ໂດຍ: ສ.ນົງລາດ
ຫລາຍປີມານີ້
ລະບົບສື່ມວນຊົນລາວ ໄດ້ຮັບການພັດທະນາໄປຢ່າງຄົບຊຸດອັນກວມລວມໄປທັງສອງປະເພດ ແລະ
ມາແຮງກວ່າໝູ່ ກໍແມ່ນສື່ສັງຄົມ (Social media) ແລະ ບາງຄົນກໍຮ້ອງວ່າ: ສື່ອອນລາຍ ແຕ່ລະປະເພດສື່ ເຫລົ່ານີ້
ແມ່ນມີການປະສານສົມທົບ ແລະ ນຳໃຊ້ຜະລິດຕະພັນ ແລະ ຜົນສຳເລັດ ເຊິ່ງກັນ ແລະ ກັນໄດ້ເປັນຢ່າງດີແຕ່ຢູ່ປະ ເທດເຮົາສື່ເອເລັກໂຕຣນິກເກົ່າແກ່
ຄືວິທະຍຸກະຈາຍສຽງຍັງຄົງຮັກສາບົດບາດອັນສຳຄັນຂອງຕົນ ໃນການເຜີຍແຜ່ຂໍ້ມູນ ຂ່າວສານ,
ສາລະໜ້າຮູ້ທີ່ມີປະໂຫຍດ ແລະ ໃຫ້ການບັນເທິງແກ່ກຸ່ມເປົ້າໝາຍ
ຢູ່ເຂດຫ່າງໄກສອກຫລີກໄດ້ດີກວ່າໝູ່. ທັງນີ້, ກໍຍ້ອນວ່າພູມີປະເທດຂອງປະເທດເຮົາສ່ວນໃຫຍ່
ເປັນເຂດພູດອຍສູງຊັນ, ມີຄວາມຫຍຸ້ງຍາກທາງດ້ານຄົມມະນາຄົມ, ດ້ານໜຶ່ງ
ຄຸນນະພາບໃນການສົ່ງສັນຍານຂອງວິທະຍຸແຫ່ງຊາດ ກໍຍັງຢູ່ໃນລະດັບຈຳກັດບໍ່ທັນສາມາດກວມເຖິງ
ເນື້ອທີ່ທັງ ໝົດຂອງປະເທດຊາດໄດ້. ສະນັ້ນ, ການສ້າງຕັ້ງວິທະຍຸຊຸມຊົນຂຶ້ນໃນບາງເຂດຂອງປະເທດເຮົາແມ່ນກົນໄກໜຶ່ງທີ່ຈະປະ
ກອບສ່ວນໃນການລົບລ້າງຄວາມທຸກຍາກຂອງປະຊາຊົນ ໃນດ້ານຄວາມທຸກຍາກຂາດເຂີນຂໍ້ມູນຂ່າວສານ,
ສາລະໜ້າຮູ້, ເຕັກນິກວິທະຍາສາດຕ່າງໆໃນການທຳມາຫາກິນເພື່ອຍົກສູງສະມັດຕະພາບການຜະລິດ
ແລະ ປັບປຸງຄຸນນະພາບຊີວິດ ຂອງປະຊາຊົນຕາມແນວທາງນະໂຍບາຍຂອງພັກ, ລັດພວກເຮົາວາງອອກໃຫ້ເປັນຈິງ.
ຄວາມໝາຍຂອງວິທະຍຸຊຸມຊົນ ກໍ ແມ່ນວິທະຍຸ ເພື່ອປະຊາຊົນ, ແມ່ນພາຫະນະສື່ສານຂອງປະຊາຊົນ
ແລະ ຈັດລາຍການໂດຍປະຊາຊົນ ຫລື ຮ້ອງວ່າ
ອາສາສະໝັກນັ້ນເອງ. ມາຮອດປະຈຸບັນນີ້, ທົ່ວປະເທດມີວິທະຍຸຊຸມຊົນຢູ່10
ແຫ່ງຄື: ຢູ່ເມືອງຕະໂອ້ຍ, ສະໝ້ວຍແຂວງສາ ລະວັນ, ເມືອງຄູນແຂວງຊຽງຂວາງ, ທ່າແຕງ, ດາກຈຶງແຂວງເຊກອງ,
ເມືອງໜອງແຮດແຂວງຊຽງຂວາງ, ເມືອງຮຸນ, ນາໝໍ້ແຂວງອຸດົມໄຊ. ສ່ວນສະຖານີທີ່ກຳລັງສ້າງກໍແມ່ນຢູ່ເມືອງຄອບແຂວງໄຊຍະບຸລີ
ແລະ ເມືອງລະຄອນເພັງແຂວງສາ ລະວັນ. ໃນຈຳນວນນີ້ໄດ້ຮັບການກໍ່ສ້າງຈາກແຜນງານສະໜັບສະໜູນການມີສ່ວນຮ່ວມ
ແລະ ສື່ຊຸມຊົນແມ່ນມີອັດຕາສ່ວນ ສູງກວມເຖິງ 8 ແຫ່ງ ໃນຈຳນວນນີ້ 6 ແຫ່ງແມ່ນນອນໃນແຜນງານແຕ່
2011-2014 ທີ່ສຳເລັດຕາມແຜນການ ແລະ ໄດ້ກະຈາຍສຽງເປັນ 8 ພາສາຊົນເຜົ່າ ແລະ ມີຜູ້ຟັງທັງໝົດປະມານ 2 ແສນກວ່າຄົນ.
ໃນໂອກາດພິທີເປີດການນຳໃຊ້ກະຈາຍສຽງອອກອາກາດຂອງວິທະຍຸຊຸມຊົນເພື່ອການພັດທະນາເມືອງຮຸນ
ແລະ ເມືອງນາໝໍ້ແຂວງອຸດົມໄຊໃນວັນທີ 2-3 ກຸມພາຜ່ານມານີ້ ທ່ານຄຳຫລ້າ ລິ້ງນະສອນເຈົ້າແຂວງ ແຂວງອຸດົມໄຊ, ທ່ານສະຫວັນຄອນ
ລາຊະມຸນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານນາງອາຊູຊາກູໂບຕະ
ຮອງຜູ້ຕາງໜ້າອົງການພັດທະນາສະຫະປະຊາຊາດເພື່ອການພັດະນາປະຈຳລາວຕ່າງກໍເນັ້ນໜັກເຖິງບົດບາດໜ້າທີ່ຄວາມສຳຄັນຂອງວິທະຍຸຊຸມຊົນໃນການປະກອບສ່ວນພັດທະນາເສດຖະກິດສັງຄົມ
ແລະ ການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະ ລຶບລ້າງຄວາມທຸກຍາກຢູ່ລາວ. ທ່ານເຈົ້າແຂວງ
ແຂວງອຸດົມໄຊໄດ້ສະແດງຄວາມດີໃຈທີ່ທາງກະຊວງ ຖວທ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວເຫັນໄດ້ຄວາມສຳຄັນໃນການສ້າງຕັ້ງສະຖານີຊຸມຊົນຢູ່ໃນສອງເມືອງທ່ີ່ນອນຢູ່ໃນ
47 ເມືອງທີ່ທຸກຍາກຂອງລາວ ເພີ່ນໄດ້ເວົ້າວ່າ: ອຸດົມໄຊເປັນແຂວງໜຶ່ງທີ່ທຸກຍາກເປັນເຂດພູດອຍກວມ
85% ມີຊົນເຜົ່າຕ່າງໆດຳລົງຊີວິດຮ່ວມກັນເຖິງ 12 ເຜົ່າ
ມີຄວມຫຍຸ້ງຍາກໃນການນຳເອົາຂໍ້ມູນຂ່າວສານຕ່າງໆເຂົ້າເຖິງເຂດຫ່າງໄກສອກຫລີກ. ສະນັ້ນ, ການທີ່ໄດ້ມາວິທະຍຸຊຸມຊົນສອງແຫ່ງນີ້ແມ່ນເປັນສ່ວນສໍາຄັນໃນການປະກອບສ່ວນເຂົ້າໃນການພັດທະນາບັນດາເມືອງກໍຄືແຂວງອຸດົມໄຊ. ຂ້າພະເຈົ້າເຊື່ອແນ່ວ່າ
ວິທະຍຸເຫລົ່ານີ້ແມ່ນສ່ວນໜຶ່ງໃນການພັດທະນາເມືອງຮຸນ ແລະ ເມືອງນາໝໍ້ດ້ວຍການກະຈາຍຂໍ້ມູນຂ່າວສານກ່ຽວກັບການພັດທະນາ,
ແນວທາງນະໂຍບາຍ ແລະ ລະບຽບກົດໝາຍໃຫ້ແກ່ຊຸມຊົນ ແລະ ປະຊາຊົນເມືອງອື່ນ ແລະ ບັນດາແຂວງໄກ້ຄຽງທ່ີສາມາດຮັບສັນຍານຄື້ນຄວາມຖີ່ແຫ່ງນີ້(ເມືອງຮຸນ
FM100,7 ເມືອງນາໝໍ້ FM101 ມ 7 ເມກາເຮິດ) ແລະ ຖືວ່າອັນນີ້ແມ່ນຜົນງານຫລືຜົນສຳເລັດອັນໜຶ່ງຂອງແຜນການພັດທະນາເສດຖະກິດສັງຄົມຂອງແຂວງອຸດົມໄຊກໍຄືການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ
ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ແຂວງອຸດົມໄຊ.
ທ່ານສະຫວັນຄອນ ລາຊະມຸນຕີໄດ້ເວົ້າໃນຕອນໜຶ່ງວ່າ: ດ້ວຍຜົນສຳເລັດດັ່ງກ່າວຊຸມຊົນຈະມີຄວາມພາກພູມໃຈໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານ
ແລະ ຊ່ອງທາງການສື່ສານຫລາຍລວງເຊິ່ງຈະເຮັດໃຫ້ພວກເຂົາເຈົ້າສາມາດຕັດສິນໃຈຢ່າງຮອບຄອບ,
ສະແດງທັດສະນະແລກປ່ຽນບົດຮຽນຄວາມຮູ້ປະສົບການໃນການປັບປຸງຄຸນນະພາບຊີວິດ ແລະການສະແດງອອກທາງດ້ານວັດທະນະທຳຮີດຄອງປະເພນີຂອງປະຊາຊົນຊຸມຊົນແຫ່ງນີ້ອີກດ້ວຍ.
ນອກຈາກນີ້, ຍັງແນໃສ່ສ້າງຄວາມຍືນຍົງໃຫ້ແກ່ອົງການຈັດຕັ້ງລະດັບຊຸມຊົນໂດຍສະເພາະແມ່ນໃນດ້ານສື່ມວນຊົນ.
ອັນນີ້ແມ່ນສອດຄ່ອງກັບຖະແຫລງການວຽງຈັນກ່ຽວກັບປະສິດທິພາບໃນການຊ່ວຍເຫລືອການປະສານສົມທົບວຽກງານອົງການຈັດຕັ້ງທາງສັງຄົມຢູ່ລາວເພື່ອຂະຫຍາຍການຮ່ວມມືລະຫວ່າງລັດຖະບານ
ແລະ ອົງການຈັດຕັ້ງທາງສັງຄົມຕາມຖະແຫລງການອັກະຣາເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ.
ທ່ານສະຫວັນຄອນ ລາຊະມຸນຕີ ໄດ້ຮຽກຮ້ອງອຳນາດການປົກຄອງຂັ້ນແຂວງ, ເມືອງແລະຊຸມຊົນວ່າ: ແຕ່ນີ້ໄປພວກເຮົາຍັງຕ້ອງສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກອີກເຊັ່ນ:
ການສ້າງກົນໄກຂອງການຮ່ວມມືກັບທຸກເປົ້າໝາຍຕ່າງໆ ແລະ ໄລຍະກຸ້ມຕົນເອງຂອງວິທະຍຸຊຸມຊົນທຸກແຫ່ງ
ແຕ່ອັນສຳຄັນແມ່ນແຕ່ລະແຫ່ງຕ້ອງສ້າງຮາກຖານຂອງຄວາມຢືນຢົງເຊິ່ງປະກອບດ້ວຍສາມດ້ານຕົ້ນຕໍຄື: ຄວາມຍືນຍົງທາງດ້ານສັງຄົມ,ຄວາມຍືນຍົງທາງດ້ານການຈັດຕັ້ງ
ແລະ ຄວາມຍືນຍົງທາງດ້ານການເງິນ. ຢາກເຮັດໄດ້ຄືແນວນັ້ນອຳນາດການປົກຄອງແຂວງ, ເມືອງ ແລະ ບ້ານກໍຄືຊຸມຊົນທັງໝົດຕ້ອງໄກ້ສິດຕິດແທດ,
ຊີ້ແນະແນວທາງ ແລະ ປະກອບສ່ວນອູ້ມຊູຊ່ວຍເຫລືອສະຖານີວິທະຍຸດັ່ງກ່າວໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນໃນການເຮັດໜ້າທີ່ໂຄສະນາເຜີແຜ່ໃຫ້ຄວາມຮູ້ແກ່ປະຊາຊົນປະກອບສ່ວນເຂົ້າໃນການພັດທະນາຊຸມຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກແຕ່ລະບາດກ້າວຢ່າງມີຜົນດີ.
ສ່ວນທ່ານນາງອາຊູຊາກູໂບຕະກໍໄດ້ຕີລາຄາສູງຕໍ່ການພັດທະນາວິທະຍຸຊຸມຊົນໃນເຂດພູດອຍຊົນເຜົ່າທີ່ຢູ່ຫ່າງໄກສອກຫລີກ.
ໂຄງການນີ້ແມ່ນເລີ້ມຈາກການຜັນຂະຫຍາຍຜົນສຳເລັດຂອງວິທະຍຸຊຸມຊົນເມືອງຄູນແຂວງຊຽງຂວາງສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວແລະເລີ້ມຜະລິດລາຍການທີ່ດີມີປະໂຫຍດມາແຕ່ປີ
2006. ໂຄງການພັດທະນາວິທະຍຸຊຸມຊົນໄລຍະປັດຈຸບັນເລີ່ມມາແຕ່ປີ 2011
ເຊິ່ງມີ6ສະຖານີ, ກະຈາຍເປັນ 8ພາສາເຜົ່າຊົນການຄວບຄຸມພື້ນທີ່ຂອງສັນຍານກໍເພີ້ມຂຶ້ນຢ່າງມີຄວາມໝາຍກວມໄດ້ຈຳນວນພົນເຖິງ
200,000 ຄົນ, ທ່ານນາງອາຊູຊາກູໂບຕະຢັ້ງຢືນວ່າ:
ບັນຫາສໍາຄັນແມ່ນການຮັກສາໄດ້ຄວາມຢືນຢົງຂອງສະຖານີ
ເຮັດແນວໃດຈຶ່ງນຳໃຊ້ມັນໃຫ້ມີປະສິດທິຜົນ, ປັດໄຈສຳຄັນແມ່ນຄຳໝັ້ນໝາຍຂອງຊາວບ້ານຄືແມ່ຍິງ,
ຊາວໜຸ່ມຊົນເຜົ່າ, ພິເສດແມ່ນອາສາສະໝັກຕ້ອງໄດ້ມີການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງເປັນປະຈຳ.
ທັງນີ້ກໍເພື່ອພັດທະນາສະຖານີໃຫ້ເປັນເຄື່ອງມືສື່ສານທີ່ດີໃນການແລກປ່ຽນຄຳເຫັນບົດຮຽນໃນການພັດທະນາທຳມາຫາກິນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນເຂດນີ້ໃຫ້ດີຂຶ້ນຕາມລຳດັບແລະເປັນສ່ວນໜຶ່ງທີ່ຈະປະກອບສ່ວນໃນການປະຕິບັດເປົ້າໝາຍສະຫັດສະວັດດ້ານກາພັດທະນາ
ແລະ ລຶບ ລ້າງຄວາມທຸກຍາກຂອງປະຊາຊົນໃນລາວໃຫ້ໄດ້ຮັບຜົນດີແລະບັນລຸເປົ້າໝາຍດັ່ງກ່າວໃນຊຸມປີຕໍ່ໜ້າ.
ອີງຕາມຕາຕະລາງອອກອາກາດຂອງວິທະຍຸຊຸມຊົນເມືອງຮຸນ ແລະ ເມືອງນາໝໍ້ແລ້ວພວກເຮົາສາມາດເວົ້າໄດ້ວ່າເນື້ອໃນລາຍການຕ່າງໆລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງການຮັບໃຊ້ກຸ່ມເປົ້າໝາຍຢ່າງຈະແຈ້ງເຊີ່ງກວມເອົາດ້ານການພັດທະນາເສດຖະກິດສັງຄົມ,
ການອະນຸລັກແລະສົ່ງເສີມວັດທະນະທຳປະເພນີຮີດຄອງອັນດີງາມຂອງຊົນເຜົ່າ, ວຽກງານທ່ອງທ່ຽວ ແລະ
ຖ່າຍທອດພາກຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດ. ບົດບາດໜຶ່ງທີ່ສຳຄັນແມ່ນຮັບໃຊ້ປະຊາຊົນຈຳນວນໜຶ່ງທີ່ຍັງກືກໜັງສືບໍ່ທັນສາມາດອ່ານໄດ້ຂຽນເປັນໃຊ້ແຕ່ພາສາສໍານວນຄວາມເວົ້າເຊິ່ງເປັນພາສາຂອງເຂົາເຈົ້າເອງທີ່ສາມາດສ້າງຄວາມເຂົ້າໃຈໃນສະເພາະຊຸມຊົນແລະສາມາດສື່ສານໃຫ້ຂໍ້ມູນແລະການບັນເທິງໃນທາງກວ້າງ
ແລະທົ່ວເຖິງ. ນອກຈາກນີ້, ປະຊາຊົນຢູ່ເຂດພູດອຍບ່ອນທີ່ບໍ່ທັນມີໄຟຟ້າໄປຮອດໄປເຖິງກໍສາມາດຮັບຟັງໄດ້ໂດຍນຳໃຊ້ວິທະຍຸຮັບຟັງທີ່ລາຄາບໍ່ແພງຫລາຍ,
ໃຊ້ປິ່ນລາຄາຖືກໆກໍຟັງໄດ້ເປັນເດືອນແລ້ວ ແລະ ກໍສາມາດຖືໄປນຳໄດ້ທຸກບ່ອນເປັນຕົ້ນໄປເຮັດໄຮ່ນາຮົ້ວສວນເຊີ່ງທັງເຮັດວຽກງານການຜະລິດ
ແລະຟັງວິທະຍຸທີ່ໃຫ້ຄວາມຮູ້ ແລະ ການບັນເທິງໄປພ້ອມໆກັນ. ອັນນີ້ຖືວ່າເປັນເອກະລັກພິເສດສະເພາະເຊິ່ງ
ສື່ປະເພດອື່ນໆບໍ່ສາມາດເຮັດໄດ້ຄືວິທະຍຸກະຈາຍສຽງ.
ຍ້ອນເຫັນໄດ້ບົດບາດຄວາມສຳຄັນຄືແນວນັ້ນ
ຄະນະນໍຳກະຊວງຖວທກໍຄືໂຄງການແຜນງານສະໜັບສະໜູນການມີສ່ວນຮ່ວມ ແລະ ສື່ຊຸມຊົນຈຶ່ງໄດ້ຕັດສິນໃຈສ້າງວິທະຍຸຊຸມຊົນຂຶ້ນມາເພື່ອໃຫ້ສະຖານີເຫລົ່ານີ້ເປັນພາຫະນະສື່ສານມວນຊົນຂອງປະຊາຊົນ
ແລະ ຜະລິດລາຍການອອກອາກາດໂດຍປະຊາຊົນ ແລະ ເປົ້າໝາຍກໍເພື່ອຮັບໃຊ້ປະຊາຊົນເອງ. ເວົ້າແນວນັ້ນກໍບໍ່ໄດ້ໝາຍຄວາມວ່າມີແຕ່ປະໃຫ້ປະຊາຊົນເຮັດເອງກຸ້ມຕົນເອງໝົດທຸກຢ່າງອຳນາດການປົກຄອງທຸກຂັ້ນຕ້ອງໄດ້ຊ່ວຍເຫລືອອຳນວຍຄວາມສະດວກໃຫ້ເຂົາເຈົ້າເພື່ອເຮັດແນວໃດໃຫ້ສະຖານີວິທະຍຸຊຸມຊົນສາມາດຮ່ວມມືກັບທຸກເປົ້າໝາຍຕ່າງໆແລະກຸ້ມຕົນເອງໃນການບໍລິຫານຈັດການທາງດ້ານງົບປະມານ,
ການສ້າງຜັງອອກອາກາດ, ເນື້ອໃນ ແລະ ລະບົບເທັກນິກການສຽງ ແລະ ເຄື່ອງສົ່ງໃຫ້ຢືນຢົງຮັບໃຊ້ໃຫ້ເປັນປະໂຫຍດຍາວນານແລະກຸ້ມຄ່າຕາມທີ່ໄດ້ລົງທຶນໄປ.
ຢາກເຮັດໄດ້ຄືແນວນັ້ນອຳນາດການປົກຄອງແຂວງ, ເມືອງແລະບ້ານກໍຄືຊຸມຊົນທັງໝົດຕ້ອງໄກ້ສິດຕິດແທດ,
ຊີ້ແນະແນວທາງ ແລະ ປະກອບສ່ວນອູ້ມຊູຊ່ວຍເຫລືອສະຖານີວິທະຍຸດັ່ງກ່າວໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນໃນການເຮັດໜ້າທີ່ໂຄສະນາເຜີແຜ່ໃຫ້ຄວາມຮູ້ແກ່ປະຊາຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊຸມຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກແຕ່ລະບາດກ້າວຢ່າງມີຜົນດີ.
No comments:
Post a Comment