ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ປືກສາຫາລືແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດບັນດາໂຄງ ການໄລ ຍະຜ່ານມາເພື່ອນໍາມາເປັນພື້ນຖານອ້າງອີງໃຫ້ແກ່ການພັດທະນາໂຄງການໄດ້ຢ່າງມີປະສິດທິພາບ ແລະ ມີຄວາມຍືນຍົງ
ຕະ ຫລອດໄປ. ລັດຖະບານລາວ, ຍາມໃດກໍຖືເອົາການພັດທະນາພະລັງງານທົດແທນເປັນທ່າແຮງ ທີ່ສໍາຄັນປະກອບ ສ່ວນ
ໃຫ້ແກ່ການພັດ
ທະນາປະເທດໂດຍການພັດທະນາພະລັງງານທີ່ສະອາດໃຫ້ແກ່ສັງ ຄົມ, ຮັບປະກັນຄວາມຍືນຍົງ ແລະ ການເຕີບໂຕສີຂຽວ, ເຊິ່ງສະແດງ ອອກໃນຍຸດທະສາດການພັດທະ
ນາພະລັງງານທົດ ແທນໄດ້ກໍານົດໄວ້ເຖິງປີ 2025 ຈະໃຫ້ມີພະລັງ ງານທົດແທນນໍາໃຊ້ໃນສັງຄົມ
ກວມເຖິງ 30%, ຂອງການຊົມ ໃຊ້ພະລັງງານທັງໝົດ, ສະນັ້ນ ຈຶ່ງ ຈໍາເປັນຕ້ອງຄົ້ົ້ນຄວ້າຫາການສະ ໜັບສະໜູນບໍ່ວ່າຈະເປັນທາງດ້ານ ເຕັກໂນໂລຊີ, ປະສົບປະການລວມ ເຖິງງົບ ປະມານຈາກພາກລັດ ແລະ ການສະໜັບສະໜູນຈາກປະເທດ ເພື່ອນມິດທັງຫລາຍພະ ລັງງານທົດແທນແມ່ນປັດໄຈພື້ນ ຖານສໍາລັບ
ຄວາມຕ້ອງການໃນການດໍາລົງຊີ ວິດຂອງມະນຸດ ແລະ ທັງເປັນກົນ ໄກທີ່ສໍາຄັນຂອງການພັດທະນາ ເສດຖະກິດ-ສັງຄົມຈາກການເພີ່ມຂຶ້ນທາງດ້ານປະຊາກອນ
ແລະ ການຂະຫຍາຍຕົວ ທາງດ້ານເສດ ຖະກິດ. ໄລຍະຜ່ານມາຄວາມ ຕ້ອງການພະລັງງານມີການເພີ່ມ ຂຶ້ນ, ບັນດາປະເທດໃນໂລກຖືວ່າ ພະລັງງານທີ່ສະອາດຕ້ອງເປັນມິດ ກັບສິ່ງແວດລ້ອມ, ສໍາລັບໃນຂົງ ເຂດອາຊຽນກໍໄດ້ພະຍາຍາມສູງ ໃນການພັດ ທະນາພະລັງງານທົດ ແທນປະເພດຕ່າງໆເພື່ອ ຮອງຮັບ
ຄວາມຕ້ອງການໃນການພັດທະ ນາເສດຖະກິດ-ສັງຄົມພາຍໃນປະ ເທດໂດຍໄດ້ກໍານົດບັນດາຍຸດທະ ສາດ ແລະ
ນະໂຍບາຍທີ່ສອດຄ່ອງ ກັບຄວາມເປັນຈິງຂອງແຕ່ລະປະເທດ.

No comments:
Post a Comment