Ad

Ad

26 February 2015

ຈົ່ງເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ຕິດພັນກັບການກະກຽມປູກໄມ້ໃຫ້ມີຜົນ



          ປ່າ​ໄມ້ ​ແມ່ນ​ຊັບພະຍາກອນ​ທຳະ​ຊາດ​ອັນ​ລ້ຳຄ່າ​ທີ່​ມີ​ລະບົບ​ນິ​ເວດ​ສະ​ເພາະ ​ແລະ ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ເຊິ່ງຍາມ​ໃດ ພັກ-ລັດຖະບານ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ກໍ​ຖື​ເປັນ​ແຫ​ລ່ງ​ເສດຖະ ກິດ​ສຳຄັນ​ຂອງ​ປະ​ເທດ ​ໂດຍ​ໄດ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ຢ່າງ​ມີ​ແຜນການ ຕິດ​ພັນ​ກັບ​ການ​ສຶກສາ​ອົບຮົມ​ເຜີຍ​ແຜ່​ນິຕິ​ກຳ​ກ່ຽວຂ້ອງ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ ​ແລະ ​ເຂົ້າຮ່ວມ​ຢ່າງ​ເປັນ​ຂະ​ບວນ. ​ແຕ່​ຄຽງ​ຄູ່​ກັນນັ້ນ, ກໍ​ຍັງ​ສັງ​ເກດ​ເຫັນ​ວ່າ: ການ​ກຳນົດ​​ເຂດ​ຟື້ນຟູ​ປ່າ, ການ​ປ້ອງ​ກັນ​ໄຟ​ລາມ​ປ່າ, ການ​ຕັດ​ໄມ້​ທຳ​ລາຍ​ປ່າແລະ ການ​ສົ່ງ​ເສີມ​ເຕັກນິກ-ວິຊາ​ການ​ດ້ານ​​ແກ່ນ​ພັນ​ໄມ້ ບໍ່​ທັນ​ເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໄດ້​ດີ​ເທົ່າ​ທີ່​ຄວນດັ່ງນັ້ນລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ຈຶ່ງໄດ້ ອອກ​ຄຳ​ສັ່ງເລກທີ 0334 , ລົງວັນທີ 14 ກຸມພາ 2015 ,ເຖິງບັນດາຫົວໜ້າ ຫ້ອງການ, ກົມ, ພະແນກກະ ສິກຳແລະປ່າໄມ້ແຂວງ, ນະຄອນຫຼວງ ແລະ ບັນດາສະຖາບັນອ້ອມຂ້າງກະຊວງກະສິກຳ ແລະປ່າໄມ້, ຈົ່ງເພີ່ມທະວີການ ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ, ຕິດພັນກັບການກະກຽມຜະລິດເບ້ຍໄມ້, ປູກ ໄມ້ ແລະ ພື້ນຟູປ່າໃນສົກປີ 2014-2015ໃຫ້ໄດ້ຮັບຜົນຄື:

1. ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າໃນ​ເຂດ​ປ່າ​ຜະລິດ, ປ່າ​ປູກ ​ແລະ ປ່ານ​ອກ ສາມ​ປະ​ເພດ: ​ໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ ​ແລະ ນະຄອນຫລວງ ຄົ້ນຄວ້າ ​ແລະ ນຳ​ສະ​ເໜີ​ອົງການ​ປົກຄອງ​ແຂວງ, ນະຄອນຫລວງ ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ຊີ້ນຳ​ລວມ ​ເຊິ່ງປະກອບ​ດ້ວຍ​ທ່ານ​ຮອງ​ເຈົ້າ​ແຂວງ, ຮອງ​ເຈົ້າຄອງ​ນະຄອນ ​ເປັນ​ປະທານ, ມີ​ບັນດາ​ພະ​ແນ​ກການ​ກ່ຽວຂ້ອງ​ຂັ້ນ​ແຂວງ ປະກອບ​ເປັນ​ຄະນະ ​ເພື່ອ​ເຮັດ​ໜ້າ​ທີ່​ເຜີຍ​ແຜ່​ແນະນຳ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ; ວິທີ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ​ໃຫ້​ຈັດຕັ້ງປະ ຕິບັດ​ດັ່ງນີ້: ​ເຂດ​ປ່າ​ຜະລິດ, ປ່າ​ປູກ ​ແລະ ປ່ານ​ອກສາມ​ປະ​ເພດ ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ໃນ ​ແລະ ຢູ່​ນອກ ​ເຊິ່ງຕິດ​ພັນ​ກັບ​ການ​ທຳ​ມາ​ຫາ​ກິນ, ທ່ອງ​ທ່ຽວ ​ແລະ ອື່ນໆ ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມງວດ​ເຊັ່ນ: ການ​ກໍ່​ກອງ​ໄຟ ຫລື ດັງ​ໄຟ ຕ້ອງ​ດັງ​ໃນ​ບໍລິ​ເວນ​ທີ່​ບໍ່​ມີ​ປ່າ​ໄມ້ (ບ່ອນ​​ແປນ​ ຫລື ດານ​ຫີນ), ຖ້າ​ບໍ່​ມີ​ຕ້ອງ​ຖາງ​ອ້ອມ​ຮອບ​ບໍລິ​ເວນ​ກອງ​ໄຟ ​ແລະ ກ່ອນ​ຈະ​ຍ້າຍ​ໜີ​ຕ້ອງ​ມອດ​ໄຟ​ໃຫ້​ດັບ​ເສຍ​ກ່ອນ, ການຖິ້ມກິດ​ກອກຢາ​ຕ້ອງ​ໄດ້​ມອດ​ເສຍ​ກ່ອນ ​ແລະ ຫ້າມ​ຈູດ​ປ່າ​ຫຍ້າ ຫລື ອູດ​ຕົ້ນ​ໄມ້​ເພື່ອ​ລ່າ​ສັດ ຫລື ຈຸດປະສົງ​ອື່ນ​ຢ່າງ​ເດັດຂາດ; ສວນ​ປູກ​ໄມ້​ຂອງ​ບຸກຄົນ, ນິຕິບຸກຄົນ ​ແລະ ການ ຈັດຕັ້ງລັດ ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ເຈົ້າການ​ໃນ​ການ​ສ້າງ​ແລວ​ປ້ອງ​ກັນ​ໄຟ​ລາມ​ມາ​ໄດ້​ງ່າຍ ​ແລະ ສະ ດວກ​ໃນ​ການ​ມອດ​ໄຟ​ໃນ​ເວລາ​ເກີດ​ໄຟ​ໄໝ້; ​ເຂດ​ເນື້ອທີ່​ດິນ​ທີ່​ໄດ້​ຈັດ​ສັນ​ໃຫ້​ປະຊາຊົນ​ທຳ​ການ​ຜະລິດ ​ໃຫ້​ແນະນຳ​ປະຊາຊົນ​ຮັບ​ຮູ້​ກ່ຽວ​ກັບ​ວິທີ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄຟ​ເຊັ່ນ: ກ່ອນ​ຈະ​ຈູດ​ຕ້ອງ​ໄດ້​ຖາງ​ແລ້ວ​ປ້ອງ​ກັນ​ໄຟ​ອ້ອມ​ຮອບ​ເນື້ອທີ່​ດັ່ງກ່າວ​ເສຍ​ກ່ອນ  ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ໄຟ​ລາມ​ໄປ​ເຂດ​ອື່ນ, ການ​ຈູດ​ຕ້ອງ​ຕອນ​ແລງ ​ເວລາ​ອາກາດ​ບໍ່​ຮ້ອນ ​ແລະ ບໍ່​ມີ​ລົມ​ແຮງ; ​ໃນ​ກໍລະນີ​ມີ​ໄຟ​ໄໝ້​ລາມ​ປ່າ​ຢູ່​ເຂດ​ຄວາມ​ຮັບ ຜິດຊອບ​ຂອງ​ບ້ານ ຫລື ​ເມືອງ​ໃດ ​ແມ່ນ​ມອບ​ໃຫ້​ບ້ານ ຫລື ​ເມືອງ​ນັ້ນ​ເປັນ​ເຈົ້າການ​ປຸກລະດົມ​ຊ່ວຍ​ກັນ​ດັບ​ມອດ, ກໍລະນີ​ໄຟ​ໄໝ້​ລາມ​ປ່າ​ຢ່າງ​ຮຸນ​ແຮງ​ບໍ່​ສາມາດ​ດັບ​ມອດ​ໄດ້​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ປະ ຊາຊົນ, ກຳລັງ​ທະຫານ ​ແລະ ຕຳຫລວດ​ທີ່ຢູ່​ໃກ້​ຄຽງ ​ເພື່ອ​ຊ່ວຍ​ກັນ​ດັບ​ມອດ. ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ ຕ້ອງ​ເປັນ​ເຈົ້າການ​ແກ້​ໄຂ ພ້ອມ​ທັງ​ລາຍ​ງານ​ເຈົ້າ​ເມືອງ, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ ​ແລະ ​ອົງ ການ​ປົກຄອງເພື່ອ​ຮັບ​ຊາບ ​ແລະ ມີ​ວິທີ​ການ​ແກ້​ໄຂ​ຢ່າງ​ທັນ​ການ.
     2. ສຳລັບ​ການ​ກະກຽມ​ຜະລິດ​ເບ້ຍ​ໄມ້, ປູກ​ໄມ້ ​ແລະ ຟື້ນຟູ​ປ່າ ​ແມ່ນ​:ໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ ຊີ້ນຳ​ຂະ​ແໜງ​ປ່າ​ໄມ້ ​ແລະ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ​ເອົາ​ໃຈ​ໃສ່​ດັ່ງນີ້:    ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ປະຕິບັດ​ໃຫ້​ບັນລຸ​ຄາດໝາຍ​​ໂຕ​ເລກ​ແຜນການ 2014-2015 ທີ່​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ມອບ​ໝາຍ​ໃຫ້ ​ໂດຍ​ມີ​ການ​ກວດກາ ​ແລະ ​ເກັບ​ກຳ​ຂໍ້​ມູນ​ເນື້ອທີ່​ປ່າ​ໄມ້​ທີ່​ໄດ້​ຮັບ​ການ​ຟື້ນຟູ ​ໄປ​ພ້ອມໆ​ກັບ​ການ​ກຳນົດ​ຂອບ​ເຂດ, ປັກ​ຫລັກ​ໝາຍ ​ແລະ ຕິດ​ປ້າຍ​ເຂດ​ຟື້ນຟູ​ປ່າ​ໃຫ້​ຈະ​ແຈ້ງ​ ​ແລະ ຊັດ​ເຈນ; ​ເກັບ​ກຳ​ຄືນ​ແຫ​ລ່ງ​ແກ່ນ​ພັນ​ໄມ້​ທີ່​ມີ​ແລ້ວ ​ແລະ ​ແຫ​ລ່ງ​ແກ່ນ​ພັນ​ໄມ້​ທີ່​ພົບ​ໃໝ່ ພາຍ​ໃນ​ແຂວງ​ຂອງ​ຕົນ ​ເພື່ອ​ກຳນົດ​ເປັນ​ແຜນການ​ໃນ​ການ​ຕອບ​ສະ ໜອງ​ແກ່ນ​ພັນ​ໄມ້​ໃນ​ແຕ່ລະ​ປີ; ກ່ຽວ​ກັບ​ການ​ຜະລິດ​ເບ້ຍ​ໄມ້ ​ແມ່ນ​ໃຫ້​ເລັ່ງ​ໃສ່​ພັນ​ໄມ້​ພື້ນ​ເມືອງທີ່​ເໝາະ​ກັບ​ສະພາບ​ພື້ນທີ່​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ເພື່ອ​ເປົ້າໝາຍ​ຟື້ນຟູ​ປ່າ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ໃຫ້​ມີ​ເບ້ຍ​ໄມ້​ໄວ້​ຕອບ​ສະໜອງ​ໃຫ້​ແກ່​ການ​ປູກ​ໄມ້​ທັນ​ກັບ​ລະດູ​ການ. ສຳລັບ​ໄມ້​ອຸດສາຫະກຳ ​ແລະ ​ໄມ້​ທີ່​ເປັນ​ເສດຖະກິດ ​ແມ່ນ​ໃຫ້​ຊຸກຍູ້​ຜູ້​ປະກອບ​ການ​ປູກ​ໃສ່​ໃນ​ເນື້ອທີ່​ດິນ​ປ່າ​ປອກ​ໂຫລ້​ນ ​ແລະ ທີ່​ດິນ​ເປົ່າ​ຫວ່າງ​ທີ່​ລັດ​ຈັດ​ສັນ​ໃຫ້; ​ເກັບ​ກຳ​ຄືນ​ການ​ປູກ​ໄມ້​ໃນ​ໄລຍະ​ຜ່ານ​ມາ​ເຖິງ​ປັດຈຸບັນ ​ໂດຍ​ໃຫ້​ແຍກ​ລະອຽດ​ລະຫວ່າງ​ສວນ​ປູກ​ໄມ້​ຂອງ​ພາກ​ລັດ, ປະຊາຊົນ ​ແລະ ບໍລິສັດ​ທີ່​ມາ​ລົງທຶນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປັນຕົ້ນຈຳນວນ​ເນື້ອທີ່​ປູກ, ສະຖານ​ທີ່​ປູກ, ຊະນິດ​ໄມ້​ທີ່​ປູກ, ​ເນື້ອທີ່​ທີ່​ສາມາດ​ເກັບ​ຜົນ​ຜະລິດ​ໄດ້. ພ້ອມ​ນັ້ນ ກໍ​ດຳ​ເນີນ​ການ​ຂຶ້ນທະບຽນ​ສວນ​ປູກ​ໄມ້​ທີ່​ໄດ້​ຕາມ​ເງື່ອນ​ໄຂ ​ແລະ ລະບຽບ​ການ​ຂຶ້ນທະບຽນ​ສວນ​ປູກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຄຳ​ສັ່ງ​ແນະນຳຂອງ​ລັດຖະມົນຕີ ​ເລກທີ 1849/ກປ.99, ລົງ​ວັນ​ທີ 7 ຕຸລາ 1999 ​ແລ້ວ​ສະຫລຸບ​ລາຍ​ງານ​ກົມ​ປ່າ​ໄມ້​ຮັບ​ຊາບ​ເປັນ​ແຕ່ລະ​ໄລຍະ.
      3. ​ໃຫ້​ກົມ​ປ່າ​ໄມ້, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ ​ແລະ ຫ້ອງການ​ກະ ສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ ສືບຕໍ່​ເປັນ​ເຈົ້າການ​ໂຄສະນ​າ​ເຜີຍ​ແຜ່​ເນື້ອ​ໃນຕົ້ນຕໍ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປ່າ​ໄມ້ ​ແລະ ນິຕິ​ກຳ​ໃຕ້​ກົດໝາຍ​ກ່ຽວຂ້ອງ​ໃຫ້​ແກ່​ພະນັກງານ, ທະຫານ, ຕຳຫລວດ, ພໍ່ຄ້າ​ຊາວ​ຂາຍ, ຫົວໜ່ວຍ​ບໍລິການ ຕະຫລອດ​ຮອດ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ, ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ປ່າ​ໄມ້​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ ​ແລະ ​ເຫັນ​ໄດ້​ເຖິງ​ສະພາບ​ການ​ຫລຸດ​ໜ້ອຍ​ລົງ​ຂອງ​ປ່າ​ໄມ້ ​ໂດຍ​ຜ່ານ​ສື່​ຕ່າງໆ​ຂອງ​ລັດ​ເຊັ່ນ: ໜັງ ສືພິມ, ​ໂທລະພາບ, ວິທະຍຸ​ກະຈາຍສຽງ ​ແລະ ສື່​ອື່ນໆ​ຕາມ​ຄວາມ​ເໝາະ​ສົມ.
     4. ​ໃຫ້​ກົມ​ປ່າ​ໄມ້, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ, ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ ຕິດຕາມ ກ່ຽວ​ກັບ​ຜົນ​ງານ​ຂອງ​ບຸກຄົນ, ຄອບຄົວ, ລວມໝູ່, ກົມ​ກອງ ​ແລະ ການຈັດຕັ້ງທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບສ່ວນ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ, ບົວລະບັດ​ຮັກສາ ​ແລະ ຟື້ນຟູ​ປ່າ ລວມທັງ​ການ​ປ້ອງ​ກັນ​ການ​ທຳ ລາຍ​ປ່າ​ໄມ້, ຕ້ານ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ ​ເພື່ອ​ສະ​ເໜີ​ຂັ້ນ​ເທິງ​ຍ້ອງຍໍ ​ແລະ ປະຕິບັດ​ນະ​ໂຍບາຍ​ຕາມ​ລະບຽບ​ກົດໝາຍ.
     5. ພາຍຫລັງ​ໄດ້​ຮັບ​ຄຳ​ສັ່ງ​ສະບັບ​ນີ້​ແລ້ວ ​ໃຫ້​ຮີບ​ຮ້ອນ​ຈັດຕັ້ງ​ເຜີຍ​ແຜ່ ​ແລະ ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ສະ​ເພາະ, ກຳນົດ​ພາລະ​ບົດບາດ​ຄວາມ​ຮັບຜິດຊອບ​ໃຫ້​ເປັນອັນ​ລະອຽດ ​ເພື່ອ​ຈັດຕັ້ງປະຕິບັດ, ພ້ອມ​ທັງ​ມີ​ການ​ສະຫລຸບ​ລາຍ​ງານ​ຜົນ​ການຈັດຕັ້ງປະຕິບັດ​ໃຫ້​ຂັ້ນ​ເທິງ​ຂອງ​ຕົນ​ໄດ້​ຮັບ​ຊາບ​ຢ່າງ​ເປັນ​ປົກກະຕິ.

No comments:

Post a Comment