Ad

Ad

2 March 2015

ປະທານປະເທດສຳເລັດການຢ້ຽມຢາມລັດຖະກິດທີ່ກຳປູເຈຍ



 ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ສຳເລັດ ການຢ້ຽມຢາມລັດຖະກິດຢູ່ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ແລະ ເດີນ ທາງມາເຖິງນະຄອນຫລວງວຽງຈັນດ້ວຍຄວາມສະຫວັດດີພາບໃນວັນທີ 28 ກຸມ ພາຜ່ານມານີ້ ພາຍຫລັງເປັນເວລາ 3 ວັນ ໂດຍການຕອບສະໜອງຕາມການເຊື້ອ ເຊີນຂອງພະບາດສົມເດັດພະບໍຣົມ ມະນຽດ ໂນໂຣດົມ ສີຫາໂມນີ ພະມະ ຫາກະສັດແຫ່ງຣາຊະອານາຈັກກຳປູເຈຍ.
ພິທີຕ້ອນຮັບໄດ້ຈັດຂຶ້ນຢູ່ສະໜາມບິນສາກົນວັດໄຕ, ເຂົ້າຮ່ວມພິທີມີທ່ານຮອງຫົວໜ້າຫ້ອງວ່າການປະທານປະ ເທດ, ທ່ານອຸປະທູດຊົ່ວຄາວກຳປູເຈຍປະຈຳ ສປປ ລາວ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວ ຂ້ອງຈຳນວນໜຶ່ງຈາກຫ້ອງວ່າການປະທານປະເທດ ແລະ ກະຊວງການຕ່າງປະເທດ.

ການຢ້ຽມຢາມທາງລັດຖະກິດຣາຊະອານາຈັກກຳປູເຈຍຄັ້ງນີ້ ການນຳສູງສຸດທັງສອງປະເທດ ໄດ້ພົບປະແລກ ປ່ຽນປຶກສາຫາລືກັນ ແລະ ສະແດງຄວາມເພິ່ງພໍໃຈເປັນຢ່າງຍິ່ງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ສອງພັກສອງລັດກໍຄືປະຊາຊົນສອງຊາດລາວ ແລະ ກຳປູເຈຍຍາດມາໄດ້ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນໃນໄລຍະຜ່ານມາ. ກ່ຽວກັບການຮ່ວມມືສອງຝ່າຍການນຳຂັ້ນສູງຂອງສອງປະເທດກໍໄດ້ເປັນເອກະພາບ ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງທີ່ດີ, ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມໃຫ້ຍືນຍົງຕະຫລອດໄປ, ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ພົບປະລະຫວ່າງຜູ້ນຳຂັ້ນສູງກໍຄື ຄະນະຜູ້ແທນຂັ້ນຕ່າງໆຂອງສອງປະ ເທດຢ່າງເປັນປົກ ກະຕິ, ສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍມີການຮ່ວມກັນໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.
ນອກນີ້, ສອງຝ່າຍໄດ້ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງເພີ່ມທະວີການຮ່ວມມືໃຫ້ຫລາຍຂຶ້ນຕາມຄວາມສາມາດຕົວຈິງຂອງແຕ່ລະ ຝ່າຍ. ພ້ອມນີ້ ຜູ້ນຳທັງສອງຍັງໄດ້ປຶກສາຫາລືເພື່ອແນໃສ່ເພີ່ມທະວີການຮ່ວມມືໃນດ້ານຕ່າງໆເປັນຕົ້ນແມ່ນດ້ານການ ເມືອງ ຄວາມໝັ້ນຄົງ, ດ້ານວຽກງານຊາຍແດນ, ການສົ່ງເສີມດ້ານເສດຖະກິດ-ການຄ້າ ແລະ ດ້ານການສຶກສາ. ໃນໂອກາດຢ້ຽມຢາມສຳຄັນດັ່ງກ່າວ, ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ມອບຫລຽນໂພໄຊລ້ານຊ້າງ ໃຫ້ແກ່ພະບາດ ສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາໂມນີ ເຊິ່ງເປັນຫລຽນທີ່ມີຄວາມໝາຍສຳຄັນຍິ່ງ. ແລະ ໄດ້ສະແດງຄວາມຍິນດີ ທີ່ໄດ້ມາຢ້ຽມຢາມຣາຊະອານາຈັກກຳປູເຈຍໃນຄັ້ງນີ້ ເຊິ່ງນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນມາເປັນ ເວລາ 59 ປີ,  ເວລາໃດ ສປປ  ລາວ ກໍຖືວ່າຣາຊະອານາຈັກກໍາປູເຈຍເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ, ເປັນຄູ່ຮ່ວມມືທີ່ ຕ່າງຝ່າຍຕ່າງມີຜົນປະໂຫຍດອັນຍາວນານຮ່ວມກັນ,  ສາຍພົວພັນລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ແມ່ນສາຍພົວພັນແບບບ້ານໃກ້ເຮືອນຄຽງ. ບ້ານພີ່ເມືອງນ້ອງທີ່ມີຄວາມໄວ້ເນື້ອເຊື່ອໃຈ  ແລະ ເຂົ້າອົກເຂົ້າໃຈກັນ. ການນໍາຂັ້ນສູງສຸດຂອງສອງປະເທດ ໄດ້ມີມູນເຊື້ອ ໄປມາຫາສູ່ກັນຢ່າງເປັນປົກກະຕິ, ມີການຮ່ວມມືກັນໃນທຸກຂະແໜງການ ເຊັ່ນ: ດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ -ວັດທະນະທໍາ, ດ້ານການສຶກສາ ແລະ ດ້ານຕ່າງໆທີ່ມີຄວາມຈິງໃຈຕໍ່ກັນ.
ໃນໂອກາດດຽວກັນທ່ານ ຈູມມາລີ ໄຊຍະສອນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຊາຍຊຸມ (Say chhum) ຮອງປະທານ ສະພາສູງຜູ້ທີໜຶ່ງແຫ່ງຣາຊະອານາຈັກກຳປູເຈຍ.ໄດ້ພົບປະສົມເດັດ ເຮັງ ຊຳຣິນ, ປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍ , ເຊິ່ງສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງຂະແໜງການນິຕິບັນຍັດຂອງສອງປະເທດເລິກເຊິ່ງ ແລະ ຕໍ່ເນື່ອງ, ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ, ສອງປະເທດພວກເຮົາມີຄວາມເຫັນອົກເຫັນໃຈກັນ, ຊົມເຊີຍຄວາມຄືບໜ້າຂອງວຽກງານຊາຍແດນເຊິ່ງສອງຝ່າຍໄດ້ຮ່ວມກັນສຳຫລວດ ແລະ ປັກຫລັກໝາຍຊາຍແດນລະຫວ່າງປະເທດສຳເລັດແລ້ວເປັນສ່ວນໃຫຍ່, ຫລັງຈາກນັ້ນ ທ່ານ ຈູມມາລີ ໄຊຍະສອນ ພ້ອມດ້ວຍຄະນະທາງການໄດ້ໄປພົບປະຢ້ຽມຢາມສົມເດັດອັກຄະມະຫາເສນາເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ ຢູ່ທີ່ວັງສັນຕິພາບ, ເຊິ່ງທ່ານ ຈູມມາລີ ໄຊຍະສອນ ໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງພັກປະຊາຊົນກໍາປູເຈຍໃນການຈັດກອງປະຊຸມໃຫຍ່ວິສາມັນທົ່ວປະເທດ ຄັ້ງທີ 37 ຂຶ້ນໃນວັນທີ 30 ມັງກອນ 2015 ທີ່ຜ່ານມາ. ຕີລາຄາສູງຕໍ່ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສົມເດັ ຮຸນແຊນ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດ CLV ໃນປີ 2014. ລັດຖະບານລາວມີຄວາມປິຕິຍິນດີ ແລະ ຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງກຳປູເຈຍ ທີ່ລັດຖະບານ ແລະ ປະຊາຊົນກຳປູເຈຍຍາດມາໄດ້ຕະຫລອດໄລຍະຜ່ານມາສະແດງຄວາມເພິ່ງພໍໃຈຢ່າງຈິງໃຈທີ່ພັກ- ລັດຖະບານຣາຊະອານາຈັກກໍາປູເຈຍ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ຮ່ວມມືກັບ ສປປ ລາວ ຖານອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ດີຕະຫລອດມາບໍ່ວ່າວຽກສອງຝ່າຍ ກໍຄືຫລາຍຝ່າຍ. ທັງສອງຈະໄດ້ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດບົດບັນທຶກກອງປະຊຸມຄະ ນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ; ກໍາປູ ເຈຍ-ລາວ ຄັ້ງທີ 12(JC-12)ທີ່ ຊຽມຣຽບ ແລະ ຜົນຂອງການ ຢ້ຽມຢາມ ສປປ ລາວຢ່າງເປັນທາງການຂອງສົມເດັດ ຮຸນແຊນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາເທື່ອລະກ້າວ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ແລະ ພ້ອມນັ້ນສອງ ປະເທດພວກເຮົາຈະໄດ້ສືບຕໍ່ສະ ໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຮັກສາສະຖຽນລະພາບເພື່ອການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດໃຫ້ນັບມ້ື ເຕີບໃຫຍ່ຂະຫຍາຍຕົວ.

No comments:

Post a Comment