Ad

Ad

2 July 2015

ຂະບວນການປ່ອຍປາປີນີ້ຈະເພີ່ມຂຶ້ນເປັນ 35,3 ລ້ານກວ່າໂຕ



ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນຫາຍພາກສ່ວນ, ລວມທັງຂະແໜງການຂອງ ຕົນໄດ້ມີການ ກະ ກຽມພ້ອມທີ່ຈະປ່ອຍປາໃນວັນອະນຸລັກສັດນ້ຳສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ, ມາຮອດປັດຈຸບັດມີລູກປາຫຼາຍກວ່າ 35.3 ລ້ານໂຕ ທີ່ຈະປ່ອຍໃນັວນດັ່ງກ່າວ, ຂະນະທີ່ບັນດາສູນ ແລະ ສະຖານີຜະລິດລູກປ່າກໍຍັງສືບຕໍ່ຜະລິດລູກ ປ່າເປັນປົກ ກະຕິ, ຄາດວ່າຈຳນວນລູກປາທີ່ຈະປ່ອຍຍັງຈະເພີ່ມຂຶ້ນ ແລະ ໃນຜ່ານມານີ້ຂະແໜງການຂອງຕົນກໍໄດ້ເອົາ ໃຈໃສ່ລົງເຜີຍແຜ່ ກົດໝາຍວ່າດ້ວຍການຄຸ້ມຄອງສັດນ້ຳສັດປ່າໃຫ້ປະຊາຊົນທ້ອງຖິ່ນຕ່າງໄດ້ຢ່າງກວ້າງຂວາງ, ໂດຍສະເພາະແມ່ນໄດ້ກຳນົດ ກົດລະບຽບຄຸ້ມຄອງວັງສະຫງວນຄືນໃໝ່ ແລະ ການມອບໝາຍໜ້າທີ່ ຮັບຜິດຊອບໃຫ້ອຳນາດການປົກຄອງ ແຕ່ລະ ທ້ອງ ຖິ່ນໃນການ ຕິດຕາມກວດກາເພື່ອຮັບປະກັນໃຫ້ປ່າປ່ອຍໃໝ່ໄດ້ຈະ ເລີນເຕີບໃຫຍ່, ໄລ່ມາຮອດປະຈຸບັນທົ່ວປະເທດມີວັງ ສະຫງວນທັງໝົດ 1210 ວັງ, ໃນນັ້ນວັງສະຫງວນທີ່ຂຶ້ນທະບຽນແລ້ວມີ 355 ວັງ, ຢູ່ 313 ບ້ານ ໃນ 44 ເມືອງ  7 ແຂວງຄື ບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ ແລະ ອັດຕະປື.

No comments:

Post a Comment