Ad

Ad

13 July 2015

ກະຊວງປ້ອງກັນຄວາມສະຫງົບຕອບຂໍ້ຂ້ອງໃຈກ່ຽວກັບການດຳເນີນຄະດີ


ໃນອາທິດຜ່ານມາ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ທ່ານ ພົຈວ ກົງທອງ ພົງວິຈິດ ໄດ້ຂຶ້ນຕອບຂໍ້ຂ້ອງໃຈຂອງສະມາຊິກສະພາແຫ່ງຊາດທີ່ສະ ເໜີຜ່ານກອງປະຊຸມສະ ໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວກັບບັນຫາການດຳເນີນຄະດີຂອງເຈົ້າໜ້າທີ່ຕຳຫລວດກັບຜູ້ຕ້ອງ ຫາເປັນຕົ້ນ ແມ່ນການນຳໃຊ້ວິທີການສືບສວນ-ສອບສວນ, ການຊັນນະສູດສະຖານທີ່ເກີດເຫດ ແລະ ການໃຫ້ສິດແກ່ທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆໃນການ ເຂົ້າຮ່ວມການ ດຳເນີນຄະດີ.
ຕໍ່ບັນຫາທີ່ກ່າວມາຂ້າງເທິງນັ້ນ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ, ໄດ້ອະທິບາຍຢ່າງກົງໄປ ກົງມາວ່າ: ການສືບສວນ-ສອບສວນ ເພື່ອໃຫ້ໄດ້ຫລັກຖານຜູກມັດຜູ້ຖືກຫານັ້ນ, ພາຍຫລັງໄດ້ຮັບຄຳຮ້ອງຟ້ອງແລ້ວ ເຈົ້າໜ້າທີ່ໄດ້ມີການສ້າງເປັນແຟມເອກະສານ ແລະໄດ້ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນວ່າເຫດການດັ່ງກ່າວແມ່ນເຫດການ
ທາງອາຍາ ຫລື ບໍ່ ?, ຖ້າບໍ່ແມ່ນເຫດການທາງອາຍາກໍໄດ້ສະຫລຸບລາຍງານຫົວໜ້າອົງການ ສືບສວນ- ສອບສວນ ເພື່ອສົ່ງຄຳຮ້ອງດັ່ງກ່າວໄປຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກໍລະນີ, ຖ້າເຫັນວ່າ ເຫດການດັ່ງກ່າວມີຂໍ້ມູນຫລັກຖານໜັກແໜ້ນວ່າເປັນການກະທຳຜິດທາງອາຍາກໍໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນດຳເນີນຕາມຂັ້ນຕອນຂອງກົດໝາຍ, ການນຳໃຊ້ວິທີການສືບສວນ-ສອບສວນເຈົ້າໜ້າທີ່ບໍ່ໄດ້ຖືເອົາຄຳໃຫ້ການຂອງຜູ້ຖືກຫາເປັນສິ່ງສຳຄັນໃນການຢັ້ງຢືນການກະທຳຜິດ, ພວກເຮົາໄດ້ຖືເອົາຫລັກຖານເປັນສິ່ງຕັດສິນ ແລະ ຢັ້ງຢືນການກະທຳຜິດ. ຕໍ່ກັບມາດຕະການສະກັດກັ້ນເຊັ່ນ: ການພາຕົວກໍລະນີເຈົ້າໜ້າທີ່ອອກໝາຍຮຽກ 3 ຄັ້ງບໍ່ເຂົ້າມາພົບ ກໍໄດ້ອອກຄຳສັ່ງພາຕົວ, ແຕ່ກໍລະນີທີ່ການກະທຳຜິດມີຄວາມເປັນອັນຕະລາຍຮ້າຍແຮງເຊັ່ນ: ຄາດຕະກຳ, ປຸ້ນ ຫລື ຊິງຊັບ ເຈົ້າໜ້າທີ່ພວກເຮົາອາດອອກຄຳສັ່ງພາຕົວເລີຍໂດຍບໍ່ອອກໝາຍຮຽກ ເພາະຢ້ານຜູ້ຖືກຫາເອົາຕົວຫລົບໜີສ້າງຄວາມຫຍຸ້ງຍາກໃຫ້ແກ່ການສືບສວນ-ສອບສວນ, ການກັກຂັງພາງ, ການປ່ອຍຕົວພາງ, ການຄຸມຕົວກັບທີ່ ແລະ ການງົດໜ້າທີ່ຕຳແໜ່ງພວກເຮົາ ກໍໄດ້ປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ສ່ວນການຊັນນະສູດສະຖານທີ່ເກີດເຫດ ເຈົ້າໜ້າທີ່ພວກເຮົາກໍໄດ້ປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາເຊັ່ນກັນ ເພື່ອແນໃສ່ຊອກໃຫ້ເຫັນຮ່ອງຮອຍການກະທຳຜິດ, ວັດຖຸ, ອາວຸດ ແລະ ອຸປະ ກອນທີ່ນຳໃຊ້ເຂົ້າໃນ ການກະທຳຜິດຕົວຢ່າງ: ຄະດີຄາດຕະກຳ ເຈົ້າໜ້າທີ່ພວກເຮົາຕ້ອງຮູ້ ໄດ້ວ່າບາດແຜຢູ່ຕາມຮ່າງກາຍ ຜູ້ຖືກເຄາະຮ້າຍ ຫລື ຊາກສົບບາດແຜໃດທີ່ພາໃຫ້ເສຍຊີວິດ, ວັດຖຸໃດທີ່ ນຳໃຊ້ເຂົ້າໃນການຄາດຕະກຳ, ຜູ້ໃດເປັນຜູ້ກະທຳຜິດ, ບັນຫາໃດເປັນສິ່ງຈູງໃຈພາໃຫ້ເກີດມີການຄາດຕະກຳ ທຸກຢ່າງທີ່ກ່າວມາຂ້າງ ເທິງລ້ວນແຕ່ໄດ້ບັນທຶກ, ຖ່າຍຮູບ ແລະ ແຕ້ມແຜນວາດຢ່າງຄັກແນ່.
        ສຳລັບການໃຫ້ສິດແກ່ທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆ ໃນການເຂົ້າຮ່ວມການດຳເນີນຄະດີກ່ອນອື່ນເຈົ້າ ໜ້າທີ່ຕ້ອງໄດ້ກວດກາຄຳສັ່ງແຕ່ງຕັ້ງທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆວ່າຜູ້ກ່ຽວໄດ້ຮັບການແຕ່ງຕັ້ງຈາກສະພາທະນາຍ ຄວາມແຫ່ງ ສປປ ລາວ ແທ້ ຫລື ບໍ່ ແລະ ເຈົ້າໜ້າທີ່ເຮົາຍັງໄດ້ໃຫ້ສິດທະນາຍຄວາມຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ແຕ່ບາງຄັ້ງມີບາງລາຍຄະດີທີ່ບໍ່ສາ ມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆໄດ້ຍ້ອນວ່າເປັນຄວາມລັບທີ່ສຸດຂອງຮູບຄະດີ, ຖ້າບອກ ໃຫ້ຮູ້ແລ້ວຈະບໍ່ສາມາດຈັບຕົວຜູ້ເປັນຫົວໂປ່ຕົວ ການໃນການກະທຳຜິດ, ຖ້າເປັນລາຍຄະດີທີ່ບໍ່ມີຄວາມ ສ່ຽງກໍສາມາດໃຫ້ສິດແກ່ທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆໄດ້ຕາມທີ່ກົດໝາຍໄດ້ກຳນົດໄວ້. ອີກດ້ານໜຶ່ງ ໄລຍະຜ່ານມາທະນາຍ ຄວາມເຂົ້າຮ່ວມປົກປ້ອງ ລູກຄວາມມີແຕ່ຄະດີສໍ້ໂກງຊັບ, ຍັກຍອກຊັບ, ສ່ວນຄະດີຄາດຕະກຳ, ລັກຊັບ, ຄະດີຢາເສບຕິດແມ່ນບໍ່ທັນເຫັນທະ ນາຍຄວາມເຂົ້າມາພົວພັນກັບເຈົ້າໜ້າທີ່ໃນການປົກປ້ອງລູກຄວາມ.

No comments:

Post a Comment