Ad

Ad

26 February 2015

ລົດຕູ້ແຫກໂຄ້ງລົງເຫວ ເຂດເມືອງຍອດອູ ເສຍຊີວິດ 5 ຄົນ



     ເຈົ້າໜ້າທີ່ຈະລາຈອນ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໃນເວລາປະມານ 9:10 ໂມງ ຂອງວັນທີ 24 ກຸມພານີ້, ຢູ່ເຂດພູ ຕ່າຊັນ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ເກີດ ເຫດລົດຕູ້ໝາຍເລກທະບຽນ ກກ 1994 ກຳແພງນະຄອນ, ເຊິ່ງເປັນລົດ ຂອງທ້າວ ຄຳ ແສງ ອາຍຸ 63 ປີ, ໄດ້ແລ່ນມາແຕ່ເມືອງຍອດອູ ມຸ້ງໜ້າໄປ ເມືອງບຸນເໜືອ ແຂວງຜົ້ງສາລີ  ພໍມາຮອດ ຈຸດເກີດເຫດຊຶ່ງ ເປັນ ທາງໂຄ້ງ ແລະ ຄ້ອຍຊັນກັນດານ ຈຶ່ງ ເຮັດໃຫ້ລົດຄັນດັ່ງກ່າວເສຍຫລັກແຫກໂຄ້ງລົງເຫວ ເລິກປະ ມານ 500 ກວ່າແມັດ ສົ່ງຜົນໃຫ້ມີຄົນນັ່ງມາ ໃນລົດ 5 ຄົນເສຍຊີວິດທັງໝົດຄື: ທ້າວ ຄຳແສງ, ອາຍຸ 63 ປີ ເປັນຜູ້ຂັບ ລົດຄັນດັ່ງກ່າວ, ທ້າວ ແກ້ວ ວີ ສຸດ ອາຍຸ 26 ປີ, ທ້າວ ແສງຄຳ ເລົາໂລ, ອາຍຸ 36 ປີ  ແລະ ທ້າວ ຄຳແກ້ວ ເລົາເຊີນ ທັງສອງເປັນຕຳຫລວດ ຢູ່ ປກສ ແຂວງຜົ້ງສາລີ ແລະ ນາງ ທິບ ອາຍຸ 22 ປີ, ຢູ່ບ້ານພູແຄວ ເມືອງໄຊ ແຂວງອຸດົມໄຊ ປັດຈຸບັນເຈົ້າໜ້າທີ່ພວສືບສວນ- ສອບ ສວນຫາສາເຫດທີ່ແທ້ຈິງ.

No comments:

Post a Comment