Ad

Ad

27 February 2015

EU ເພີ່ມທະວີສົ່ງເສີມການຄ້າແລະການລົງທຶນໃນລາວ



ສະຫະພາບເອີຣົບສະໜອງວົງເງິນຈຳນວນ 2 ລ້ານເອີໂຣ (ປະມານ 18ຕື້ກີບ)ເພື່ອສະໜັບສະໜຸນບັນດາກິດຈະກຳລິເລີ່ມຂອງສະພາການຄ້າແລະ ອຸດສະຫະກຳເອີຣົບ ເພື່ອເປັນການສົ່ງເສີມໂອກາດທາງດ້ານການຄ້າແລະການລົງທຶນ ສອງຝ່າຍລະຫວ່າງລາວແລະເອີຣົບ. ໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ດ່ັງກ່າວໄດ້ ຮັບການເປີດໂຕຢ່າງເປັນທາງການໃນງານລ້ຽງເຄືອຂ່າຍສະມາຊິກສະພາການຄ້າ ແລະອຸດສະ ຫະກຳສະເອີຣົບ (ECCIL) ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2015 ທີ່ຕຶກ Europe House ນະຄອນຫຼວງວຽງຈັນ ໂດຍມີ ທ່ານອຸປະທູດອີຢູ ທ່ານ ມີແຊນ ໂກແຟງ ແລະທ່ານ ກີ ອາໂປວີປະທານ EECIL ເຂົ້າຮ່ວມ, ນອກນີ້ຍັງມີບັນດາທູຕານຸທູດປະເທດສະມາຊິກອີຢູ, ສະມາຊິກສະພາການ ຄ້າເອີຣົບ ແລະບັນດາທ່ານຜູ້ຕາງໜ້າຈາກສະພາການຄ້າແລະອຸດສະຫະກຳແຫ່ງຊາດລາວເຂົ້າຮ່ວມ.ໂຄງການນີ້ມີງົບ ປະມານລວມທັງ
ໝົດ 2,5 ລ້ານເອີໂຣ ຈະໄດ້ດຳເນີນໄປຈົນເຖິງປີ2020 ເພື່ອອຳນວນຄວາມສະດວກໃຫ້ແກ່ ECCIL ໃນການຈັດຕັ້ງປະ ຕິບັດກິດຈະກຳຂອງຕົນເຊິ່ງປະກອບມີການສະໜອງຂໍ້ມູນດ້ານເສດຖະກິດ ແລະ ໃຫ້ບໍລິການດ້ານທຸລະກິດອື່ນໆ, ໃຫ້ການ ສະໜັບສະໜຸນໃນການສ້າງນິຕິກຳໃນຂົງເຂດເສດຖະກິດ, ສົ່ງເສີມການລົງທຶນແລະການດຳເນີນທຸລະກິດ ແລະການສ້າງເຄືອ ຂ່າຍໃນລະດັບສາກົນ.ພາຍໃຕ້ກອບໂຄງການນີ້, ECCIL ຈະໄດ້ຂະຫຍາຍການບໍລິການ ສະໜອງຂໍ້ມູນດ້ານເສດຖະກິດ ຂອງຕົນເອງແລະນອກນີ້ຍັງຈະໄດ້ຊ່ວຍການຝຶກອົບຮົມ, ຕອບສະໜອງຂໍ້ມູນຂ່າວສານດ້ານເສດຖະກິດ ແລະ ທຸລະກິດ, ກອງປະຊຸມໃນຫົວຂໍ້ສະເພາະດ້ານເສດຖະກິດ ໃຫ້ໄດ້ຫຼາຍຂຶ້ນເຊິ່ງຈະເຮັດໃຫ້ບໍລິສັດໃນລາວແລະບໍລິສັດທີ່ຕ້ອງການ ດຳເນີນທຸລະກິດໃນລາວໄດ້ຮັບຜົນປະໂຫຍດ.ນອກນີ້ ECCIL ຈະສືບຕໍ່ສະໜັບສະໜຸນຂະບວນການເພື່ອສ້າງສະພາບແວດ ລ້ອມທີ່ເອື້ອອຳນວຍແກ່ການດຳເນີນທຸລະກິດ ອື່ນໆອີກ ແລະ ຈະເລັງການຮ່ວມມືຢ່າງໃກ້ຊິດກັບໜ່ວຍງານຮັບຜິດຊອບໃນ ການສ້າງນິຕິກຳແລະບັນດາກະຊວງການຕ່າງໆທີ່ກ່ຽວຂ້ອງເພື່ອຈະໄດ້ສະໜອງປະສົບການທີ່ດີຈາກສາກົນ, ການວິເຄາະຜົນ ກະບແລະປະສົບການສະເພາະດ້ານທີ່ຈຳເປັນຕໍ່ຂະບວນການສ້າງນິຕິກຳຂອງເຂົາເຈົ້າ.ການຈັດກອງປະຊຸມສົ່ງເສີມການລົງທຶນ, ຈັດພີມວາລະສານເພື່ອແຈກຢາຍໃນລະດັບສາກົນ, ການຈັດການຢ້ຽມຢາມຂອງຄະນະຜູ້ແທນພາກທຸລະກິດຈາກຕ່າງປະ ເທດກໍ່ລ້ວນແຕ່ນອນໃນບູລິມະສິດຂອງໂຄງການເພື່ອເປັນການສົ່ງເສີມການລົງທຶນແລະດຳເນີນທຸລະກິດດີຂຶ້ນ.ນອກນີ້ ECCIL ຍັງຈະໄດ້ຊອກຫາຊ່ອງທາງໃນການດຳເນີນກິດຈະກຳແລະໂຄງການຮ່ວມກັບບັນດາສະ ພາການຄ້າໃນລະດັບພາກ ພື້ນແລະອານຸພາດພື້ນເພື່ອເປັນການຂະຫຍາຍເຄືອຂ່າຍໄປສູ່ເວທີສາກົນຫຼາຍຂຶ້ນ. ນັບແຕ່ມື້ສ້າງຕັ້ງໃນປີ2011, ສະພາການຄ້າ ເອີຣົບໄດ້ຈັດການຢ້ຽມຢາມລາວຂອງຄະນະຜູ້ແທນພາກທຸລະກິດຫຼາຍຄັ້ງ, ຈັດກອງປະຊຸມສົ່ງເສີມການລົງທຶນໃນອາຊີແລະ ເອີຣົບແລະໄດ້ຊ່ວຍບໍລິສັດຕ່າງປະເທດໃນການຊອກຫາຄູ່ຮ່ວມທຸລະກິດໃນລາວ. ECCIL ແມ່ນໜຶ່ງໃນບັນດາສະມາຊິກຜູ້ສ້າງຕັ້ງສະພາທຸລະກິດອີຢູ-ອາຊຽນແລະກໍ່ເປັນຕົວແທນໃຫ້ແກ່ສປປລາວໃນເວທີເຄືອຂ່າຍສະພາການຄ້າເອີຣົບໃນທົ່ວໂລກ.

No comments:

Post a Comment