Ad

Ad

27 February 2015

ປະຊາຊົນບ້ານນາໂນເດືອດຮ້ອນຍ້ອນເໝັນຂີ້ໝູໃຜຈະຊ່ວຍແກ້ໄຂ



ປະຊາຊົນຫລາຍຄອບຄົວຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ພວມຜະເຊີນກັບບັນຫາມົນ ລະຜິດທາງອາກາດບໍ່ດີ, ພາຍຫລັງຟາມ ລ້ຽງໝູຂະໜາດໃຫຍ່ທີ່ຕັ້ງຢູ່ພາຍໃນບ້ານໄດ້ສົ່ງກິ່ນເໝັນຢ່າງຮຸນແຮງ, ສົ່ງຜົນກະ ທົບບໍ່ໜ້ອຍຕໍ່ສຸຂະພາບ ແລະ ຈິດໃຈ, ໃນແຕ່ລະວັນ, ຂະນະທີ່ປະຊາຊົນໄດ້ ສະເໜີຕໍ່ອຳນາດການປົກຄອງເມືອງຊ່ວຍ ແກ້ໄຂຫລາຍຄັ້ງແຕ່ບໍ່ໄດ້ຜົນ ແລະ ກໍບໍ່ໄດ້ຮັບຄຳຕອບໃດໆຈາກພາກສ່ວນກ່ຽວຂ້ອງ, ພຽງແຕ່ຮູ້ວ່າຟາມແຫ່ງນີ້ແມ່ນ ຜູ້ມີຖານະຕຳແໜ່ງໃຫຍ່ໃນນະຄອນຫລວງເປັນເຈົ້າຂອງ.
     ນັກຂ່າວພວກເຮົາໄດ້ລົງຕິດຕາມເບິ່ງສະພາບຕົວຈິງຢູ່ຟາມດັ່ງກ່າວເມື່ອໃນວັນທີ 26 ກຸມພານີ້, ພາຍຫລັງມີປະ ຊາຊົນ ສະເໜີວ່າຟາມແຫ່ງນີ້ໄດ້ສົ່ງກິ່ນເໝັນຢ່າງໜັກໜ່ວງ ແລະ ກໍເຫັນວ່າເປັນຄວາມຈິງຄືດັ່ງປະຊາຊົນຮ້ອງຮຽນ ມາແທ້, ຟາມໝູແຫ່ງນີ້ຕັ້ງຢູ່ທ້າຍບ້ານບໍ່ຫ່າງຈາກຊຸມຊົນເຮືອນຊານປະຊາຊົນປານໃດ, ຊຶ່ງໄດ້ດຳເນີນກິດຈະການມາໄດ້ 4 ປີແລ້ວ, ປັດຈຸບັນມີໝູປະມານ 2 ພັນກວ່າໂຕ. ໂດຍລວມເຫັນວ່າຟາມແຫ່ງນີ້ແມ່ນມີລະບົບຮັກສາສະພາບແວດ ລ້ອມດີສົມຄວນ, ເນື່ອງຈາກເປັນລັກສະນະຟາມປິດໂດຍໃຊ້ລະບົບທຳຄວາມເຢັນດ້ວຍແອ ແລະ ມີພັດລົມຂະໜາດ ໃຫຍ່ຫລາຍໜ່ວຍ
ສຳລັບດູດລະບາຍອາກາດອອກຈາກຟາມ, ນອກຈາກນີ້, ກໍມີໜອງນ້ຳໃຫຍ່ຫລາຍໜອງສຳລັບການບຳ ບັດນ້ຳເປື້ອນ, ແຕ່ຕາມສັງເກດສາເຫດທີ່ພາໃຫ້ເກີດມີກິ່ນເໝັນນີ້,ອາດແມ່ນຍ້ອນໝູຢູ່ຟາມດັ່ງກ່າວມີຈຳນວນຫລາຍ, ເຮັດໃຫ້ລະບົບ ຮັກສາສິ່ງແວດລ້ອມຂອງຟາມບໍ່ສາມາດຮອງຮັບໄດ້,ຈຶ່ງສົ່ງກີ່ນເໝັນອອກມາກະທົບຕໍ່ສັງຄົມຄືດັ່ງກ່າວ.
     ຕາມການສອບຖາມທ່ານຮອງນາຍບ້ານນາໂນ ບົວລີ ຈັນທະລັດ ໃຫ້ຮູ້ວ່າ: ສະພາບກີ່ນເໝັນດັ່ງກ່າວແມ່ນເລີ່ມປາ ກົດມີແຕ່ປີຜ່ານມາ ແລະ ມີລັກສະນະຮ້າຍແຮງຂື້ນນັບມື້,ໂດຍສະເພາະໃນຕອນເຊົ້າເວລາປະມານ 6:00 - 10:00 ໂມງ ແລະ ຕອນແລງແມ່ນເລີ່ມແຕ່ 16:00 ໂມງເປັນຕົ້ນໄປ ແລະ ມື້ໃດສະພາບອາກາດຟ້າຄື້ມ ຫລື ມີຝົນຕົກກໍຍິ່ງມີກິ່ນ ເໝັນແຮງ ແລະ ຜ່ານການສອບຖາມປະຊາຊົນຫລາຍຄົນພາຍໃນບ້ານພວກເຂົາກໍບອກເປັນສຽງດຽວວ່າ: ນັບແຕ່ມີ ກິ່ນເໝັນອອກຈາກຟາມແຫ່ງນີ້, ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນມີຜົນກະທົບເດືອດຮ້ອນບໍ່ໜ້ອຍ, ໂດຍສະ ເພາະກິນເຂົ້າກໍບໍ່ແຊບ, ນອນກໍບໍ່ຫລັບ, ບາງມື້ມີກິ່ນເໝັນແຮງຈົນໄດ້ອັດປະຕູໄວ້ຢູ່ແຕ່ໃນເຮືອນ, ອັນນີ້ນັບວ່າເປັນ ມົນລະພິດທາງອາກາດບໍ່ດີທີ່ປະຊາຊົນພາຍໃນບ້ານພວກເຮົາຜະເຊີນຢູ່, ເຊິ່ງໄລຍະຜ່ານມາ, ອຳນາດການປົກຄອງບ້ານກໍ ໄດ້ສະເໜີຕໍ່ອຳນາດການປົກຄອງເມືອງຫລາຍຄັ້ງເພື່ອໃຫ້ເຈລະຈາກັບເຈົ້າຂອງຟາມຊ່ວຍແກ້ໄຂຜົນກະທົບດັ່ງກ່າວ, ແຕ່ກໍບໍ່ເຫັນມີວີ່ແວວຄຳຕອບໃດໆວ່າຈະໄດ້ຮັບການແກ້ໄຂຕາມທີ່ປະຊາຊົນສະເໜີ. ສະນັ້ນ, ຕໍ່ບັນຫາດັ່ງກ່າວປະຊາຊົນ ຕ້ອງການໃຫ້ພາກສ່ວນກ່ຽວຂ້ອງລົງຊຸກຍູ້ຜູ້ປະກອບການໃຫ້ຮີບຮ້ອນແກ້້ໄຂໂດຍໄວ,ເພື່ອຮັບປະກັນໃຫ້ສິ່ງແວດລ້ອມມີຄວາມສົດຊື່ນປອດໂປ່ງດີ ແລະ ຊ່ວຍໃຫ້ປະຊາຊົນ,ຜູ້ດຳລົງຊີວິດຢູ່ເຂດບ້ານດັ່ງກ່າວປາສະຈາກຜົນກະທົບຈາກມົນລະ ຜິດບໍ່ດີດັ່ງກ່າວ.

No comments:

Post a Comment