລະບົບການກໍ່ສ້າງໂຄງລ່າງ. ມີຄອງລະບາຍນໍ້າທີ່ຮັບປະກັນ, ມີສະຖານທີ່ຈອດລົດກວ້າງຂວາງອີກດ້ວຍ.
No comments:
Post a Comment