Ad

Ad

2 March 2015

ສະຫລອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຍີ່ປຸ່ນ-ລາວ



     ໃນຄືນຂອງວັນທີ 27 ກຸມພາຜ່ານມາ, ຢູ່ໂຮງແຮມລາວພລາຊາ, ນະຄອນ ຫລວງວຽງຈັນ ໄດ້ຈັດງານລ້ຽງສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການ ທູດຍີ່ປຸ່ນ-ລາວ ຄົບຮອບ 60 ປີ,  ໂດຍການເປັນເຈົ້າພາບຂອງທ່ານ ຮິໂຣະຢູກິ ຄິຊິໂນະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ, ມີທ່ານ ປອນເມກ ດາລາລອຍ ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ດຣ. ສົມພູ ດວງສະຫວັນ ປະທານສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ພ້ອມດ້ວຍທຸຕານຸ ທູດປະເທດຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານທູດຍີ່ປຸ່ນ ປະຈຳລາວ ໄດ້ກ່າວໃນງານລ້ຽງດັ່ງກ່າວວ່າ: ໃນໄລຍະ 60 ປີທີ່ຜ່ານມາ ທັງສອງປະເທດໄດ້ຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຕ່າງໆມານຳກັນທີ່ທັງສອງປະເທດໄດ້ມີສາຍພົວ ພັນທີ່ ໝັ້ນຄົງ, ແຂງແກ່ນ ແລະ ຫວັງຢ່າງຍິ່ງວ່າຈະສົ່ງເສີມໃຫ້ສາຍພົວພັນມິດຕະພາບສອງປະເທດສູງຂຶ້ນອີກ, ພ້ອມກັນນີ້ ທ່ານ ທູດຍັງໄດ້ກ່າວເຖິງສອງໂຄງການທີ່ສຳຄັນໃນການສະເຫລີມສະຫລອງວັນປະຫວັດສາດສຳຄັນດັ່ງກ່າວຄື: ໂຄງການທຳອິດ ແມ່ນຝ່າຍລາວໄດ້ມອບຊ້າງຈຳນວນ 4 ເຊືອກ, ໃຫ້ແກ່ສວນສັດເມືອງກຽວໂຕ ແລະ ອີກໂຄງການໜຶ່ງແມ່ນຝ່າຍຍີ່ປຸ່ນ
ໄດ້ດຳເນີນການປູກຕົ້ນຊາກຸລະ ຈຳນວນ 300 ຕົ້ນ, ທີ່ເມືອງວຽງໄຊ, ແຂວງຫົວພັນ ໃນວັນທີ 12 ກຸມພາຜ່ານມາ, ພ້ອມກັນນີ້ ຢູ່ປະເທດຍີ່ປຸ່ນຍັງໄດ້ມີພິທີນຳສະເໜີຊ້າງ 4 ເຊືອກດັ່ງກ່າວອອກສູ່ສາຍຕາສາທາລະນະຊົນ, ໃນວັນທີ 28 ກຸມພາຜ່ານມາ, ຢູ່ສວນສັດກຽວໂຕ ນຳດ້ວຍ.

No comments:

Post a Comment