Ad

Ad

1 July 2015

ນາຍົກແນະນໍາທຸກຂະແໜງ ເນັ້ນຄຸນນະພາບຫລາຍກວ່າປະລິມານການຮັບລັດຖະກອນໃໝ່



ໃນການປືກສາຫາລືກ່ຽວກັບວຽກງານການຄຸ້ມຄອງລັດຖະ ກອນໃນສົກປີ 2014- 2015 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ສົກປີ 2015-2016 ໃນກອງ ປະຊຸມຄະນະລັດຖະບານສະໄໝສາມັນປະຈໍາເດືອນມິຖຸນາ 2015, ໂດຍການເປັນ ປະທານຂອງທ່ານ ນາຍົກລັດຖະມົນຕີ ທອງສິງ ທໍາ ມະວົງ ເຊິ່ງຕໍ່ບັນຫາດັ່ງກ່າວ ທ່ານ ນາຍົກ ລັດຖະມົນຕີໄດ້ແນະນໍາໃຫ້ ແຕ່ລະຂະແໜງການນັບທັງສູນ ກາງ ແລະ ທ້ອງຖິ່ນເອົາໃຈໃສ່ຄົ້ນ ຄວ້າກວດກາຄືນກ່ຽວກັບບຸກຄະ ລະກອນທີ່ມີ ແລະ ກວດກາຄືນຕໍາ ແໜ່ງງານໃຫ້ຈະແຈ້ງ, ຊັດເຈນ ແລະ ສິ່ງສໍາຄັນແມ່ນບຸກຄະລະ ກອນຜູ້ໜຶ່ງຕ້ອງສາມາດຮັບຜິດ ຊອບໄດ້ ສອງວຽກຂຶ້ນໄປ, ສ່ວນ ການຈັດສັນໂກຕາບຸກຄະລະກອນກໍຕ້ອງຈັດລຽງບູລິມະສິດຂະແໜງການທີ່ຈໍາເປັນ ແລະ ເຫັນວ່າມີ ຄວາມຕ້ອງການກັບໜ້າວຽກຕົວ ຈິງແທ້, ການຮັບພະນັກງານລັດ ຖະກອນໃໝ່ຕ້ອງເປັນຜູ້ມີຄວາມຮູ້,ຄວາມສາມາດ, ມີຄຸນ ສົມບັດດີ, ມີ ຄວາມດຸໝັ່ນຫ້າວຫັນ ແລະ ສັດຊື່ສຸ ຈະລິດທັງນີ້ກໍເພື່ອຫລີກລ້ຽງບັນຫາພະນັກງານເຫລືອບໍ່ພໍ ແລະ ຕ້ານ ປາກົດການຫຍໍ້ທໍ້ອື່ນໆ. ຄຽງຄູ່ກັນ ນັ້ນກໍໃຫ້ຫັນພະນັກງານລັດຖະ ກອນຜູ້ທີ່ມີຄວາມຮູ້ຄວາມສາມາດແລະ ມີປະສົບການ ລົງຊ່ວຍວຽກ ຢູ່ທ້ອງຖິ່ນຕົວຈິງໃຫ້ຫລາຍຂຶ້ນ, ພ້ອມທັງປັບປຸງຄຸນນະພາບຂອງ ລັດຖະກອນໃນການເຮັດວຽກໃຫ້ມີປະສິດ ທິຜົນສູງກວ່າເກົ່າ.

No comments:

Post a Comment