Ad

Ad

1 July 2015

ລາວ-ອົດສະຕຣາລີສືບຕໍ່ຮ່ວມມືດ້ານສິດທິມະນຸດ



ໃນວັນທີ 30 ມິຖຸນານີ້, ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານທິມສຸພົມມະສານ (Tim Soutphommasane) ຫົວໜ້າກົມຕ້ານການຈຳ ແນກ ຊົນຊັ້ນ, ຫ້ອງການກຳມະທິ ການສິດທິມະນຸດແຫ່ງປະເທດອົດສະຕຣາລີ, ໃນໂອກາດເດີນທາງ ມາຢ້ຽມຢາມ ແລ ະເຮັດວຽກ ຢູ່ ລາວແຕ່ວັນທີ 29 ມິຖຸນາຫາວັນທີ 2 ກໍລະກົດ 2015 ນີ້.
ໂອກາດດັ່ງກ່າວ, ທ່ານ ພົງ ສະຫວັດ ບຸບຜາ ໄດ້ສະແດງຄວາມ ຍິນດີຕ້ອນຮັບທ່ານທິມສຸພົມມະສານພ້ອມດ້ວຍຄະ ນະທີ່ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ພ້ອມທັງຕີລາຄາ ສູງຕໍ່ການຊ່ວຍເຫລືອຂອງລັດຖະ ບານອົດ ສະຕຣາລີໃຫ້ແກ່ ສປປ ລາວເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງລາວເປັນ ຕົ້ນທາງດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.

ທ່ານ ທິມ ສຸພົມມະສານ ໄດ້ສະແດງຄວາມຂອບໃຈຕໍ່ທ່ານພົງສະຫວັດບຸບຜາທີ່ໄດ້ສະຫລະເວລາອັນມີຄ່າໃຫ້ ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເດີນທາງມຢ້ຽມຢາມ ສປປ ລາວ ໃຫ້ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດຊາບ.

No comments:

Post a Comment