ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 28 ກຸມພາຜ່ານມານີ້, ໄດ້ມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນ 15 ກໍລະນີ, ມີຜູ້ເສຍຊີວິດ
3 ຄົນຄື: ໃນເວລາປະມານ 15:30 ໂມງ, ຢູ່ຖະໜົນເລກທີ
11, ເຂດບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເກີດເຫດລົດຈັກໝາຍເລກທະບຽນ
ຈຫ
6793 ກຳແພງນະຄອນ ໄດ້ແລ່ນມາແຕ່ທາງບ້ານຫ້ວຍຮ່ອມ ມຸ້ງໜ້າໄປທາງເກົ້າລ້ຽວດ້ວຍຄວາມໄວ ເມື່ອມາຮອດຈຸດເກີດເຫດໄດ້ເກີດເສຍຫລັກໄປຕຳເອົາເສົາຫລັກທາງດ້ວຍຄວາມຮຸນແຮງເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຄາທີ່; ຕໍ່ມາໃນເວລາປະມານ
20:10 ໂມງ, ຢູ່ຖະໜົນເລກທີ 13 ເໜືອ, ເຂດບ້ານໂພນຄຳ ເມືອງນາຊາຍທອງ
ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດໃຫຍ່ໝາຍເລກທະບຽນ ກດ 3999 ກຳແພງນະຄອນ
ແລ່ນມາແຕ່ນະຄອນຫລວງວຽງຈັນ ມຸ້ງໜ້າໄປວັງວຽງດ້ວຍຄວາມໄວ,
ເມື່ອມາຮອດຈຸດເກີດເຫດໄດ້ໄປຕຳເອົາຄົນຍ່າງຄື: ພໍ່ຕູ້ ປາລົດ ອາຍຸ 85 ຢູ່ບ້ານສົງເປືອຍ ເມືອງນາຊາຍທອງ
ນະຄອນ ຫລວງວຽງຈັນ ແລະ ຂະນະດຽວກັນໄດ້ມີລົດເກັງ ບໍ່ມີໝາຍເລກທະບຽນ
ແລ່ນຕາມຫລັງມາດ້ວຍຄວາມໄວເຊັ່ນກັນ ເບກບໍ່ທັນຈຶ່ງໄດ້ໄປຕຳເອົາທ້າຍລົດໃຫຍ່ດັ່ງກ່າວ ແລ້ວໄປຢຽບເອົາຄົນຍ່າງຄື: ພໍ່ຕູ້ປາລົດ ເສຍຊີວິດຄາທີ່ ແລະ ໃນເວລາ 23:00 ໂມງ, ຢູ່ຖະໜົນ
T4, ເຂດບ້ານໂພນທັນ
ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ເກີດເຫດລົດໃຫຍ່ຕຳລົດຈັກໝາຍເລກທະບຽນ ຍວ 2040 ກຳແພງນະຄອນ, ຂັບຂີ່ໂດຍທ້າວ
ຄຳແສງ, ອາຍຸ 31 ປີ, ອາຊີບທະຫານ
ຢູ່ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່, ສ່ວນລົດໃຫຍ່ຄູ່ກໍລະນີແມ່ນເອົາຕົວຫລົບໜີ
ປັດຈຸ ບັນເຈົ້າໜ້າທີ່ພວມເລັ່ງນຳຈັບຕົວມາດຳເນີນຄະດີຕາມກົດໝາຍ.
No comments:
Post a Comment