Ad

Ad

2 March 2015

ເຊບໂຣເລັດມອບລາງວັນໃຫ້ລູກຄ້າ



ວັນທີ 28 ກຸມພານີ້, ບໍລິສັດເຊບໂຣເລັດລາວ ຈຳກັດ, ໄດ້ຈັດພິ ທີຈັບສະ ຫຼາກມອບລາງວັນໃຫ້ລູກຄ້າໃນໂຄງ ການ  “ໂຊກດີປີໃໝ່ກັບເຊບໂຣເລັດຄັນໃໝ່” ຂຶ້ນຢູ່ບໍລິສັດ ດັ່ງກ່າວ ທີ່ຖະໜົນ T2 ນະຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມ ຂອງທ່ານ ສຸກສະໜອນ ສີຫາເທບ ປະທານບໍລິສັດເຊບໂຣເລັດລາວຈຳກັດ, ມີຄະ ນະບໍລິຫານງານ ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານປະທານບໍລິສັດເຊບໂຣເລັດລາວກ່າວວ່າ: ບໍລິສັດເຊບໂຣເລັດລາວ ຈຳກັດສ້າງຕັ້ງຂື້ນໃນປີ  2012, ຊຶ່ງ ເປັນຕົວແທນຈຳໜ່າຍລົດຍີ່ຫໍ້ເຊບໂຣເລັດ ຢ່າງເປັນທາງກາງພຽງພໍດຽວໃນ ສປປ ລາວ,ໂດຍມີສູນບໍລິການຄົບວົງຈອນ ນັບແຕ່ຈຳໜ່າຍໄປຈົນເຖິງການບໍລິການຫຼັງການຂາຍ,ໄລຍະຜ່ານມາເຊບໂຣເລັດມີຄວາມສະໝ່ຳສະເໝີໃນການຈັດ ກິດຈະ ກຳສົ່ງເສີມການຕະຫຼາດເປັນຕົ້ນແມ່ນງານສຳຄັນລະດັບຊາດເຊັ່ນ: ມອບລາງວັນທີ 1 ໃຫ້ງານປະກວດນາງສາວ ລາວ ແລະ ງານ ມິວສິກ ອາວອດ ປີ 2012, ພ້ອມນັ້ນຍັງໄດ້ໃຫ້ການຊ່ວຍ ເຫຼືອສັງຄົມອື່ນໆອີກຄື: ມອບອຸປະກອນ ກິລາໃຫ້ໂຮງ
ຮຽນຢູ່ເຂດຫ່າງໄກສອກຫຼີກໃນ ທົ່ວປະເທດ, ສ່ວນກິດຈະກຳທີ່ຈັດຂຶ້ນໃນມື້ນີ້ແມ່ນໂຄງການ “ໂຊກດີປີ ໃໝ່ຂັບເຊບໂຣເລັດ ຄັນໃໝ່”, ຊຶ່ງເລີ່ມແຕ່ເດືອນທັນ ວາປີຜ່ານມາເຖິງເດືອນກຸມພາປີນີ້, ເພື່ອສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນ, ທັງເປັນ ການຄືນກຳໄລໃຫ້ລູກຄ້າທີ່ມາໃຊ້ບໍລິການນຳບໍລິສັດຂອງພວກເຮົາ, ກໍຄືຄຸນນະພາບຂອງລົດ ເຊບໂຣເລັດ ແລະ ໄດ້ໃຫ້ຄຳ ໝັ້ນສັນຍາວ່າບໍລິສັດເຊບໂຣເລັດລາວຈະສືບຕໍ່ນຳສະເໜີສິ່ງດີໆໃໝ່ໆມາໃຫ້ສັງຄົມລາວໄດ້ ນຳໃຊ້ສິນຄ້າມາດຕະຖານລະດັບ ສາກົນໃນລາຄາທີ່ທ່ານສາມາດເປັນເຈົ້າຂອງໄດ້, ພ້ອມນັ້ນໃນທ້າຍປີນີ້ທາງບໍລິສັດຍັງ ມີແຜນຈະຂະຫຍາຍສາຂາໄປແຂວງ ຈຳປາສັກ ເພື່ອໃຫ້ການບໍລິການທົ່ວເຖິງ ແລະ ມີຄວາມສະດວກສະບາຍຍິ່ງຂຶ້ນ.
ທ່ານປະທານໃຫ້ຮູ້ວ່າອີກວ່າ :ສະເພາະປີຜ່ານມາບໍລິສັດເຊບໂຣເລັດສາມາດຈຳໜ່າຍຜະລິດຕະພັນຂອງຕົນຫລາຍກວ່າ 1200 ຄັນ.

No comments:

Post a Comment