Ad

Ad

27 February 2015

ລົດພວງ 22 ລໍ້ ຕຳລົດຈັກ ເສຍຊີວິດ 4 ຄົນ ຢູ່ແຂວງໄຊຍະບູລີ



     ເຈົ້າໜ້າທີ່ຈະລາຈອນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນເວລາປະມານ 15:30 ໂມງຂອງວັນທີ 24 ກຸມພານີ້, ຢູ່ເຂດ ບ້ານນ້ຳຕວນ, ເມືອງ ແລະ ແຂວງໄຊຍະບູລີ, ໄດ້ເກີດເຫດລົດພວງ 22 ລໍ້ ໝາຍເລກ ທະບຽນ 99​-5389  ກຸງເທບ, ເຊິ່ງຂັບ ຂີ່ໂດຍທ້າວ ສຸຕັນ ອາຍຸ 35ປີ, ຢູ່ຈັງຫວັດມະຫາສະລະຄາມ (ປະເທດໄທ), ໄດ້ແລ່ນອອກມາແຕ່ໂຄງ ການໄຟ ຟ້ານ້ຳຂອງໄຊຍະບູລີ ມຸ້ງໜ້າໄປເມືອງພຽງ, ແຂວງໄຊຍະ ບູລີ ເພື່ອຈະກັບຄືນໄປປະເທດໄທ ພໍມາຮອດຈຸດເກີດເຫດ, ໄດ້ມີ ລົດຈັກ 2 ຄັນທີ່ແລ່ນມາໃນທິດທາງ ກົງກັນຂ້າມໃນຂະນະນັ້ນ ພັດມີລົດຈັກອີກ ຄັນໜຶ່ງລ້ຽວກັບຄືນ, ຈຶ່ງເຮັດໃຫ້ລົດທັງສອງຄັນເກາະກັນສົ່ງຜົນໃຫ້ລົດຈັກເສຍ ຫລັກຂ້າມເລນໄປສົ່ງຜົນໃຫ້ລົດພວງທີ່ກຳລັງແລ່ນມາດ້ວຍຄວາມໄວເບຼກບໍ່ທັນ ຕຳເອົາລົດຈັກຄັນດັ່ງກ່າວບໍ່ມີີໝາຍ ເລກທະ ບຽນ ຊຶ່ງຂັບຂີ່ໂດຍທ້າວ ຄື ທໍ້ ອາຍຸ 40 ປີ, ພ້ອມດ້ວຍເມຍ ຄື: ນາງ ຊື ອາຍຸ 35 ປີ ແລະ ລູກອີກ 2 ຄົນຄື: ທ້າວ ລີ່ ທໍ້ ອາຍຸ 2 ປີ ແລະ ນາງ ໄມແນັງ ທໍ້ ອາຍຸ 6 ເດືອນ, ຢູ່ບ້ານຫ້ວຍຊຳອໍ້, ເມືອງ ແລະ ແຂວງ ໄຊຍະບູລີ ເສຍຊີວິດຄາທີ່. ສ່ວນຄົນຂັບລົດພວງຄັນ ດັ່ງກ່າວແມ່ນເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳ ເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment