Ad

Ad

26 February 2015

ການລົງທຶນພາກເອກະຊົນມີສ່ວນສຳຄັນຕໍ່ການສ້າງວຽກເຮັດງານທຳໃຫ້ສັງຄົມ



ຕາມການປະເມີນຜົນດ້ານການລົງທືນປີ 2014 ໃຫ້ຮູ້ວ່າ: ໃນສະພາບເສດຖະກິດຂອງຊາດພວມເຕີບໃຫຍ່ ຂະຫຍາຍໂຕນັ້ນຈຳເປັນ ຕ້ອງຫັນປ່ຽນເສດຖະກິດທີ່ເອື່ອຍອີງໃສ່ທຳມະຊາດມາເປັນການສ້າງວຽກ ເຮັດງານທຳແລະປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ ດີຂື້ນເກົ່າເກົ່າເພື່ອ ດຶງດູດເອົານັກລົງທືນທັງພາຍໃນແລະຕ່າງປະ ເທດເຂົ້າ ມາລົງທືນຫຼາຍຂຶ້ນ, ເນື່ອງຈາກການລົງທຶນພາກເອກະຊົນມີຄວາມສຳຄັນຫຼາຍ ຕໍ່ການສ້າງວຽກເຮັດງານທຳຂອງຄົນພາຍ ໃນປະເທດ, ປັດຈຸບັນ ແຮງງານລາວ 70% ແມ່ນເຮັດວຽກໃນຂະ ແໜງກະສິກຳ, ໂດຍສະເພາະແມ່ນຂະແໜງປູກຝັ່ງ ລ້ຽງສັດ, ນອກຈາກັນັ້ນກໍ ເຮັດວຽກຢູ່ຕາມຂະແໜງບໍລິ ການ, ທ່ອງທ່ຽວແລະອື່ນໆ, ເຖິງຢ່າງໃດກໍຕາມໃນປີຜ່ານມາ ສປປ ລາວ ພວກເຮົາໄດ້ ມີການ ປັບປຸງຫຼາຍດ້ານ ເພື່ອສ້າງສິ່ງແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ,
ແຕ່ກໍຍັງມີຫຼາຍດ້ານ ທີ່ຈະຕ້ອງໄດ້ຮັບ ການແກ້ໄຂໃຫ້ດີຂຶ້ນ, ເພື່ອສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ, ໜຶ່ງໃນນັ້ນ ແມ່ນຂະແໜງຊັບ ພະຍາກອນທຳມະຊາດ, ທີ່ສາມາດດຶງດູດເອົາການລົງທືນຢ່າງມີຄຸນນະພາບ ແລະ ສາມາດສ້າງວຽກ ເຮັດງານທຳໃຫ້ແກ່ ຄົນໄດ້ຢ່າງຫຼວງຫຼາຍ.

ບົດລາຍງານໃຫ້ຮູ່ອີກວ່າ: ປັດຈຸບັນຂະແໜງພະລັງງານໄຟຟ້ານຳ້ຕົກ ແລະ ບໍ່ແຮ່ທີ່ຂະຫຍາຍຕົວຢ່າງໄວວາ ໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຢ່າງແຂງແຮງຂອງເສດຖະກິດລາວ, ແຕ່ຂະແໜງດັ່ງກ່າວບໍ່ໄດ້ສ້າງວຽກເຮັດ ງານທຳໄດ້ຫຼາຍເທົ່າທີ່ຄວນ, ແຕ່ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ດີຂຶ້ນ, ຈະຊ່ວຍສ້າງວຽກ ເຮັດງານທຳໃນຂະແໜງກະສິກຳ, ອຸດສາຫະກຳແລະບໍລິການໄດ້ຫຼາຍຂຶ້ນ, ພ້ອມດຽວກັນນັ້ນການພັດທະນາວຽກງານ ທາງດ້ານການສຶກສາສຳລັບເດັກນ້ອຍ ແລະ ໄວໜຸ່ມກໍເປັນພື້ນຖານຕົ້ນຕໍ່ສຳຄັນທີ່ຈະຊ່ວຍສ້າໂອກາດໃຫ້ເຂົາເຈົ້າໄດ້ມີ ວຽກເຮັດງານທຳທີ່ດີໃນອະນາຄົດ.

No comments:

Post a Comment