Ad

Ad

27 February 2015

ອາກາດຈະຮ້ອນຂຶ້ນຕື່ມພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ

     ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 25 ກຸມພາ ຫາ 3 ມີນາ 2015, ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນຍັງຈະມີກຳລັງອ່ອນຫາ ປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບສອງກະແສລົມຕາເວັນຕົກ ສ່ຽງເໜືອ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດ ສູງຂຶ້ນຢູ່ເຂດພາກ ເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້, ແຕ່ອາ ກາດຍັງຈະໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມ ມີໝອກໜາປົກຫຸ້ມ ຢູ່ບາງທ້ອງຖິ່ນໃນເຂດພູສູງ, ພູດອຍ, ພູພຽງບໍລະເວນປາກຊ່ອງ, ເມືອງທ່າແຕງ ແລະ ເມືອງດາກ ຈຶງ. ພ້ອມນັ້ນ ນັບແຕ່ ທ້າຍອາທິດນີ້ຫາ ຕົ້ນອາທິດໜ້າຈະມີກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ອາກາດສືບຕໍ່ຮ້ອນ ຂຶ້ນຕື່ມ ແລະ ຈະມີຝົນຕົກຟ້າຄະນອງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

     ສະພາບອາກາດໃນໄລຍະນີ້ ໂດຍທົ່ວໄປແລ້ວ ຍັງຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີ ໝອກໜາປົກຫຸ້ມ ຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກ, ໄຊສົມບູນ, ພູພຽງບໍລະເວນປາກຊ່ອງ, ນິຄົມ 34, ເມືອງທ່າແຕງ ແລະ ເມືອງດາກຈຶງອາກາດຈະໜາວຫລາຍ. ຈາກນັ້ນ ທ້າຍອາທິດນີ້ ຫາ ຕົ້ນອາທິດໜ້າອຸນຫະພູມອາກາດຈະສູງ ຂຶ້ນໃນແຕ່ລະພາກ ແລະ ອາກາດຈະຮ້ອນໃນຕອນກາງ ເວັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ໂດຍສະເພາະແຂວງ ພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້. ສ່ວນສະພາບຝົນໃນໄລຍະນີ້ ຈະມີຝົນຕົກຟ້າຄະນອງພ້ອມ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້, ຍ້ອນກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ.

No comments:

Post a Comment