Ad

Ad

26 February 2015

ຕຳຫລວດຫລວງນ້ຳທາ ແລະ ບໍ່ແກ້ວສົມທົບກຳລັງເຂົ້າມ້າງຂະບວນການຄ້າຢາເສບຕິດລາຍໃຫຍ່



     ເມື່ອບໍ່ດົນມານີ້, ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ຫລວງນ້ຳ ທາ ແລະ ແຂວງບໍ່ແກ້ວ, ໄດ້ສົມທົບກຳລັງເຂົ້າຈັບກຸມຂະບວນການຄ້າຢາເສບຕິດ ລາຍໃຫຍ່ຢູ່ເຮືອນພັກແຫ່ງໜຶ່ງໃກ້ກັບສະຖານີຂົນສົ່ງເມືອງຫ້ວຍຊາຍ, ແຂວງບໍ່ ແກ້ວ, ສາມາດຈັບຜູ້ຕ້ອງຫາໄດ້ຄື: ທ້າວ ບຸນພັດ ອາຍຸ 39 ປີ ແລະ ທ້າວ ສິງທອງ ອາຍຸ 23 ປີຢູ່ບ້ານລາດຄູນ ເມືອງ ແລະ ທ້າວ ພູວົງ ອາຍຸ 30 ປີຢູ່ບ້ານດອນມູນ ເມືອງເມິງ ແຂວງບໍ່ແກ້ວ ພ້ອມຂອງກາງຢາໄອນ້ຳໜັກ 7 ກິໂລ, ເງິນ 2,5 ລ້ານກີບ ແລະ 10 ພັນບາດ (ສະກຸນເງິນໄທ) ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນ ຄະດີຕາມກົດໝາຍ.
     ຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາເສບຕິດທັງໝົດແມ່ນຊື້ມາຈາກເຄືອຂ່າຍ ຢາເສບຕິດທາງເຂດພາກເໜືອເພື່ອຈະເອົາໄປສົ່ງໃຫ້ລູກຄ້າ, ແຕ່ຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ, ປັດຈຸບັນຄະດີ ດັ່ງກ່າວ ເຈົ້າໜ້າທີ່ຍັງຈະດຳເນີນການສືບສວນລະອຽດຕື່ມເພື່ອຂະຫຍາຍຜົນເຖິງຕົວຜູ້ຢູ່ເບື້ອງຫລັງຂອງເຄືອຂ່າຍຢາ ເສບຕິດດັ່ງ ກ່າວມາດຳເນີນຄະດີຕາມລະບຽບກົດໝາຍ.

     ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມາ, ສານປະຊາຊົນແຂວງຄຳມ່ວນໄດ້ຕັດສີນລົງໂທດທ້າວ ສົມມະນີ ອາຍຸ 23 ປີຢູ່ບ້ານໂພນສະຫວ່າງ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຈຳຄຸກເປັນເວລາ 3 ປີພ້ອມປັບໃໝ 2,5 ລ້ານກີບ. ໃນຂໍ້ຫາລັກຊັບພົນລະເມືອງ ແລະ ໂຕນໜີອອກຈາກສະຖານຄຸມຂັງ. ໂດຍເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ທ້າວ ສົມມະນີ ໄດ້ເຄື່ອນໄຫວງັດແງະເຮືອນປະຊາຊົນເພື່ອລັກຊັບພົນລະເມືອງຫລາຍຄັ້ງ ແລະ ຕົກມາຮອດທ້າຍເດືອນກໍ ລະກົດ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ ແລະ ໃນລະຫວ່າງຖືກກັກຂັງນັ້ນ, ຜູ້ກ່ຽວໄດ້ລັກໂຕນໜີອອກຈາກສະຖານ ຄຸມຂັງແຕ່ເຈົ້າໜ້າທີ່ສາມາດນຳຈັບຕົວມາໄດ້ ແລະ ຖືກດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment