Ad

Ad

26 February 2015

ລາວຈະເຂັ້ມງວດກຳຈັດອາວຸດເຖື່ອນ



ພາບປະກອບ
     ປັດຈຸບັນຢູ່ໃນສັງຄົມເຮົາ ໄດ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນເປັນ ຈຳນວນບໍ່ໜ້ອຍ, ມີຫລາຍຄັ້ງ ເຖິງຂັ້ນ ລົງມືຂ້າຟັນລັນແທງກັນ ແລະ ຮ້າຍແຮງ ໄປກວ່ານັ້ນຍັງມີການໃຊ້ອາວຸດປືນໄລ່ລ່າຍິງກັນຢູ່ຕາມສະຖານທີ່ຕ່າງໆຢ່າງ ໂຫດ ຮ້າຍເປັນການທ້າທາຍຕໍ່ລະບຽບກົດໝາຍບ້ານເມືອງ. ດັ່ງນັ້ນ ລັດຈະຕ້ອງໄດ້ສຸມ ໃສ່ກຳຈັດພວກທີ່ໃຊ້ອາວຸດ ເຖື່ອນບໍ່ໄດ້ຮັບອະນຸຍາດການຄອບຄອງ ຖືກຕ້ອງ ຕາມກົດໝາຍໄດ້ຢ່າງເຂັ້ມງວດ.
     ຕໍ່ກັບບັນຫາດັ່ງກ່າວ ທ່ານ ພັນໂທ ສຸລິວັນ ລາດຊະວົງ ຮອງຫ້ອງຕຳຫລວດ ຫົວໜ້າພະແນກສຶບ ສວນ-ສອບສວນ ນະຄອນຫລວງວຽງຈັນ ໄດ້ໃຫ້ຂໍ້ຄິດເຫັນ ວ່າ: ໃນຫລາຍປີກ່ອນການໃຊ້ອາວຸດ ເຖື່ອນກໍອາດສະຍາກຳ ຢູ່ບ້ານເມືອງເຮົາ ແມ່ນມີໜ້ອຍແຕ່ພໍຕົກມາຮອດກາງ ປີ 2014 ເຫັນວ່າການໃຊ້ອາວຸດ ເຖື່ອນຂອງ ກຸ່ມຄົນບໍ່ດີ ໄດ້ເກີດມີຂຶ້ນຢ່າງຕໍ່ເນື່ອງ, ໂດຍສ່ວນໃຫຍ່ແມ່ນກຸ່ມໄວໜຸ່ມ, ນັກເລງອັນຕະພານພາກັນມົ້ວສຸມ, ດື່ມເຫລົ້າເມົາ ສຸລາ, ເສບສິ່ງເສບຕິດ ແລ້ວກໍການ ອາລະວາດ, ຜິດຖຽງໄລ່ລ່າຍິງກັນຈົນເຖິງຂັ້ນເສຍຊີວິດ ຄືດັ່ງທີ່ເປັນຂ່າວມາໃນປັດຈຸບັນ
ເຊິ່ງຄົນຈຳນວນນີ້, ສ່ວນໜື່ງກໍ ແມ່ນນອນຢູ່ໃນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ ແລະ ຈຳນວນໜຶ່ງກໍເອົາຕົວລົບໜີ ຄວາມຜິດທີ່ຕົນກໍຂຶ້ນ, ເຊິ່ງອາວຸດ ສ່ວນຫລາຍທີ່ພວກເຂົາເຈົ້ານຳມາໃຊ້ ແມ່ນເປັນອາວຸດເຖື່ອນທີ່ຊື້ມາຈາກປະເທດ ເພື່ອນບ້ານ​ໃກ້ຄຽງ ແລະ ອີກຈຳນວນ ໜຶ່ງກໍເປັນອາວຸດທີ່ນຳມາຈາກການຂີ້ລັກງັດແງະ ແລະ ເປັນອາວຸດທີ່ລັກລອບ ເອົາຂອງພໍ່ແມ່ຜູ້ປົກຄອງໄປນຳໃຊ້ ເພື່ອໄລ່ ລ່າຂ້າຍິງກັນຢ່າງປ່າເຖື່ອນ.
     ທ່ານຫົວໜ້າພະແນກສຶບສວນ-ສອບສວນ ເວົ້າວ່າ: ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ກ່າວມາຂ້າງເທິງ ໃຫ້ບ້ານ ເມືອງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍກ່ອນອື່ນໝົດແມ່ນທຸກຄົນຢູ່ໃນສັງຄົມຕ້ອງເປັນຫູເປັນຕາ ສອດສ່ອງ ເບິ່ງແຍງ, ຕິດຕາມເບິ່ງການເຄື່ອນໄຫວ, ປະພຶດໃນສິ່ງບໍ່ດີຂອງພວກກຸ່ມຄົນຮ້າຍ, ໃນນີ້ ສິ່ງສຳຄັນ ພໍ່ແມ່ ຜູ້ປົກຄອງເດັກ ທີ່ມີອາວຸດຢູ່ໃນຄອບຄອງຖືກຕ້ອງຕາມກົດໝາຍກໍຕ້ອງໄດ້ລະມັດລະວັງບໍ່ອະນຸຍາດເອົາອາວຸດໃຫ້ຄົນອື່ນ ໄປນຳໃຊ້ໃນ ທາງບໍ່ດີຢ່າງເດັດຂາດ, ອັນຈະເປັນການສ້າງໂທດໃຫ້ກັບຕົນເອງ ແລະ ຄອບຄົວຄືດັ່ງທີ່ເປັນມາແລ້ວ ແລະ ຮ້າຍແຮງໄປ ກວ່ານັ້ນຜູ້ປົກຄອງບາງຄົນທີ່ມີອາວຸດຖືກຕ້ອງຕາມກົດໝາຍໄດ້ເອົາໃຫ້ລູກຫລານ ຂອງຕົນນຳໄປ ໃຊ້ກໍເຫດເມື່ອເກີດມີ ຄະດີຕາມມາຜູ້ປົກຄອງຊ້ຳພັດມີການປິດອຳ, ຊຸກເຊື່ອງປົກປ້ອງຜູ້ກະທຳຜິດຢ່າງໄຮ້ເຫດຜົນ.
ດັ່ງນັ້ນພົນລະເມືອງລາວທຸກຄົນຕ້ອງຍົກສູງສະຕິລະວັງຕົວ,ເປັນເຈົ້າການຕິດຕາມການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີທີ່ກໍຄວາມບໍ່ສະຫງົບໃຫ້ກັບບ້ານເມືອງເພື່ອມີວິທີການສະກັດກັ້ນໃຫ້ຫລຸດໜ້ອຍຖອຍລົງເພື່ອຄວາມສະຫງົບສຸກຂອງບ້ານເມືອງ.

No comments:

Post a Comment