Ad

Ad

13 July 2015

ສະເຫຼີມສະຫຼອງວັນປະຊາກອນໂລກຄົບຮອບ 28 ປີ



ວັນທີ 10 ກໍລະກົດນີ້, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ, ຮ່ວມກັບກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີສະເຫຼີມສະ ຫຼອງ ວັນປະຊາກອນໂລກຄົບຮອບ 28 ປີ (11 ກໍລະກົດ 1987 - 11 ກໍລະກົດ 2015 ), ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ, ຄວາມປອດໄພ ແລະ ສຸຂະພາບຈະເລີນ ພັນສຳລັບແມ່ຍິງ ແລະ ໄວໜຸ່ມຍິງທຸກຄົນໃນທຸກເວລາ”ຂຶ້ນຢູ່ໂຮງ ແຮມ ດອນຈັນພາເລຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ, ທ່ານ ຮາຊານ ໂມຕາຊາມິ ຜູ້ຕາງໜ້າອົງການສະ ຫະປະຊາຊາດກອງທືນສຳລັບປະຊາກອນ (UNFPA), ມີຜູ້ຕາງໜ້າສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມຂະ ແໜງການກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.

    ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນມີຄຳເຫັນໃນພິທີວ່າ: ວັນທີ 11 ກໍລະກົດຂອງທຸກໆປີກະ ຊວງແຜນການຈະຮ່ວມກັບອົງການສະຫະປະຊາຊາດກອງ ທືນສຳລັບປະຊາກອນຈັດງານສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ແລະ ສຳລັບປີນີ້ມີຫົວຂໍ້ວ່າ ຮັບປະກັນສິດທິ, ຄວາມປອດໄພ ແລະ ສຸຂະພາບຈະເລີນພັນສຳລັບແມ່ຍິງ ແລະ ໄວໜຸ່ມຍິງ ທຸກຄົນໃນທຸກເວ ລາ”, ຊຶ່ງໄດ້ບົ່ງບອກເຖິງຄວາມສຳຄັນໃນການເອົາໃຈໃສ່ຕໍ່ວຽກງານປະ ຊາກອນຢູ່ໃນປະ ຊາຄົມໂລກ, ລວມທັງສປປລາວຕາມການສຳຫຼວດ ໃຫ້ຮູ້ວ່າ: ປັດຈຸບັນປະຊາກອນໂລກໄດ້ມີຈຳນວນເພີ່ມຂຶ້ນເຖິງ 7,3 ຕື້ກວ່າຄົນ, ອັນເປັນສັນຍາເຕືອນວ່າ: ປະຊາກອນຂອງທຸກປະເທດໃນໂລກໄດ້ມີການຂະຫຍາຍຕົວ, ນັບທັງ ສປປ ລາວ ເຮົາ, ມັນຮຽກ ຮ້ອງໃຫ້ປະເທດເຮົາກໍຄືທຸກປະເທດໃນໂລກຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການສຶກສາວິໄຈກ່ຽວກັບບັນຫາຕ່າງໆທີ່ຕິດພັນກັບປະຊາກອນ, ເພື່ອຮັບປະກັນສິດທິຄວາມສະເໝີພາບ, ຄວາມປອດໄພ, ສຸຂະພາບຈະເລີນພັນໃນກຸ່ມທີ່ມີຄວາມສ່ຽງ, ໂດຍສະເພາະ ແມ່ນແມ່ຍິງ ແລະ ໄວໜຸ່ມຍິງໄດ້ຮັບປະ ກັນສູງກວ່າໝູ່ບໍ່ວ່າແຕ່ໃນເວລາປົກກະຕິ ແລະ ເວລາສຸກເສີນຕ່າງໆ.
ລັດຖະມົນຕີຊ່ວຍກ່າວວ່າ: ຈາກຂໍ້ມູນສະຖິຕິ, ປັດຈຸບັນຈຳນວນແມ່ຍິງ, ໄວໜຸ່ມ ແລະ ເດັກນ້ອຍກວມເອົາ 3/4 ຂອງປະຊາກອນໃນຈຳນວນ 50 ລ້ານຄົນ, ໃນທົ່ວໂລກໄດ້ຖືກບັງຄັບໃຫ້ພັດພາກຈາກຖິ່ນຖານບ້ານເກີດຂອງຕົນເອງ, ເນື່ອງຈາກບັນຫາຂັດແຍ່ງຕ່າງໆເຊັ່ນ: ທາງສາສະໜາ, ສົງຄາມ, ໄພພິບັດທາງທຳມະຊາດ ແລະ ອື່ນໆ, ໃນນັ້ນມີແມ່ຍິງ ແລະ ໄວໜຸ່ມຍິງຈຳນວນໜຶ່ງຖືກຂົ່ມຂູ່ດ້ານສິດທິທາງເພດ, ການໃຊ້ຄວາມຮຸນແຮງ, ການບັງຄັບໃຫ້ແຕ່ງງານກ່ອນໄວໂດຍບໍ່ເຕັມໃຈ, ການຜະເຊີນກັບພະຍາດຕິດແປດຕ່າງໆກ່ຽວກັບສຸຂະພາບຈະເລີນພັນຂອງເຂົາເຈົ້າ, ຈົນເຖິງການເສຍຊີວິດອັນເນື່ອງ ມາຈາກການບໍ່ສາມາດເຂົ້າເຖິງການປົກປ້ອງ ແລະ ການບໍລິການທີ່ບໍ່ພຽງພໍກັບຄວາມຕ້ອງການຂອງເຂົາເຈົ້າ, ຕໍ່ບັນຫາດັ່ງກ່າວ ສະເພາະສປປລາວພວກເຮົາໄດ້ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ,ເປັນຕົ້ນແມ່ນການສ້າງແຜນງານເພື່ອແກ້ໄຂບັນຫາຕ່າງໆເຫລົ່ານັ້ນ, ເພື່ອເຮັດໃຫ້ແມ່ຍິງສາມາດເຂົ້າເຖິງສິ່ງຈຳເປັນແຕ່ຫົວທີ ແລະ ເຮັດໃຫ້ຄວາມສ່ຽງຕ່າງໆຕໍ່ຊີວິດການເປັນຢູ່ຂອງແມ່ຍິງ, ໄວໜຸ່ມຍິງດີຂຶ້ນເປັນລຳດັບ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໄດ້ເປັນຢ່າງດີ.

No comments:

Post a Comment