Ad

Ad

1 July 2015

ສົມເດັດພະເທບຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຢ້ຽມຢາມລາວ



ໃນວັນທີ 30 ມິຖຸນານີ້, ສົມເດັດພະເທບຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ໄດ້ນຳພາຄະນະນັກຮຽນນາຍຮ້ອຍທະຫານເດີນທາງມາຢ້ຽມຢາມສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ສໍາຄັນທາງ ດ້ານວັດທະນະທຳ ແລະ ປະຫວັດສາດຢູ່ນະຄອນ ຫລວງວຽງຈັນ ເຊັ່ນ: ວັດສີສະ ເກດ, ວັດພະທາດຫລວງ, ຫໍພິພິທະ ພັນກອງທັບປະຊາຊົນປະຕິວັດ ລາວ ແລະ ລັດວິສາຫະກິດໄຟຟ້າລາວ ແລະ ໄດ້ຮັບຟັງລາຍງານ ກ່ຽວກັບສະພາບການພັດ ທະນາ ຂອງຕະຫລາດຫລັກຊັບລາວ ແລະ ແຜນພັດທະນາພະລັງງານໄຟຟ້າຢູ່ລາວ.
ຈາກນັ້ນ, ສົມເດັດພະເທບ ໄດ້ເຂົ້າຢ້ຽມຄຳນັບທ່ານປະທານ ປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ ເຊິ່ງໃນການພົບ ປະໄດ້ດໍາເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມຖານປະເທດບ້ານໃກ້ ເຮືອນຄຽງທີ່ດີລະ ຫວ່າງສອງປະ ເທດລາວ-ໄທ ແລະ ໃນຕອນບ່າຍ ທ່ານສາດສະດາຈານ ດຣ. ບໍ່ແສງ ຄໍາ ວົງດາລາ ລັດຖະ ມົນຕີວ່າການ
ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ປະທານ ສະມາຄົມລາວ-ໄທເພື່ອມິດຕະ ພາບ, ໄດ້ເປັນເຈົ້າພາບ ຈັດງານ ລ້ຽງອາຫານທ່ຽງເພື່ອເປັນກຽດ ໃຫ້ແກ່ສົມເດັດພະເທບ ແລະ ຄະນະ. ຈາກນັ້ນສົມເດັດພະເທບ ແລະ ຄະນະ, ໄດ້ເດີນທາງໄປຢ້ຽມຢາມ ແຂວງຫລວງພະບາງ, ໂດຍມີ ທ່ານດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງຫລວງພະບາງ ພ້ອມ ດ້ວຍອໍານາດການປົກຄອງແຂວງໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໂດຍຄະນະໄດ້ໄປນະມັດສະ ການພະບາງທີ່ຫໍພິພິ ທະພັນພະຣາຊະວັງຫລວງພະບາງ, ຢ້ຽມຊົມວັດຊຽງທອງ ແລະ ສະຖານທີ່ປະຫວັດສາດອີກຈຳນວນໜຶ່ງ ແລະ ໃນຕອນ ຄໍ່າທ່ານເຈົ້າແຂວງຫລວງພະບາງໄດ້ຈັດພິທີບ່າສີສູ່ຂວັນເພື່ອເປັນກຽດໃຫ້ແກ່ສົມເດັດພະເທບ ແລະ ຮ່ວມສຳມະນາໃນຫົວ ຂໍ້ການພົວ ພັນລາວ-ໄທ, ຫລັງຈາກນັ້ນສົມ ເດັດພະເທບ ແລະ ຄະນະກໍໄດ້ເດີນ ທາງກັບຄືນ ປະເທດດ້ວຍ ຄວາມສະວັດດີພາບ.
ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ນັບເປັນໂອ ກາດອັນດີໃຫ້ແກ່ນັກສຶກສານາຍ ຮ້ອຍທະຫານໄດ້ມີ ຄວາມເຂົ້າໃຈ ແລະ ເຫັນສະພາບຕົວຈິງໃນການ ສ້າງສາພັດທະນາລວມເຖິງດ້ານວັດທະນະທຳຂອງລາວຫລາຍຂຶ້ນ, ທັງເປັນ ການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກໄທໃຫ້ນັບມື້ແຕກດອກອອກຜົນ.

No comments:

Post a Comment