ໃນວັນທີ 27 ກຸມພາຜ່ານມາ, ໄດ້ມີງານຖະແຫລງຂ່າວເປີດໂຕຕົວແທນຈຳ ໜ່າຍລົດຍີ່ຫໍ້ຈາກົ່ວ, ຢ່າງເປັນທາງການ ໃນ ສປປ
ລາວ, ໂດຍການເຂົ້າຮ່ວມຂອງທ່ານ ຟິນລິບ ມັນໂລນ ເອກອັກຄະລາຊະທູດອັງກິດ
ປະຈຳລາວ, ທ່ານ
ສະຕິບ ມາຕິນ ຜູ້ບໍລິຫານ
ການຈຳໜ່າຍລົດຍີ່ຫໍ້ຈາກົວ ແລະ ແລນໂຣເວີ ປະຈຳພາກພື້ນອາຊີ.
ທ່ານ ເດວິດ ນິວແມນ
ຜູ້ບໍລິຫານ ລາວ ແລນໂຣເວີ ໄດ້ກ່າວວ່າ: ບໍລິສັດຂອງພວກເຮົາໄດ້ເປັນຕົວແທນຈຳໜ່າຍລົດຍີ່ຫໍ້ແລນໂຣເວີ ຢ່າງເປັນທາງການໃນລາວແຕ່ພຽງຜູ້ດຽວ ມາເປັນເວລາຫລາຍປີແລ້ວ ແລະ
ກໍໄດ້ທຸມເທການເຮັດວຽກຮ່ວມກັນເພື່ອໄດ້ເປັນຕົວແທນຈຳໜ່າຍລົດຍີ່ຫໍ້ຈາກົວຕື່ມອີກ,
ເຊິ່ງເຫັນວ່າລົດຍີ່ຫໍ້ຈາກົວ, ເປັນລົດທີ່ມີຄວາມຫລູຫລາ ແລະ ທັນສະໄໝ, ຊຶ່ງເປັນຍີ່ຫໍ້ໜຶ່ງທີ່ຜະລິດດ້ວຍນະວັດຕະກຳທີ່ກ້າວໜ້າທັນສະໄໝ
ແລະ ອອກແບບມາເພື່ອສ້າງຄວາມເພີດເພີນ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ຂັບຂີ່, ພ້ອມນີ້ ລົດຍີ່ຫໍ້ດັ່ງກ່າວຍັງຈັດຢູ່ໃນອັນດັບຕົ້ນໆຂອງລົດຫລາຍຊະນິດໃນໂລກ.
ທ່ານ ສະຕິບ
ມາຕິນ
ຜູ້ບໍລິຫານ ຈາກົວ-ແລນໂຣເວີ ປະຈຳພາກພື້ນອາຊີ
ກ່າວວ່າ: ລົດຈາກົວ ຖືກຈັດຢູ່ໃນປະເພດລົດທີ່ມີຄວາມຫລູຫລາ ແລະ ຖືວ່າເປັນລົດທີ່ມີຊື່ສຽງຂອງປະເທດອັງກິດ
ນອກນັ້ນ ຈາກົວ ຍັງໄດ້ສ້າງລົດສະປອດທີ່ປະສົບຜົນສຳເລັດໃນການແຂ່ງຂັນລົດໃນລະດັບໂລກມາແລ້ວ ແຕ່ປີ 1922.
ປັດຈຸບັນນີ້ ລົດຈາກົວ, ກຳລັງຍົກລະດັບການຜະລິດລົດສະປອດ ແລະ ລົດເກັງ
ໃຫ້ມີປະສິດທິພາບສູງດ້ວຍຮູບໂສມທີ່ລ້ຳສະໄໝເຊັ່ນ: ເອັຟທາຍ (F-TYPE) ຮຸ່ນໃໝ່ ເປັນລົດທີ່ສືບ ຖອດຕຳນານຂອງ ອີທາຍ
(E-TYPE), ສ່ວນຈາກົວເອັກອີ (XE), ເອັກເອັຟ (XF) ແລະ
ເອັກເຈ (XJ) ເປັນລົດທີ່ຂາຍ ດີທີ່ສຸດ ແລະ
ໃນໄວໆນີ້ຈາກົ່ວຈະເປີດໂຕລົດໃໝ່ຮຸ່ນເອັສຢູວີ
(SUV), ແລະ ຮຸ່ນ ເອັຟ ແພັກ
(F-PACE) ແລະ ຄາດວ່າ ຈະເປັນລົດທີ່ໄດ້ຮັບຄວາມນິຍົມສູງໃນລາວ ເພາະຈາກົ່ວສາມາດຕອບສະໜອງທຸກຄວາມຕ້ອງການຂອງຜູ້ຊົມໃຊ້.
ຕົວແທນຈຳໜ່າຍລົດຍີ່ຫໍ້ ຈາກົວ
ແລະ ແລນໂຣເວີ ຕັ້ງຢູ່ຖະໜົນ
T4, ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ,
ເຊິ່ງຖັດຈາກຕະຫລາດຫລັກຊັບລາວ. ປັດຈຸບັນກຳລັງຢູ່ໃນລະຫວ່າງການກໍ່ສ້າງ ແລະ
ມີກຳນົດຈະເປີດໃຫ້ບໍລິ ການໃນເດືອນກໍລະນີນີ້.
No comments:
Post a Comment