Ad

Ad

2 March 2015

ມຸ່ຍຈະເລີນຕັ້ງເປົ້າຈຳໜ່າຍລົດຫລູຮ້ອຍກວ່າຄັນໃນປີນີ້



ທ່ານ ຄຳຫລ້າ ບຸດຈະເລີນ ປະທານບໍລິສັດ ກຸ່ມມຸ່ຍຈະເລີນການຄ້າຂາ ອອກ-ຂາເຂົ້າ ຈຳກັດ ໃຫ້ສຳພາດໃນພິທີເປີດຫ້ອງຈຳໜ່າຍລົດຫລູສາຂາ 2 ຂອງ ຕົນຕັ້ງຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງ ຈັນ ເມື່ອວັນທີ 27 ກຸມພາຜ່ານມາວ່າ: ສະເພາະປີນີ້, ບໍລິສັດຕົນຕັ້ງເປົ້າຍອດ ຂາຍລົດຍີ່ຫໍ້ຫລູຫລາ​ໃຫ້​ໄດ້ຫລາຍກວ່າຮ້ອຍ ຄັນ, ເຊັ່ນດຽວກັນກັບປີຜ່ານ ມາພວກເຮົາກໍສາມາດບັນລຸຕົວເລກຍອດຂາຍໄດ້ ຕາມແຜນ,ໂດຍລົດທີ່ນຳ ມາຈຳໜ່າຍ ແມ່ນມີຫລາກຫລາຍຍີ່ຫໍ້ ເຊັ່ນ: ເມີຊີເດັດ ເບນ, ແລນໂລເວີ, ບີເອັມດັບເບີນຢູ, ເລັກຊັດ,ຈາກົວ ແລະ ອື່ນໆ ແລະ ການ ທີ່ຕັດສິນໃຈເຮັດທຸ ລະກິດຈຳໜ່າຍລົດຫລູນີ້ ແມ່ນພວກເຮົາລິງເຫັນຄວາມຕ້ອງການຂອງສັງຄົມທີ່ເພີ່ມຂຶ້ນເນື່ອງຈາກ ປັດຈຸບັນເສດຖະກິດ ຂອງລາວມີການຂະຫຍາຍຕົວສູງພື້ນຖານໂຄງລ່າງໂດຍສະເພາະຖະໝົນຫົນທາງໄດ້ຮັບການສ້ອງ ແປງດີຂຶ້ນ, ປະຊາຊົນມີ ຮັບດີຂຶ້ນ, ສະນັ້ນຈຶ່ງເຮັດໃຫ້ຄົນສ່ວນໜຶ່ງເລີ່ມຫັນມານິຍົມຊົມໃຊ້ລົດຍີ່ຫໍ້ຫລູນັບມື້ເພີ່ມຂຶ້ນ, ເພື່ອສ້າງຄວາມສະດວກສະ ບາຍໃນການເດີນທາງໃຫ້ແກ່ຕົນເອງ.

ທ່ານ ຄຳຫລ້າ ກ່າວວ່າ: ກຸ່ມບໍລິສັດພວກເຮົາສ້າງຕັ້ງມາໄດ້ 7 ປີ, ສ່ວນໃຫຍ່ແມ່ນດຳເນີນທຸລະກິດນຳເຂົ້າ
ລົດໃຫຍ່ປະເພດຕ່າງໆມາຈຳໜ່າຍໃນລາວ, ເຊິ່ງມີຫ້ອງຈຳໜ່າຍລົດທຳອິດຕັ້ງຢູ່ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ການເປີດຫ້ອງຈຳໜ່າຍສາຂາສອງນີ້, ກໍຢັ້ງຢືນໃຫ້ເຫັນວ່າທຸລະກິດຂອງພວກເຮົາແມ່ນມີບາດກ້າວເຕີບ ໃຫຍ່ຂະ ຫຍາຍ ຕົວເລື້ອຍໆໄປຄຽງຄູ່ກັບການຊ່ວຍເຫລືອສັງຄົມ, ກໍຄືການປະຕິບັດພັນທະຕ່າງໆຕາມລະບຽບກົດໝາຍກຳນົດ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເປັນຢ່າງດີ.
            ເຂົ້າຮ່ວມພິທີເປີດຫ້ອງຈຳໜ່າຍລົດດັ່ງກ່າວມີພັນລະຍາຂອງທ່ານນາຍົກລັດຖະມົນຕີ, ທ່ານຮອງເຈົ້າ
ຄອງນະຄອນຫລວງວຽງຈັນ ສົມວັນດີ ນາຖາວົງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment