ຕາມການລາຍງານຂອງເວັບໄຊ ຂ່າວ ເດລີນີວຂອງໄທ, ໄດ້ມີຄົນລາວ 2 ຄົນເສຍຊີວິດຈາກອຸປະຕິເຫດລົດເມຕຳທ້າຍລົດໂມ້ປູນ ຢູ່ປະເທດໄທຄື: ໃນເວລາປະມານ 2:40 ຂອງວັນທີ 26 ກຸມພາຜ່ານມາ, ຢູ່ແຂວງນະຄອນລາດຊະສີມາ ປະເທດໄທ, ໄດ້ມີອຸປະຕິເຫດລົດເມ 2 ຊັ້ນ, ໝາຍເລກທະບຽນ
10-7189 ຂອນແກ່ນ, ຂັບຂີ່ໂດຍທ້າວ ສິລະສິດ
ແລ່ນມາຈາກແຂວງລະຢອງ ມຸ້ງໜ້າໄປນະຄອນພະນົມ ມີຜູ້ໂດຍສານນັ່ງມາທັງໝົດ 53 ຄົນ, ເມື່ອມາຮອດຈຸດເກີດເຫດໄດ້ມີລົດບັນທຸກໂມ້ປູນ
ຂອງບໍລິສັດ ເຄເຄພີ ຄອນກຣີດ ໝາຍເລກທະບຽນ
82-5322 ບຸລີລຳ, ຂັບຂີ່ໂດຍທ້າວ ສຸຊາດ
ອາຍຸ 46 ປີ, ເປັນພະນັກງານຂັບລົດຢູ່ບໍລິສັດດັ່ງກ່າວ ເພື່ອຈະເດີນທາງໄປຈັງຫວັດບຸລີລຳ, ຂັບຂີ່ມາໃນທິດທາງດຽວກັນແຕ່ມາຮອດຈຸດດັ່ງກ່າວລົດໂມ້ປູນໄດ້ສະລໍລົດ ເພາະທາງໜ້າມີດ່ານກວດຈຶ່ງເຮັດໃຫ້ລົດເມທີ່ແລ່ນມາຕາມຫລັງດ້ວຍຄວາມໄວຕຳເອົາທ້າຍລົດໂມ້ປູນຢ່າງຮຸນແຮງ,
ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງ ແລະ ເສຍຊີວິດ 2 ຄົນ, ໃນນັ້ນເປັນຄົນລາວຄື: ນາງ ບຸດສະດີ
ອາຍຸ 19 ປີ ແລະ ອີກໜຶ່ງຄົນຍັງບໍ່ຮູ້ຊື່ ຄາດວ່າຈະເປັນແມ່ຂອງຜູ້ກ່ຽວ,
ເຊິ່ງທັງສອງໄດ້ໄປເຮັດວຽກຢູ່ແຂວງລະຢອງ, ປະເທດໄທ ແລະ ກຳລັງຈະເດີນທາງກັບມາຢາມບ້ານຢູ່ປະເທດລາວ, ແຕ່ກໍມາເສຍຊີວິດກ່ອນ.
No comments:
Post a Comment