Ad

Ad

27 February 2015

ສະຖານທີ່ສາທາລະນະຫລາຍແຫ່ງຍັງຂາດການບົວລະບັດຮັກສາ



     ໃນໄລຍະຜ່ານມານີ້, ເຖິງວ່ານະຄອນຫລວງວຽງຈັນຂອງພວກເຮົາໄດ້ຮັບການ ພັດທະນາສ້າງສາດີ ຂຶ້ນຫລາຍອັນ ນັບທັງ ພື້ນຖານໂຄງລ່າງຖະໜົນຫົນທາງ, ຕຶກອາຄານ ແລະ ສິ່ງສາທາລະນະຕ່າງໆໄດ້ຮັບການປົວແປງ ແລະ ງົດງາມ ແຂກ ໄປໄທມາໃຜໆກໍຍົກຍ້ອງ, ແຕ່ມາຮອດປັດຈຸບັນບໍ່ຮູ້ວ່າດ້ວຍເຫດຜົນໃດ ແລະ ຈະໄປເອົາໂທດໃຜມີຫລາຍອັນ ໄດ້ເລີ່ມຫລຸດຖອຍໂດຍສະເພາະສະຖານທີ່ສາ ທາລະນະຕ່າງໆຊຸດໂຊມລົງ ເບິ່ງຄືວ່າບໍ່ມີໃຜບົວລະບັດຮັກສາໂດຍສະ ເພາະລະບົບນ້ຳພຸໃນເຂດສາທາລະນະອະນຸສາວະລີທີ່ເປັນຂອງຂວັນຈາກລັດຖະບານຈີນ ມອບໃຫ້ເມື່ອໄລຍະລາວເປັນ ເຈົ້າພາບຈັດງານມະຫະກຳຊີເກມຄັ້ງທີ 19 ປີ 2009 ແລະ ໄລ ຍະນະຄອນຫລວງສະຫລອງວັນ ຄອບຮົບ 450 ປີ. ຄາວນັ້ນທຸກ ຢ່າງຢູ່ໃນຄວາມສວຍງາມ ແລງໆມາຜູ້ຄົນນັບສາລະທິດໄດ້ພາກັນເຂົ້າມາຄອຍເບິ່ງນ້ຳພຸ ເຕັ້ນອາລະບິດ ຕາມສຽງດົນຕີ ແລະ ໄຟແສງສີດ້ວຍຄວາມງົດງາມ, ວັນເວລາຜ່ານໄປຄວາມງາມດັ່ງກ່າວຫໍຫ່າງຫາຍໄປນຳໂດຍບໍ່ມີໃຜ
ຈະມາບົວລະບັດຮັກສາ ແລະ ປົວແປງໃຫ້ຄືສະພາບເດີມ, ວັດຖຸ-ເງິນຄຳທີ່ນຳໃຊ້ເຂົ້າໃນການກໍ່ສ້າງເປັນຈຳນວນຫລວງ ຫລາຍກໍກັບມາສູນ, ຫາງສຽງຈົ່ມວ່າຂອງສັງຄົມນັບມື້ແຜ່ຫລາຍ ແລະ ບໍ່ຮູ້ວ່າຮອດເວລາໃດນ້ຳພຸນັ້ນຈຶ່ງຈະໄດ້ຮັບການ ປົວແປງຊ່ວຍໃຫ້ນະຄອນຫຼວງວຽງຈັນມີຄວາມງົດງາມຍິ່ງຂຶ້ນ. ອັນທີສອງແມ່ນສວນສາທາລະນະເຈົ້າອານຸວົງເຊິ່ງສ້າງ ຂຶ້ນພໍດີກັບວັນສະເຫລີມສະຫລອງນະຄອນຫລວງວຽງຈັນ 450 ປີ, ທຸກຢ່າງໃຫ້ຄວາມສັກສິດເຄົາລົບບູຊາ ແລະ ເປັນ ຕາຍົກຍ້ອງອັນໄດ້ສ້າງໃຫ້ເຂດແຄມຂອງຮົກເຮື້ອແຫ່ງນີ້ກາຍເປັນສະຖານທີ່ພັກຜ່ອນຢ່ອນອາລົມ, ບ່ອນຫັດແອບກຳ ລັງກາຍຂອງຜູ້ຮັກຫອມສຸຂະພາບຂອງຕົນ, ແຕ່ມາຮອດປັດຈຸບັນເລີ່ມມີສະພາບເປິະເປື້ອນຊຸດໂຊມ ໂດຍບໍ່ມີໃຜຈະໄປ ສົນໃຈໃນການບົວລະບັດຮັກສາ, ຕົ້ນຫຍ້າຫ່ຽວແຫ້ງ, ຂີ້ເຫຍື້ອຖິ້ມໄປທົ່ວບໍລິເວນຢ່າງຂາດຄວາມຮັບຜິດຊອບ ແລະ ສະພາບແນວນີ້ຈະໄປເອົາໂທດໃຜໃນເມື່ອໜ່ວຍງານ ຫລື ອົງການບໍລິຫານ ແລະ ພັດທະນາຕົວເມືອງເພິ່ນກໍໄດ້ກໍຕັ້ງ ຂຶ້ນ ແລ້ວ, ໜ່ວຍງານອະນາໄມ ແລະ ເກັບມ້ຽນຂີ້ເຫຍື້ອກໍມີ, ແຕ່ເປັນຫຍັງຈຶ່ງປະປ່ອຍໃຫ້ເກີດມີສະພາບແນວນີ້. ພ້ອມນັ້ນ ກໍຍັງມີອີກສະຖານທີ່ສາທາລະນະ ຫລາຍແຫ່ງຍັງຖືກປະປ່ອຍໄປແລ້ວຈະເຮັດແນວໃດໃຫ້ການຈັດຕັ້ງປະ ຕິບັດຄຳຂວັນ 6ສ ຂອງ ນະຄອນຫລວງວຽງຈັນປະສົບຜົນສຳເລັດ.

No comments:

Post a Comment