Ad

Ad

27 February 2015

ລາວໂທລະຄົມຈະເລັ່ງພັດທະນາລະບົບບໍລິການຂອງຕົນໃຫ້ສະດວກ ແລະ ວ່ອງໄວຂຶ້ນ



      ບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ (ລລທ) ແມ່ນໜຶ່ງໃນຜູ້ໃຫ້ ບໍລິການດ້ານໂທລະຄົມມະນາຄົມ ທີ່ຄົບວົງຈອນ ໃນລາວ, ​ຊຶ່ງໄດ້ຮັບການສ້າງຕັ້ງ ຂຶ້ນ ໃນປີ 1996, ເປັນບໍລິສັດຮ່ວມທຶນ ລະຫວ່າງລັດຖະບານລາວ ແລະ ບໍລິສັດ ຊິນອິນຕັນ ອິນເວດສະເມນ ປະເທດສິງກະໂປ. ມາຮອດປັດ ຈຸບັນ ສະເພາະ ເຄື່ອຂ່າຍຂອງ ລລທ ໄດ້ກວມເອົາ ເນື້ອທີ່ເກືອບ 60% ຂອງປະເທດ, ສາມາດຕອບສະ ໜອງໃຫ້ແກ່ສັງຄົມໄດ້ເປັນຢ່າງດີ, ດ້ວຍການເອົາໃຈໃສ່ພັດທະ ນາວຽກງານຂອງຕົນຕະຫລອດມາຄື: ໃນຊຸມປີຜ່ານມາໄດ້ຂະຫຍາຍສະຖານນີ ຈີເອັສເອັມ (GSM) ຈຳນວນ 2.800 ກວ່າແຫ່ງ, ກວມເອົາ 143 ຕົວເມືອງ ເທົ່າກັບ 100%, ສະເພາະ 3ຈີ (3G) ແມ່ນກວມເອົາ 131 ຕົວເມືອງ ເທົ່າກັບ 91% ພ້ອມກັນນີ້ ລລທ ຍັງຈະໄດ້ຕິດ ຕັ້ງສະຖານນີ 4ຈີ (4G) ຂຶ້ນອີກ 140 ແຫ່ງ ແລະ ຈະເປີດໃຫ້ບໍລິການໃນມໍ່ໆນີ້.

     ໃນໄລຍະຜ່ານມາລັດວິສາຫະກິດ ລາວໂທລະຄົມມະນາຄົມ ໄດ້ປະກອບສ່ວນຢ່າງແຂງແຮງໃນການສະໜັບສະ ໜູນສົ່ງເສີມສັງຄົມໃນດ້ານຕ່າງໆ, ມາຢ່າງຕໍ່ເນື່ອງ ທັງໃນຮູບແບບຂອງເງິນສົດ ແລະ ວັດຖຸສິ່ງຂອງໂດຍສະເພາະແມ່ນ ດ້ານການສຶກສາ, ສິນລະປະວັດທະນະທຳ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ດ້ານອື່ນໆລວມມູນຄ່າ 2,9 ຕື້ ກວ່າກີບ. ພິເສດລາວໂທລະຄົມ ຍັງໄດ້ຊ່ວຍອຸປະຖຳສ້າງໂຮງຮຽນປະຖົມ-ອານຸບານບ້ານອອມ, ເມືອງອານຸ ວົງ, ແຂວງ ໄຊສົມບູນ ໃນມູນຄ່າ 450 ລ້ານກີບ ແລະ ໃນອະນາຄົດນີ້ ລາວໂທລະຄົມຈະໄດ້ສຸມໃສ່ພັດທະນາລະບົບໂທລະຄົມ ມະນາຄົມໃຫ້ທັນສະໄໝ, ສະດວກ ແລະ ວ່ອງໄວ, ໂດຍໄດ້ເປີດໃຫ້ບໍລິການອິນເຕີເນັດຄວາມໄວສູງ 4ຈີ, ເຊິ່ງເປັນເຕັກ ໂນໂລຊີໃໝ່ທີ່ພັດທະນາຢ່າງຕໍ່ເນື່ອງ ແລະ ຖ້າທຽບໃສ່ລະບົບ 3ຈີ ແມ່ນມີຄວາມໄວເພີ້ມຂຶ້ນ 5 ເທົ່າຕົວ, ສາມາດ ເບິ່ງ ວີດີໂອຄົມຊັດເຖິງລະດັບສູງ. ນອກນັ້ນ ຍັງສາມາດຮັບ-ສົ່ງຂໍ້ມູນຂະໜາດໃຫຍ່ທີ່ມີຄວາມໄວສູງ ແລະ ຍັງຈະໄດ້ລົງທຶນ ສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມໃຫ້ຮັບປະກັນນັບທັງດ້ານປະລິມານ ແລະ ຄຸນນະພາບ ແລະ ເປັນລະບົບທັນສະໄໝ, ພ້ອມຈະສ້າງສູນບໍລິການລູກຄ້າເພີ່ມອີກເປັນ 25 ແຫ່ງໃນທົ່ວປະເທດ ແລະ ສູ້ຊົນຮັກສາ ຖານລູກຄ້າເກົ່າ ແລະ ຂະຫຍາຍໃໝ່ໃນທຸກລະບົບໃຫ້ໄດ້ຕື່ມອີກ 2 ລ້ານກວ່າເລກໝາຍ.

No comments:

Post a Comment