Ad

Ad

1 July 2015

ຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫລືອລາວເພື່ອການພັດທະນາຫລາຍກວ່າ 1,3 ຕື້ເຢັນ



ແຫລ່ງຂ່າວຈາກກະຊວງການຕ່າງປະເທດລາວໃຫ້ຮູ້ວ່າ: ໃນໂອກາດຈະເດີນທາງໄປຮ່ວມ ກອງປະຊຸມສຸດຍອດ ຂອບການ ຮ່ວມມືແມ່ນ້ຳຂອງ-ຍີປຸ່ນຄັ້ງທີ 7 ຊຶ່ງຈະຈັດຂຶ້ນລະຫວ່າງວັນທີ 3 - 5 ກໍລະກົດ 2015 ນີ້ທີ່ນະຄອນ ຫລວງໂຕ ກຽວປະເທດຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ພ້ອມຄະນະ ແລະ ໃນ ໂອກາດດັ່ງ ກ່າວນາຍົກລັດ ຖະມັນຕີຈະໄດ້ເຂົ້າຮ່ວມພິທີລົງນາມຮັບເອົາ 2 ໂຄງການຊ່ວຍເຫລືອລ້າຈາກ ລັດຖະບານຍ່ີປຸ່ນຄື: ໂຄງການຊ່ວຍ ເຫລືອ ລ້ານອກໂຄງການໃນມູນຄ່າ 500 ລ້ານເຢັນ(ສະກຸນເງິນຍີປຸ່ນ) ແລະ ໂຄງການເກັບກູ້ລະເບີດບໍ່ທັນ ແຕກໃນມູນຄ່າ 845 ລ້ານເຢັນ, ທັງເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະ ພາບລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ເກີດດອກອອກຜົນບົນພື້ນ ຖານຄູ່ຮ່ວມມືຍຸດທະສາດເພື່ອການພັດທະນາ.

ສຳລັບກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນ້ຳຂອງ-ຍ່ີ ປຸ່ນຄັ້ງທີ 7 ນີ້, ແມ່ນຈະຕີລາຄາ ຄືນການຈັດຕັ້ງປະ ຕິບັດບັນດາໂຄງການ ແລະ ແຜນງານຕ່າງໆຂອງ ແຜນປະຕິບັດງານແມ່ນ້ຳຂອງ-ຍີ່ ປຸ່ນໃນໄລຍະຜ່ານມາ ແລະ ປືກສາ ຫາລື ທິດທາງການເສີມຂະຫຍາຍ ການຮ່ວມມືໃນຕໍ່ໜ້າ ແລະ ຈະໄດ້ ຮັບຮອງເອົາແຜນຍຸດທະສາດໂຕ ກຽວສະ ບັບໃໝ່ປີ 2015 ແລະ  ໃນໂອກາດດັ່ງກ່າວ, ນາຍົກລັດ ຖະມົນຕີ ທອງສິງ ທຳມະວົງ ພ້ອມ ຄະນະ, ຈະໄດ້ເຂົ້າຢ້ຽມຄຳນັບ ເຈົ້າຈັກກະພັດ ຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະ ຫວ່າງລາວ-ຍ່ີປຸ່ນ, ພົບປະກັບລັດ ຖະສະພາຍີປຸ່ນ ແລະ ເຂົ້າຮ່ວມເວທີ ພົບປະດ້ານເສດຖະກິດລະຫວ່າງ ບັນດາປະເທດລຸ່ມແມ່ນ້ຳຂອງຄື ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ກັບ ຍີ່ປຸ່ນ ເພື່ອ ເພີ່ມທະວີການຮ່ວມມື ແລະ ສົ່ງ ເສີມການຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວໃຫ້ແຂງແຮງຍິ່ງຂຶ້ນ.

No comments:

Post a Comment