Ad

Ad

13 July 2015

ສານ​ປະຊາຊົນ​ສູງ​ສຸດ ​ຊີ້​ແຈງຂໍ້​ຊັກຖາມ​ຂອງສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ



     ໃນທ້າຍອາທິດທີ່ຜ່ານມານີ້, ຢູ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານປະທານສານປະຊາຊົນສູງສຸດ ດຣ. ຄຳພັນ ສິທິດດຳມາໄດ້ຂຶ້ນຊີ້​​ແຈງຕໍ່ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດໃນວາລະດຳເນີນກອງປະຊຸມສາມັນເທື່ອທີ 9 ຂອງສະພາແຫ່ງຊາດທີ VII ກ່ຽວກັບບັນຫາຄະດີທີ່ຄ້າງຢູ່ສານປະຊາຊົນຂັ້ນຕ່າງໆ ທີ່ມີລັກສະນະແກ່ຍາວເປັນເວລາດົນນານ ຊຶ່ງເກີດຈາກຄວາມບໍ່ໂປ່ໃສຂອງພະນັກງານ​. ຕໍ່ບັນຫາດັ່ງກ່າວທາງຄະນະນຳຂອງສານປະຊາຊົນສູງສຸດ​​ ​ໄດ້ໃຫ້ຄວາມສຳຄັນໃນການແກ້ໄຂຄະດີໃຫ້ຮັບປະກັນ 2 ດ້ານຄື: ດ້ານຄວາມວ່ອງໄວແລະ ມີຄຸນນະພາບ ຕາມກຳນົດເວລາຂອງການດຳເນີນຄະດີທີ່ກຳນົດໄວ້ໃນກົດໝາຍຄື: ຄະດີອາຍາຢູ່ສານຂັ້ນຕົ້ນ ຕ້ອງພິຈາລະນາພາຍໃນກຳນົດ 30 ວັນ ນັບແຕ່ມື້ທີ່ໄດ້ຮັບສຳນວນຄະດີຈາກຫົວໜ້າອົງການໄອຍະການເປັນຕົ້ນໄປ, ​ເວັ້ນເສຍແຕ່ການສັ່ງຟ້ອງຂຶ້ນສານໂດຍກົງໃຫ້ພິຈາລະນາຄະດີພາຍໃນກຳນົດ 48 ຊົ່ວໂມງ ຢູ່ຂັ້ນອຸທອນໃຫ້ພິຈາລະນາພາຍໃນ 45 ວັນແລະ ຢູ່ຂັ້ນລົບລ້າງໃຫ້ພິຈາລະນະພາໃນ 30 ວັນ. ສຳລັບຄະດີແພ່ງຢູ່ສານຂັ້ນຕົ້ນ ຕ້ອງ
ພິຈາລະນາໃຫ້ສຳເລັດ ພາຍໃນ 9 ​ເດືອນ, ຂັ້ນອຸທອນໃຫ້ສຳເລັດພາຍໃນ 4 ​ເດືອນ, ຂັ້ນລົບລ້າງໃຫ້ສຳເລັດພາຍໃນ 3 ​ເດືອນແລະ ຂັ້ນຮື້ຟື້ນໃຫ້ສຳເລັດພາຍໃນ 2 ​ເດືອນ, ​ໃນກໍລະນີທີ່ບໍ່ສຳເລັດຕາມກຳນົດເວລາດັ່ງກ່າວ ກໍສາມາດຕໍ່ເວລາອອກໄປໄດ້ແຕ່ບໍ່ໃຫ້ເກີນ 3 ​ເດືອນ. ​ເຖິງຢ່າງໃດກໍດີ ຕໍ່ບັນຫາການປະພຶດທີ່ບໍ່ໂປ່ໃສຂອງພະນັກງານ ຖືເປັນການກະທຳທີ່ບໍ່ຖືກຕ້ອງ, ຂາດຈັນຍາບັນ-ຈັນຍາທຳ, ​ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ຄະນະພັກ, ຄະນະນຳຂອງສານປະຊາຊົນສູງສຸດໄດ້ເອົາໃຈໃສ່ຕ້ານແລະ ສະກັດກັ້ນໃຫ້ໝົດໄປຈາກລະບົບສານ. ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງໂຈດ, ຈຳເລີຍ ຫລືບຸກຄົນກ່ຽວຂ້ອງ ຖ້າພົບເຫັນພຶດຕິກຳຂອງຜູ້ພິພາກສາ, ພະນັກງານສານທີ່ບໍ່ໂປ່ໃສແກ່ຍາວການດຳເນີນຄະດີໃຫ້ສະເໜີ ຫລື ຮ້ອງທຸກຕໍ່ຄະນະນຳຂອງສານປະຊາຊົນທີ່ກ່ຽວຂ້ອງ ຫລືສະເໜີຫາສານປະຊາຊົນສູງສຸດໄດ້ທຸກເວລາເພື່ອທຳການດຳເນີນຄະດີກັບຜູ້ກ່ຽວຕາມກໍລະນີໜັກ ຫລືເບົາ.
     ຕໍ່ກັບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການປັບປຸງການຈັດຕັ້ງຂອງສານປະຊາຊົນເພື່ອໃຫ້ປະຊາຊົນເຂົ້າຫາສານປະຊາຊົນໄດ້ງ່າຍ, ​ໂດຍການສ້າງຕັ້ງສານປະຊາຊົນເມືອງຄືນນັ້ນ? ຕໍ່ບັນຫານີ້ ສານປະຊາຊົນ ກໍໄດ້ຮັບຮູ້ແລະເຫັນວ່າ ການເຄື່ອນຍ້າຍນັກໂທດເຂົ້າມາຕັດສິນຢູ່ສານ ກໍພົບຄວາມຫຍຸ້ງຍາກແລະ ບໍ່ຮັບປະກັນຄວາມປອດໄພແລະປະຊາຊົນ ກໍພົບຄວາມຫຍຸ້ງຍາກ ທີ່ຈະເຂົ້າມາຍື່ນຟ້ອງ ຫລືເຂົ້າຮ່ວມ​​ໃນການດຳເນີນຄະດີຢູ່ສານບາງເຂດ, ບາງແຂວງແທ້ແລະ ສານປະຊາຊົນ ກໍມີຄວາມຫຍຸ້ງຍາກທີ່ຈະ​​ເກັບກໍາຂໍ້ມູນຫລັກການເຊັນດຽວກັນ, ແຕ່​​ຖ້າຈະສ້າງສານປະຊາຊົນເມືອງຂຶ້ນ ກໍເຫັນວ່າເປັນການສິ້ນເປື້ອງຫລາຍດ້ານເຊັ່ນ: ບຸກຄະລາກອນ, ຫ້ອງການ, ງົບປະມານ, ພາຫະນະແລະ ອຸປະກອນຕ່າງໆແຕ່ກົງກັນຂ້າມຖ້າຫາກເມືອງໃດ ມີຈຳນວນຄະດີເກີດຂຶ້ນຫລາຍ, ມີບຸກຄະລາກອນທີ່ຈະປະກອບໃສ່ການຈັດຕັ້ງສານເຊັ່ນ: ປະທານ, ຮອງປະທານ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານແລະ ພະນັກງານວິຊາການ, ມີອາຄານ, ສະຖານທີ່ເຮັດວຽກຂອງສານ (ຫ້ອງການເຮັດວຽກ, ຫ້ອງບັນລັງຕັດສິນ) ​ແລະ ມີງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ທີ່ຈຳເປັນ ກໍສາມາດປະສານສົມທົບກັບຄະນະພັກອຳນາດການປົກຄອງທ້ອງຖິ່ນເພື່ອສະເໜີສ້າງຕັ້ງສານປະຊາຊົນເຂດຂຶ້ນຕື່ມຢູ່ເມືອງດັ່ງກ່າວເພື່ອອຳນວຍຄວາມສະດວກໃຫ້ການບໍລິການຮັບໃຊ້ປະຊາຊົນແລະການເຂົ້າຫາເພື່ອດໍາເນີນຄະດີຂອງສານໄດ້ສະດວກກວ່າເກົ່າ.

No comments:

Post a Comment