Ad

Ad

9 February 2015

ເບິ່ງຄືນການຮັກສາເງິນກີບ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ມື້ນີ້ມີຫລາຍເລື່ອງທີ່ຢາກບິ ແບ່ງກັບເພື່ອນຜູ້ອ່ານຮ່ວມຄໍລຳ ເຊິ່ງຍືນຍາວມາໄດ້ຫລາຍກວ່າ 10 ປີແລ້ວ. ທີ່ຍືນມາ ຮອດມື້ນີ້ກໍ ເພາະທ່ານຜູ້ອ່ານບໍ່ປະຖິ້ມຫັ້ນ ລະ. ມີຄັ້ງໜຶ່ງ ທ່ານຫົວໜ້າ ບກ ໜັງສືພິມທີ່ທ່ານພວມອ່ານຢູ່ນີ້ ລະເວົ້າກັບຈານ ແຍ່ວ່າ: ມີຜູ້ສະ ເໜີຢາກໃຫ້ມີຄໍລຳ “ບັນຫາຈານແຍ່” ປະຈຳແຕ່ລະວັນ ຫລື ຖີ່ ກວ່າເກົ່າ. ເຖິງຈະຮູ້ສຶກດີໃຈຈົນ ປາກຊິປາກ ບໍ່ອອກ, ແຕ່ຈານແຍ່ ກໍແກວ່ງຫົວວຶດໆວ່າເຮັດບໍ່ໄດ້, ຂຽນດ້າມບົດປະຈຳແຕ່ລະອາ ທິດກໍຍັງເຫື່ອອອກໜ້າໄຄຄ້າວອອກ ຫລັງແລ້ວ ຍ້ອນເວລາບໍ່ເປັນໃຈ. ນີ້ເປັນພຽງອາລຳພະບົດ, ຕາງທັກທາຍໃຫ້ເພື່ອນໆ ນັກອ່ານຊາບວ່າຍັງຈະໄດ້ສືບຕໍ່ ອ່ານຄໍລຳນີ້ 1 ຄັ້ງຕໍ່ອາທິດຄື ເກົ່າ.
      ເລື່ອງທີ່ຄາໃຈທີ່ຕ້ອງການລະບາຍໃນມື້ນີ້ ແມ່ນກ່ຽວກັບເງິນກີບລາວເຮົານີ້ລະ. ຈຳໄດ້ວ່າເຄີຍມີສຽງຈົ່ມວ່າພວກເຮົາມີ ເງິນໃບນ້ອຍ (ໝາຍເຖິງມູນຄ່າ ນ້ອຍ) ບໍ່ພຽງພໍກັບຄວາມຕ້ອງການ, ເລີຍເປັນເຫດໃຫ້ຫຍຸ້ງຍາກໃນການທອນເວລາຈັບ ຈ່າຍເພາະໃບ 500 ກີບ, ໃບ 1.000 ກີບນັ້ນ ມີຈຳນວນພຽງພໍ. ສ່ວນໃບ 2.000 ກີບ ພິມໃໝ່ນັ້ນ ບໍ່ມີບັນຫາ, ໃບ 10 ພັນ, 20 ພັນຂຶ້ນໄປຫາໄດ້ສະບາຍ. ທີ່ວ່າຫຍຸ້ງນັ້ນມັນຫຍຸ້ງນຳໃບ 500 ກີບ ແລະ ໃບ 1.000 ກີບ. ວ່າກັນວ່າ ພະຍາດສວຍໂອ ກາດຂອງພວກ ຫົວໃສຊອກກຳໄລມັກເກີດຢູ່ ບ່ອນນີ້ລະເພາະມີຫລາຍຄັ້ງພໍ່ ຄ້າຊາວຂາຍຕອບວ່າບໍ່ມີເງິນນ້ອຍທອນ, ບາງ ຄັ້ງຊົ່ວຊິໄດ້ເງິນທອນກໍຕ້ອງໄດ້ລໍຖ້າເຈົ້າຂອງເຄື່ອງຂາຍແລ່ນຊອກແຕກມາໃຫ້, ມີແຂກ ຫລື ລູກຄ້າບາງຄົນທີ່ຂີ້ຄ້ານລ
ຳໄລກໍບອກໜ້າຕາເສີຍວ່າ: “ຢ່າລະ ບໍ່ທອນກໍໄດ້” ສະພາບເປັນແບບນີ້ ຕໍ່ບໍ່ແຕນ ພໍ່ຄ້າຊາວຂາຍບາງຄົນກໍເລີຍໄດ້ເດີ້ມ ກາຍເປັນນົກລື້ງຜຽກ-ເຂົ້າປຽກຕິດໝໍ້, ແກ້ງຕອບວ່າບໍ່ມີເງິນນ້ອຍທອນ ! ກໍເລີຍມີຄົນຕັ້ງເປັນບັນຫາວ່າ: ເຮັດແນວນີ້ຊິ ເປັນບໍ, ເງິນໃບ 500 ກີບ - 1.000 ກີບ ມັນຫາຍໜ້າໄປໃສໝົດ. ຄຳຖາມນີ້ມີບາງຄົນ ຕອບວ່າ: ເຂົາເອົາໄປແຂວນ ຕົ້ນກາລະພຶດໝົດ ເຊິ່ງເອີ້ນກັນວ່າ: ຕົ້ນເງິນຕົ້ນຄຳ. ບັນຫານີ້ບາງຄົນຄິດວ່າເປັນ ເລື່ອງຕະ ປິດຕະປີ່, ເງິນດ້າມຫ້າ ຮ້ອຍ ດ້າມພັນກີບມັນຊິມີອີ່ຫຍັງ. ຖ້າຄິດແນວນີ້ກໍລອງຕອບເບິ່ງ ໄດ້ບໍ່ວ່າ: ເງິນຈຳນວນ 1 ລ້ານ ກີບ, ຖ້າຖອດອອກ 1 ກີບ ມັນຊິ ຍັງເປັນຫົວລ້ານຢູ່ຄືເກົ່າຫວະ ?. ເລື່ອງມູນຄ່າໜ້ອຍ ຫລື ຫລາຍ ນັ້ນບໍ່ສຳຄັນປານໃດດອກ, ສຳ ຄັນຢູ່ບ່ອນມັນເປັນຊ່ອງ ຫວ່າງ ໃຫ້ມີການລັກການໂລບກັນແບບ ຕາໃສໆ. ຄົນເຮົາເມື່ອຍັງນ້ອຍ ແອບລັກເປັດລັກໄກ່, ເມື່ອໃຫຍ່ ຂຶ້ນມັນກໍອາດຈະລັກ ຮອດຄວາຍຮອດງົວຫັ້ນລະ !. ນີ້ຄືບັນຫາທີ ໜຶ່ງທີ່ຢາກໃຫ້ທ່ານຜູ້ອ່ານ ກໍຄືຜູ້ ຮັບຜິດຊອບຊອກວິທີແກ້ໄຂຊ່ວຍກັນ.
     ເລື່ອງທີສອງກໍຍັງກ້ຽວໆ ວຽນໆຢູ່ນຳເງິນກີບນີ້ລະ. ໃນໄລ ຍະຫລັງໆມານີ້ ຫລາຍຄົນຄົງໄດ້ ເຂົ້າກອງປະຊຸມແນະນ ຳວິທີຮັກ ສາເງິນກີບບໍ່ໃຫ້ຈີກຂາດ ຜູພັງ ຫລ້ອນສິນ ແລະ ອື່ນໆ ເພາະຈະ ເຮັດໃຫ້ລັດຂອງພວກເຮົາເສຍ ງົບປະມານພິມ ເງິນໃບໃໝ່ມາປ່ຽນແທນ. ວິທີຮັກສານັ້ນລະ ອຽດຈະແຈ້ງດີ, ໃນນັ້ນໄດ້ເນັ້ນ ເລື່ອງບັນຫາການແຂວນເງິນໃສ່ ຕົ້ນກາລະ ພຶກດ້ວຍການຮ້ອຍການພັບເຊິ່ງເຮັດໃຫ້ເງິນເສຍໂສມເປັນຮູບເປັນຮອຍ ແລະ ຈີກຂາດ.
     ຖັດຈາກນັ້ນມາ, ຈານແຍ່ສັງເກດເຫັນວ່າເງິນທີ່ຫ້ອຍແຂວນຢູ່ຕົ້ນກາລະພຶດນັ້ນໄດ້ປ່ຽນຄາບ ໄປຄືແທນທີ່ຈະໜີບຈະ ເຈາະຮູ້ ກໍປ່ຽນເປັນເອົາຍັດໃສ່ໃນຖົງ ປລາສຕິກທີ່ໄດ້ຂະໜາດກັບໃບ ເງິນ ອັນນີ້ກໍຕ້ອງຂໍຊົມເຊີຍ ຄວາມຕື່ນຕົວຂອງຊາວ ພຸດເຮົາ, ແຕ່ຈານແຍ່ເຫັນວ່າຍັງອີກ 2 ຂອດທີ່ຄວນແກ້ໄຂ ຄືໜຶ່ງ ແມ່ນ ການກໍ້ເງິນໃຫ້ເປັນຫລອດ ນ້ອຍໆ ເພື່ອເອົາມັດແຂນ ໃນພິທີບາສີ ອັນນີ້ຍັງເຮັດແຜ່ຫລາຍຢູ່. ບາງຄົນກໍກໍ້ບາງຄົນກໍພັບເພື່ອໃຫ້ພໍດີມັດງ່າຍບໍ່ເກະກະ. ແນ່ນອນການເຮັດແບບນັ້ນ ເງິນກໍຕ້ອງມີຮອຍຫົດຫູ່ ແລະ ຂອດທີສອງທີ່ຍັງເຫັນສືບຕໍ່ເຮັດຄືເກົ່າກໍຄືການກໍ້ເງິນເປັນຮູບ 3 ແຈ ນ້ອຍໆ ເພື່ອຫວ່ານເປັນ ຝົນຮ່າແກ້ວ, ເປັນດອກເງິນດອກຄຳໃນພິທີປົງສົບ.
     ຈານແຍ່ສະເໜີໃຫ້ມີວິທີແກ້ໄຂ ເພື່ອລຶບລ້າງປະເພນີ ເຊິ່ງເປັນການທຳລາຍເງິນກີບນີ້ຢ່າງສິ້ນເຊີງ.

No comments:

Post a Comment