Ad

Ad

26 February 2015

ທະນາຄານຮ່ວມພັດທະນາມອບເງິນ 30 ລ້ານ ໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍຈາກອັກຄີໄພຢູ່ບ້ານດົງປ່າລານທົ່ງ



     ມາຮອດປັດຈຸບັນກໍມີຫລາຍພາກສ່ວນໄດ້ໃຫ້ຄວາມຊ່ວຍເຫລືອຄອບຄົວຜູ້ຖືກ ເຄາະຮ້າຍຈາກເຫດໄຟໄໝ້, ໃນຄືນ ວັນທີ 2 ກຸມພາຜ່ານມາ, ຢູ່ບ້ານດົງປ່າລານທົ່ງ ເມືອງສີ ສັດຕະນາກ ນະຄອນຫລວງວຽງຈັນ ອັນໄດ້ສ້າງຄວາມເສຍຫາຍ ເປັນຈຳ ນວນບໍ່ໜ້ອຍໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ, ໃນວັນທີ 25 ກຸມພານີ້, ທ່ານ ວິໄລ ສີພະພອນ ຮອງອຳ ນວຍການທະນາຄານຮ່ວມພັດທະ ນາ,ໄດ້ລົງໄປ ໃຫ້ຄວາມອົບອຸ່ນ ແລະ ມອບເງິນຈຳນວນ 30 ລ້ານກີບ ໃຫ້ແກ່ຄອບ ຄົວຜູ້ຖືກ ເຄາະຮ້າຍຈາກເຫດການໄຟໄໝ້ດັ່ງກ່າວ.
     ປ້າຈັນເພັງ ໜຶ່ງໃນຄອບຄົວທີ່ຖືກເຄາະຮ້າຍໄດ້ກ່າວຂອບໃຈມາຍັງທຸກພາກສ່ວນທີ່ມີຈິດໃຈສັດທາໃຫ້ການຊ່ວຍ ເຫລືອໃນແຕ່ລະຄັ້ງຜ່ານມາ, ອັນໄດ້ຊ່ວຍບັນເທົາທຸກໃນເບື້ອງຕົ້ນ ແລະ ສ້າງເງື່ອນໄຂໃຫ້ແກ່ຄອບຄົວຜູ້ປະ ສົບເຄາະ ຮ້າຍດັ່ງກ່າວໄດ້ຮັບການຟື້ນຟູຊີວິດໃໝ່ຂອງຕົນໄດ້ໂດຍໄວ.
     ທ່ານນາຍບ້ານ ບ້ານດົງປ່າລານທົ່ງ ກ່າວວ່າ: ສຳລັບ ຜູ້ທີ່ມີຈິດໃຈສັດທາຢາກຊ່ວຍເຫລືອຜູ້ປະສົບ ເຄາະຮ້າຍດັ່ງ ກ່າວແມ່ນສາມາດພົວພັນໄປຫ້ອງການບ້ານດົງປ່າລານທົ່ງໂດຍກົງ ຫລື ຈະຕິດຕໍ່ໄປທີ່ເບີ ໂທ 020 5561 6744, 020 9771 2698 ໄດ້ທຸກເວລາ.

No comments:

Post a Comment