Ad

Ad

27 February 2015

ການຄ້າຂາຍໄມ້ເຖື່ອນຢູ່ບາງແຂວງຍັງມີແຜ່ຫຼາຍ



ຕາມການລາຍງານຂອງກະຊວງກະສິກຳແລະປ່າໄມ້ໃຫ້ຮູ້ວ່າ: ສະເພາະ ເດືອນກຸມພານີ້ເຈົ້າໜ້າທີ່ກວດກາ ປ່າໄມ້ ຢູ່ແຂວງຊຽງຂວາງ, ຫົວພັນ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ, ໄດ້ລົງຕິດຕາມການລັກລອບຕັດ ແລະ ເຄື່ອນຍ້າຍໄມ້ຢ່າງຜິດກົດໝາຍ ແລະ ສາມາດຍຶດໄມ້ໄດ້ທັງໝົດ 6.489 ຕັບ, ລວມມີບໍລິມາດຫຼາຍກວ່າ 468 ແສນແມັດກ້ອນ, ກັກລົດບັນທຸກໄດ້ 5 ຄັນ, ພ້ອມນັ້ນເຈົ້າໜ້າທີ່ຍັງໄດ້ດຳເນີນຄະດີຕໍ່ຜູ້ທີ່ບຸກລຸກຊັບພະຍາກອນ ປ່າໄມ້ ຈຳນວນ 31 ຄະດີ, ເພື່ອແນ່ໃສ່ເຮັດໃຫ້ການປະຕິບັດລະບຽບກົດໝາຍມີຄວາມສັກສິດ, ຕໍ່ຜູ້ທີ່ລະເມີດດັ່ງກ່າວ, ແຕ່ລະ ເດືອນທີ່ຜ່ານມາເຖິງວ່າເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນ ການຄຸ້ມຄອງ ແລະ ກຳຈັດຂະບວນການລັກລອບຕັດ ແລະ ເຄື່ອນຍ້າຍໄມ້ແບບຜິດກົດໝາຍ, ແຕ່ການຄ້າ-ຂາຍໄມ້ເຖື່ອນກໍຍັມມີຢ່າງແຜ່ຫຼາຍ, ດັ່ງນັ້ນກຳລັງເຈົ້າໜ້າທີ່ກໍຄືພາກ ສ່ວນກ່ຽວຂ້ອງຈະຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນວຽກງານຄຸ້ມຄອງກວດກາປ່າໄມ້ໃຫ້ເຂັ້ມງວດກວ່າເກົ່າ, ພ້ອມນັ້ນ ທຸກຄົນກໍຕ້ອງເປັນເຈົ້າການຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ເພື່ອເຮັດແນວໃດໃຫ້ສາມາດກຳຈັດການລັກລອບຕັດ ໄມ້ທຳລາຍປ່າ ແລະ ຂະບວນການຄ້າ-ຂາຍໄມ້ແບບຜິດກົດໝາຍໃຫ້ຫຼຸດໜ້ອຍຖອຍລົງເພື່ອຄວາມຍືນຍົງຂອງຊັບພະ ຍາກອນທຳມະຊາດ.

No comments:

Post a Comment