ເມື່ອທ້າຍອາທິດຜ່ານມານີ້,
ສານປະຊາຊົນແຂວງຊຽງຂວາງໄດ້ຕັດສີນ ລົງໂທດທ້າວ ສາຍຈ້າ ປໍມົວ ອາຍຸ 24 ປີຢູ່ບ້ານກາງໃໝ່ ເມືອງສິງ ແຂວງຫລວງ ນ້ຳທາ ແລະ ທ້າວ ກໍທໍ່ ອາຍຸ 30
ປີຢູ່ບ້ານນາຫອຍ, ເມືອງແປກ, ແຂວງຊຽງ ຂວາງ ໃຫ້ຈຳຄຸກຕະຫລອດຊີວິດ ແລະ ປບໃໝຜູ້ລະ 500 ລ້ານກີບ,
ໃນຂໍ້ຫາຄ້າ ຢາເສບຕິດ. ໂດຍທັງສອງຖືກເຈົ້າໜ້າທີ່ ປກສ ແຂວງຊຽງຂວາງຈັບຕົວໄດ້ໃນຂະ ນະເອົາຢາບ້າໄປສົ່ງໃຫ້ລູກຄ້າໃນເຂດ ບ້ານນາຫອຍ
ເມືອງແປກ ເມື່ອທ້າຍເດືອນ ພຶດສະພາ 2014 ພ້ອມຂອງກາງຢາບ້າ 6 ພັນເມັດ, ຈຶ່ງຖືກຈັບຕົວມາດຳເນີນຄະ ດີຕາມລະບຽບກົດໝາຍ.
No comments:
Post a Comment