Ad

Ad

26 February 2015

ນະຄອນຫລວງຈະປະຕິຮູບຄວາມສະອາດຕົວເມືອງຄັ້ງໃຫຍ່



     ນະຄອນຫລວງວຽງຈັນ, ພວມມີແຜນປະຕິຮູບຄວາມສະອາດໃນຕົວເມືອງຄັ້ງ ໃຫຍ່, ພາຍຫລັງເຫັນວ່າຫລາຍ ຈຸດບໍ່ມີ ຄວາມສະອາດ ແລະ ບໍ່ເປັນລະບຽບຮຽບ ຮ້ອຍ, ເຊິ່ງສິ່ງເຫລົ່ານີ້ສະແດງໃຫ້ເຫັນເຖິງພາບພົດອັນບໍ່ດີດ້ານມາ ລະຍາດ ແລະ ຄວາມບໍ່ສີວິໄລຂອງຄົນນະຄອນຫລວງ, ຂະນະດຽວກັນ, ກໍເພື່ອເປັນການສ້າງ ຂະບວນການຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ.
     ສຳລັບເປົ້າໝາຍຂອງການປະຕິບັດຄວາມສະອາດຕົວເມືອງນີ້ ແມ່ນໃຫ້ທຸກ ເມືອງ, ພະແນກການ-ອົງການທຽບເທົ່າ ອ້ອມຂ້າງນະຄອນຫລວງ ແລະ ສູນກາງ, ຕະຫລອດຮອດຫົວໜ່ວຍທຸລະກິດ, ຄອບຄົວ ໃຫ້ເພີ່ມທະວີການຮັກສາ ຄວາມສະອາດໂດຍສະເພາະເລີ່ມຈາກການເກັບຂີ້ເຫຍື້ອຢູ່ທຸກເສັ້ນທາງ, ສຳນັກງານ- ອົງການ, ບ້ານ, ເຮືອນ, ສະຖານທີ່ ສາທາລະນະ, ຕະຫລາດ, ສະຖານີຂົນສົ່ງ, ຄອງແລະ ຮ່ອງລະບາຍນ້ຳ, ດູດຂີ້ຝຸ່ນ, ລ້າງທາງ, ກຳຈັດສິ່ງເສດເຫລືອຮົກ ເຮື້ອ, ນ້ຳເປື້ອນ, ນ້ຳເສຍໃນທຸກເສັ້ນທາງ, ບູລະນະສ້ອມແປງຄືນໃໝ່ ແລະ ໃຫ້ທາ
ສີເຮືອນ, ຕຶກອາຄານຂອງແຕ່ລະ ພາກສ່ວນໃຫ້ຈົບງາມ ໂດຍສະເພາະໃຫ້ແກ້ໄຂເຮືອນ, ຕຶກອາຄານທີ່ເກົ່າແກ່, ຊຸດໂຊມ ໃຊ້ການບໍ່ໄດ້ໃຫ້ໄວ, ພ້ອມທັງ ເອົາໃຈໃສ່ຮັກສາຄວາມສະອາດຕໍ່ໂຄງການ, ກິດຈະການກໍ່ສ້າງຕ່າງໆໃຫ້ມີການກັ້ນ ແລະ ປົກປິດສິ່ງກໍ່ສ້າງໃຫ້ຖືກຕາມ ລະບຽບຫລັກການຂອງການກໍ່ສ້າງ, ນອກຈາກນີ້, ແມ່ນຈະເອົາໃຈໃສ່ແກ້ໄຂຄວາມບໍ່ເປັນລະ ບຽບໃນຕົວເມືອງຄື: ຈັດ ສັນແກ້ໄຂການຈອດລົດຊະຊາຍ, ຮື້ຖອນສິ່ງຕໍ່ເຕີມຕາມແຄມທາງ ເຊັ່ນ: ຕູບ, ເທີບ, ເງີບ ແລະ ອື່ນໆ, ຮື້ຖອນບັນດາ ປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບການ ແລະ ບໍ່ຮັບປະກັນຄວາມປອດໄພ, ແກ້ໄຂສິ່ງກີດຂວາງ ຕາມທາງຄົນຍ່າງ ແລະ ເຂດສາທາລະນະຕ່າງໆ ເຊັ່ນ: ບໍ່ໃຫ້ຂາຍເຄື່ອງຂອງ, ຂາຍຫວຍ ແລະ ມ້ຽນມັດຈັດວາງສາຍໄຟ, ສາຍໂທລະ ສັບຕາມເສັ້ນທາງໃຈກາງເມືອງໃຫ້ເປັນລະບຽບ, ພ້ອມທັງໃຫ້ປະດັບປະດາສຳນັກງານ, ຖະໜົນຫົນທາງ, ສະໜາມ ຫລວງ, ສວນສາທາລະນະ ແລະ ເຮືອນຊານບ້ານຊ່ອງ ດ້ວຍການຕິດທຸງຊາດ, ທຸງທິວ, ຄຳຂວັນ, ໄຟເຍືອງທາງ, ສ່ວນ ບັນດາຮ້ານອາຫານ, ສະຖານບັນເທິງ ແມ່ນໃຫ້ປະຕິບັດການ ເປີດບໍລິການຕາມເວລາທີ່ທາງການກຳນົດ ແລະ ບໍ່ໃຫ້ມີ ສຽງດັງກະທົບຕໍ່ສັງຄົມ, ໂດຍວຽກງານທັງໝົດນີ້ແມ່ນໃຫ້ພ້ອມກັນຈັດຕັ້ງປະຕິບັດຢ່າງເປັນຂະບວນນັບແຕ່ເດືອນ ມີນານີ້ເປັນຕົ້ນໄປຈົນຮອດກອງປະຊຸມສຸດຍອດອາຊຽນປີ 2016.
     ນີ້ແມ່ນຄຳສັ່ງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຕໍ່ການຈັດຕັ້ງ ນຳພາການຮັກສາຄວາມສະອາດ, ຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະປະດັບປະດາຕາມຖະໜົນທົ່ວນະຄອນ ຫລວງວຽງຈັນ, ເຊິ່ງຜ່ານມາເຫັນວ່ານະຄອນຫລວງວຽງຈັນໄດ້ມີການພັດທະນາໃນຈັງຫວະຂະຫຍາຍຕົວຕໍ່ເນື່ອງ, ໂດຍສະເພາະລະບົບໂຄງລາງພື້ນຖານ, ຖະໜົນຫົນທາງ, ຕຶກອາຄານ, ເຮືອນຊານ ແລະພາຫະນະມີການເພີ່ມຂຶ້ນຢ່າງ ໄວວາ, ຄຽງຄູ່ກັບການພັດທະນາດັ່ງກ່າວກໍມີບັນຫາຫຍໍ້ທໍ້ບາງດ້ານຕາມມາເປັນຕົ້ນ: ມີສິ່ງເສດເຫລືອຈາກກິດຈະການ ກໍ່ສ້າງ, ຂີ້ເຫຍື້ອ, ມີນ້ຳຖ້ວມຂັງຫລາຍຈຸດ, ການຈອດລົດຊະຊາຍ, ມີການຂາຍເຄື່ອງຕາມທາງຍ່າງ, ການຕິດຕັ້ງປ້າຍໂຄ ສະນາຊະຊາຍບໍ່ເປັນລະບຽບ, ເຊິ່ງບັນຫາເຫລົ່ານີ້, ໄດ້ສະແດງໃຫ້ເຫັນເຖິງມາລະຍາດ ແລະ ຄວາມບໍ່ສີວິໄລຂອງຄົນນະ ຄອນຫລວງວຽງຈັນ ແລະ ມີຜົນສະທ້ອນຕໍ່ພາບພົດການບໍລິຫານຕົວເມືອງນຳດ້ວຍ, ທັງນີ້ກໍເພື່ອເປັນການກະກຽມສະ
ເຫລີມສະຫລອງວັນສໍາຄັນຕ່າງໆຂອງຊາດ ເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ (22 ມີນາ 1955 – 22 ມີນາ2015), ວັນຊາດທີ 2 ທັນວາ ຄົບຮອບ 40 ປີ(2 ທັນວາ 1975-2 ທັນວາ 2015) ແລະ ກອງປະ ຊຸມສາກົນຕ່າງໆທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ໃຫ້ສົມກຽດ ແລະ ມີໝາກຜົນເປັນຢ່າງດີ.

No comments:

Post a Comment