Ad

Ad

1 July 2015

ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ສະ ຫະລັດອາເມລິກາກຽມຄວາມພ້ອມຊ່ວຍເຫລືອລາວຮັບມືໄພພິບັດ



ວັນທີ 29 ມິຖຸນາຜ່ານມານີ້, ອົງການຈັດຕັ້ງສາກົນເພື່ອການ ເຄື່ອນຍ້າຍ ຖິ່ນຖານ (IOM) ປະ ຈຳລາວ, ໂດຍໄດ້ຮັບທຶນສະໜັບ ສະໜູນຈາກສະຫະລັດ ອາເມລິກາ,ໄດ້ລົງນາມໃນບົດບັນທຶກຄວາມ ເຂົ້າໃຈຮ່ວມກັບກະຊວງແຮງງານແລະ ສະຫວັດດີການສັງຄົມເພື່ອລິ ເລີ່ມໂຄງການສ້າງຂີດຄວາມສາ ມາດໃຫ້ແກ່ພະນັກ ງານກ່ຽວຂ້ອງຂອງລັດຈັດຕັ້ງປະຕິບັດວຽກງານຄຸ້ມ ຄອງໄພພິບັດສຸກເສີນດ້ານ ມະນຸດສະທຳ.
ໂຄງການດັ່ງກ່າວ, ແມ່ນແນ ໃສ່ພັດທະນາແຜນງານການຝຶກອົບ ຮົມວຽກ ງານຄຸ້ມຄອງໄພພິບັດ ແຫ່ງຊາດສຳລັບພະນັກງານພາກລັດໃນ ຂະແໜງການກ່ຽວ ຂ້ອງນັບແຕ່ຂັ້ນສູນກາງລົງຮອດບັນດາ ແຂວງຕ່າງໆ ແລະ ນັບທັງວຽກ ງານປ້ອງກັນໄປຮອດການຟື້ນຟູ. ໂຄງການນີ້, ໄດ້ແນໃສ່ການສ້າງລະບົບຖານຂໍ້ມູນອອນລາຍ, ຊຶ່ງເປັນລະບົບການເກັບຂໍ້ມູນການຝຶກອົບຮົມທີ່ເຄີຍ ຈັດໃນເມື່ອກ່ອນ, ເຊິ່ງການພັດທະນາລະບົບນີ້ຈະ ຊ່ວຍໃຫ້ພະນັກງານລັດສາມາດ ເຂົ້າເຖິງຂໍ້ມູນການຝຶກອົບຮົມໄດ້ຫລາຍຂຶ້ນ.

ໂຄງການນີ້ເປັນໂຄງການ ດ້ານໄພພິບັດທຳອິດໃນລາວທີ່ທາງIOM ໄດ້ຈັດຕັ້ງປະຕິບັດ ແລະ ທາງ ອົງການ ກໍໄດ້ມີແຜນຈະຂະຫຍາຍ ພາລະບົດບາດໃຫ້ຫລາຍຂຶ້ນໃນ ວຽກງານຫລຸດຜ່ອນ ແລະ ຕອບ ໂຕ້ໄພພິບັດສຸກເສີນໂດຍການ ຮ່ວມ ເປັນແກນຫລັກໃນແຜນດ້ານການກະກຽມສະຖານທີ່ພັກຊົ່ວຄາວໃນກໍລະນີເກີດໄພພິບັດສຸກເສີນເຊັ່ນ: ໄພນ້ຳຖ້ວມ, ດິນເຊາະເຈື່ອນ, ໄພ ແຫ້ງແລ້ງ ແລະ ພະຍາດລະບາດຄື ໃນປີ 2011 ຜ່ານມາ ພາຍຸໃຕ້ ຝຸ່ນໄຮມ່າໄດ້ສ້າງຜົນກະທົບໃຫ້ແກ່ປະ ຊາຊົນຫລາຍກວ່າ 429 ພັນ ຄົນ, ສ້າງຄວາມເສຍຫາຍເປັນ ເງິນຫລາຍກວ່າ 173,6 ລ້ານໂດ ລາສະຫະລັດ, ພ້ອມນັ້ນ ຍັງສົ່ງຜົນ ກະທົບຢ່າງຮຸນແຮງແກ່ການທຳ ມາຫາກິນຂອງປະຊາຊົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບ. ແນວໃດກໍ ຕາມ, ບັນຫາໃຫຍ່ສຸດໃນລາວບໍ່ ແມ່ນຈາກໄພພິບັດຂະໜາດໃຫຍ່ ແຕ່ແມ່ນໄພພິບັດທີ່ເກີດໃນລະດັບ ທ້ອງຖິ່ນເຊັ່ນ: ນ້ຳຖ້ວມ ແລະ ໄພ ແຫ້ງແລ້ງ, ໄພພິບັດຂະໜາດນ້ອຍ ນີ້ແມ່ນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ທົ່ງໄຮ່ທົ່ງນາ ແລະ ຜົນລະ ປູກ, ເຮັດໃຫ້ສັດລ້ຽງຕາຍເປັນຈຳ ນວນຫລາຍແລະເປັນສາເຫດ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ແລະ ຂາດເງື່ອນໄຂໃນ ການຟື້ນຟູການດຳລົງຊີວິດຍ້ອນ ຜົນລະປູກເສຍຫາຍ ແລະ ຖືກທຳ ລາຍເປັນປະຈຳທຸກປີ. ນອກຈາກ ນີ້ແລ້ວການຝຶກອົບຮົມຍັງມີຄວາມຈຳເປັນສຳລັບຊຸມຊົນທ້ອງຖິ່ນ ແລະ ພະນັກງານກ່ຽວຂ້ອງຂອງ ລັດ, ຊຶ່ງບໍ່ສະເພາະແຕ່ບັນຫາການ ຮັບມືໄພພິບັດແຕ່ຍັງລວມທັງຍຸດ ທະສາດເພື່ອຫລຸດຜ່ອນຄວາມສ່ຽງຈາກໄພພິບັດແລະຫລຸດຜ່ອນຜົນ ກະທົບໃນຕໍ່ໜ້ານຳອີກ.

No comments:

Post a Comment