Ad

Ad

6 July 2015

ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ໂອ້​ລົມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ-ປ່າໄມ້



     ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງກະສິກຳແລະປ່າໄມ້ທີ່ຈັດຂຶ້ນໃນວັນທີ 2-3 ກໍລະກົດນີ້, ທ່ານ ສົມສະຫວາດເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີທ່ານ​​ໄດ້ໃຫ້ກຽດໂອ້ລົມຄະນະຜູ້ແທນກອງປະຊຸມດັ່ງກ່າວ, ​ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳນຳພາຂອງຄະນະພັກຊຸດ​​ເກົ່າທີ່ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ພິເສດແມ່ນການຊຸກຍູ້ການຜະລິດເຂົ້າບັນລຸ 4 ລ້ານໂຕນຕໍ່ປີ, ຜະລິດຊີ້ນ, ປາແລະສະບຽງອາຫານຕ່າງໆໄດ້ພຽງພໍກັບຄວາມຕ້ອງການເຮັດໃຫ້ສິນຄ້າກະສິກຳມີຄວາມກ້າວໜ້າ, ພ້ອມນັ້ນກໍໄດ້ສະເໜີໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ປຸບປຸງບັນດາຂໍ້ຄົງຄ້າງຕ່າງໆ, ຕາມໜ້າທີ່ການເມືອງແລະຄວາມຮັບຜິດຊອບຂອງຕົນ, ​ເພື່ອກຽມຮອງຮັບການເຊື່ອມໂຍງກັບສາກົນແລະພາກພື້ນຢ່າງເປັນເຈົ້າການ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ​ໂດຍສະເພາະແມ່ນຕ້ອງເອົາໃສ່ບັນຫາທີ່ສຳຄັນໃນການພັດທະນາກະສິດກຳໃນໄລຍະໃໝ່ຄື: ​ເອົາໃຈໃສ່ການຜະລິດເພື່ອ
ຄ້ຳປະກັນສະບຽງອາຫານໃນສະພາບການປ່ຽນ​​ແປງຂອງດິນຟ້າອາກາດ, ສ້າງພື້ນຖານວັດຖຸເຕັກນິກໃຫ້ຮັບປະກັນຄວາມຍືນຍົງ, ວາງ​​ແຜນພັດທະນາບຸກຄະລາກອນໃຫ້ເໝາະສົມໃນທົ່ວຂະແໜງການ, ​ໂດຍສະເພາະການປັບປຸງກົນຈັກຕາມທິດທາງ 3 ສ້າງແລະຄະນະພັກຊຸດໃໝ່ຕ້ອງເປັນແບບຢ່າງທີ່ດີຮອບດ້ານ, ສືບຕໍ່ຊີ້ນຳນຳພາຈັດຕັ້ງປະຕິບັດທິດຂອງກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງກະສິກຳແລະປ່າໄມ້ກໍຄືແຜນການພັດທະນາກະສິກຳແລະປ່າໄມ້ໃນໄລຍະໃໝ່ີໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ຮອງນາຍົກກ່າວວ່າ: ​ເພື່ອນຳພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ມັນຈຳເປັນຢ່າງຍິ່ງທີ່ຄະນະພັກກະຊວງກະສິກຳຈະຕ້ອງກຳແໜ້ນພາລະບົດບາດແລະໜ້າທີ່ຂອງຕົນ, ​ເນື່ອງຈາກວ່າ 80% ຂອງພົນລະເມືອງລາວໃນປັດຈຸບັນແມ່ນ​​ກະສິກອນແລະວຽກງານກະສິກຳກໍມີສ່ີວນສຳຄັນໃນອົງປະກອບເສດຖະກິດແຫ່ງຊາດ, ດັ່ງນັ້ນມັນມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຮູ້ວ່າ: ໜ້າທີ່ການເມືອງຂອງກະຊວງກະສິກຳແມ່ນຫຍັງແລະເຮັດແນວໃດການຜະລິດສະບຽບອາຫານຈຶ່ງຈະພຽງພໍແລະຍືນຍົງແລະສິ່ງສຳຄັນອີກຢ່າງແມ່ນການກຽມພ້ອມໃຫ້ແກ່ການເຊື່ອມໂຍງເສດຖະກິດກັບພາກພື້ນແລະສາກົນແລະການຮອງຮັບກັບສະພາບດິນຟ້າອາກາດມີການປ່ຽນແປງຢ່າງໃຫຍ່ຫລວງນັ້ນພວກເຮົາຕ້ອງເຮັດ​​ແນວໃດຈຶ່ງຈະຂ້າມຜ່ານ​​ໄປໄດ້ແລະສາມາດນຳເອົາປະເທດຊາດອອກຈາກປະເທດດ້ອຍພັດທະນາໄດ້ໂດຍໄວ.
     ໃນກອງປະຊຸມຄັ້ງນີ້ໄດ້ເປັນເອກະສັນເລືອກເອົາສະຫາຍດຣ. ​ເພັດພົມພິພັກເປັນເລຂາຄະນະພັກ, ສະຫາຍທອງພັດວົງມະນີເປັນຮອງເລຂາພັກ, ສະຫາຍນາງປີ່ງຄຳລາຊະສີມາເປັນປະທານກວດກາ, ສະຫາຍຄຳພອນລາຊະຈັກເປັນຮອງປະທານກວດກາແລສະຫາຍຄຳພຸດພັນດານຸວົງເປັນຮອງປະທານກວດກາ.

No comments:

Post a Comment