Ad

Ad

2 July 2015

ລະວັງ !!! ພະຍາດຄໍຕີບມີຜູ້ເສຍຊີວິດແລ້ວ 4 ຄົນ



ຕາມການລາຍງານຂອງໜ່ວຍງານເຝົ້າລະວັງພະຍາດກະຊວງສາທາລະນະ ສຸກໃຫ້ ຮູ້ວ່າ: ພາຍຫຼັງທີ່ເກີດການລະບາດພະຍາດຄໍຕີບຢູ່ບາງແຂວງເປັນຕົ້ນແມ່ນ ແຂວງ ວຽງຈັນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ, ທາງກະ ຊວງສາທາລະ ນະສຸກກໍໄດ້ລົງຊ່ວຍເຫຼືອເຂດທີ່ມີການລະບາດ, ດວຍການສັກຢາປ້ອງກັນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວເພື່ອບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ, ຊຶ່ງນັບ ແຕ່ຕົ້ນເດືອນມິຖຸນາມາຮອດປັດຈຸບັນພົບຜູ້ຕິດເຊື້ອ ແລ້ວ  200 ກວ່າກໍລະນີ, ມີຜູ້ເສຍຊີວິດ 4 ຄົນ, ໃນນັ້ນແຂວງວຽງຈັນ ມີຫຼາຍກວ່າ170 ກໍລະນີ, ເສຍຊີວິດ 3 ຄົນ, ສະຫວັນນະເຂດ 30 ກວ່າກໍລະນີ, ເສຍຊີວິດ 1 ຄົນ, ນະຄອນຫຼວງວຽງ ຈັນ 8 ກໍລະນີ, ສ່ວນສາເຫດ ຂອງການເສຍຊີວິດແມ່ນບໍ່ສະເພາະແຕ່ການຕິດເຊື້ອ ພຽງຢ່າງດຽວແຕ່ຜູ້ຕິດເຊື້ອຍັງມີພະວະແຊກຊ້ອນທາງຮ່າງການ ແລະ ພະຍາດອື່ນໆນຳອີກ, ພະຍາດຄໍຕີບເກີດຈາກ ເຊື້ອຈຸລິນຊີ ແລະ ສ່ວນຫຼາຍຈະມັກເກີດກັບເດັກນ້ອຍທີ່ມີສຸຂະພາບບໍ່ແຂງ ແຮງ, ບໍ່ໄດ້ຮັບການສັກຢາກັນພະຍາດຄົບຖ້ວມ, ໂດຍສະເພາະເດັກນ້ອຍເຂດຫ່າງໄກສອກຫຼີກ, ພະຍາດດັ່ງກ່າວສາມາດຕິດຕໍ່ກັນໄດ້ໂດຍທາງລະບົບ ຫາຍໃຈເຊັ່ນການໄອ ຈາມຕ່າງໆ, ສ່ວນວິທີປ້ອງກັນແມ່ນໃຫ້ປະຕິບັດຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດເຊັ່ນ: ການໄອຈາມທຸກຄັ້ງ ຕ້ອງອັດປາກ ແລະ ດັງ, ໝັ່ນລ້າງມື ແລະ ທຳຄວາມສະອາດຮ່າງກາຍເປັນປະຈຳ, ຜູ້ປົກຄອງຕ້ອງເປັນເຈົ້າການນຳ ພາລູກ ຫຼານຂອງຕົນໄປຮັບການສັກຢາກັນພະຍາດໃຫ້ຄົບຕາມຈຳນວນຕາມທີ່ກະຊວງສາທາລະນະສຸກນຳນົດ ແລະ ເມື່ອເຫັນວ່າ ລູກຫຼານຂອງ ຕົນບໍ່ສະບາຍໃຫ້ພາໄປກວດຢູ່ໂຮງໝໍຫຼືສຸກສາລາໃກ້ບ້ານ, ບໍ່ຄວນຊື້ຢາມາກິນເອງ.
ໜ່ວຍງານເຝົ້າລະວັງພະຍາດລະບາດໃຫ້ຮູ້ອີກວ່າ: ປັດຈຸບັນສາທາຍັງສືບຕໍ່ລົງຕິດຕາມຊ່ວຍເຫຼືອ, ປິ່ນປົວ ແລະ ສັກຢາປ້ອງກັນພະຍາດດັ່ງກ່າວຢູ່ເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສຽງ,ຈົນກວ່າພະຍາດນີ້ຈະໝົດໄປ.

No comments:

Post a Comment