Ad

Ad

6 July 2015

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 7



ໃນຕອນເຊົ້າວັນທີ 4 ກໍລະກົດຜ່ານມານີ້ ຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ທ່ານ ທອງສິງ ທຳມະວົງນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ ແທນເຂົ້າຮ່ວມກອງປະຊຸມສຸດ ຍອດກອບການຮ່ວມ ມືແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 7 ພາຍໃຕ້ການ ເປັນປະທານຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊະ ອາເບະ ແລະ ມີທ່ານນາຍົກ ລັດຖະ ມົນຕີຈາກ 4 ປະເທດແມ່ນ້ຳຂອງຄື: ນາຍົກລັດ ຖະມົນຕີ ສົມເດັດ ຮຸນເຊັນ ແຫ່ງລາຊະອານາຈັກກຳປູເຈຍ, ປະທາ ນາທິບໍດີອູເທນເຊນແຫ່ງ ປະເທດ ມຽນມາ, ນາຍົກລັດຖະມົນຕີປະຍຸດ ຈັນໂອຊາ ແຫ່ງລາຊະອານາຈັກໄທ ແລະ ນາຍົກລັດຖະມົນຕີ ຫງວຽນ ເຕິນຢຸງ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມເຂົ້າຮ່ວມ.

ບັນດາຜູ້ນຳປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນໄດ້ຕີລາຄາສູງຕໍ່ຄວາມຄືບໜ້າ ແລະ ຜົນສຳເລັດໃນ ການຈັດຕັ້ງຜັນຂະ ຫຍາຍຖະແຫລງການຮ່ວມຂອງກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 6 ຜ່ານມາ ແລະ ການຈັດຕັ້ງປະຕິບັດແຜນຍຸດ ທະສາດໂຕກຽວ 2013-2015 ໂດຍສະເພາະບັນດາໂຄງ ການ ແລະ ແຜນງານຕ່າງໆໃນສາມເສົາຄ້ຳການຮ່ວມມືຄື: ການເສີມ ຂະຫຍາຍການເຊື່ອມຈອດ, ພັດທະນາຮ່ວມກັນ ແລະ ຮັບປະກັນຄວາມມັ້ນຄົງຂອງມະນຸດ ແລະຄວາມຍືນຍົງຂອງສະພາບ ແວດລ້ອມ.
ພ້ອມດຽວກັນບັນດາທ່ານຜູ້ນຳຍັງໄດ້ຫາລືທິດທາງການຮ່ວມມືໃນຕໍ່ໜ້າ ແລະ ຮັບຮອງ ເອົາແຜນຍຸດທະສາດໂຕ ກຽວປີ 2015 (2016-2018) ເພື່ອສຸມໃສ່ສີ່ເສົາຄ້ຳການຮ່ວມມືຄື: ຄວາມພະຍາຍາມທາງດ້ານໂຄງລ່າງສຳລັບການ ພັດທະ ນາພື້ນຖານໂຄງລ່າງທາງດ້ານອຸດ ສາຫະກຳໃນພາກພື້ນແມ່ນ້ຳຂອງ ແລະ ເສີມຂະຫຍາຍການເຊື່ອມຈອດ ໃຫ້ເປັນຮູບປະທຳ, ຄວາມພະຍາຍາມທາງດ້ານໂຄງບົນສຳລັບການພັດທະນາຊັບພະຍາກອນມະນຸດທາງດ້ານອຸດສາຫະກຳ ແລະ ການເສີມຂະ ຫຍາຍໂຄງບົນການເຊື່ອມຈອດ, ການພັດທະນາແບບຍືນຍົງເພື່ອກ້າວເຂົ້າ ສູ່ແມ່ນ້ຳຂອງສີຂຽວຢ່າງແທ້ຈິງ ແລະ ການປະສານງ ານກັບບັນດາອົງການຈັດຕັ້ງທີ່ຫຼາກ ຫຼາຍໂດຍລັດຖະບານຍີ່ປຸ່ນໄດ້ປະກາດໃຫ້ການຊ່ວຍເຫຼືອງົບປະ ມານໃຫ້ແກ່ບັນດາປະ ເທດແມ່ນ້ຳຂອງມູນຄ່າ 750 ຕື້ເຢັນ(ສະກຸນເງິນຍີ່ປຸ່ນ) ເພື່ອຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານຕ່າງໆຂອງຂອບ ການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນໃນສາມປີຕໍ່ໜ້າ.
    ໃນໂອກາດດັ່ງກ່າວ ນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ໄດ້ປະກອບຄຳຄິດຄຳເຫັນຢ່າງຫ້າວຫັນໂດຍຕີລາຄາສູງຕໍ່ຜົນ ສຳເລັດການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນເຊັ່ນ: ໂຄງການປັບປຸງເສັ້ນທາງຫຼວງເລກ 9, ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ, ໂຄງການພັດທະນາ ລະບົບສາຍສົ່ງໄຟຟ້າພາກໃຕ້ ແລະ ໂຄງການອື່ນໆ, ເຊິ່ງໂຄງການດັ່ງກ່າວນີ້ບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນການເຊື່ອມຈອດ ລະຫວ່າງປະເທດແມ່ນ້ຳຂອງເທົ່ານັ້ນແຕ່ຍັງເປັນການສ້າງພື້ນຖານໂຄງລ່າງໃຫ້ແກ່ການເຊື່ອມຈອດຂອງພາກພື້ນ ແລະອາຊຽນ ນຳອີກ.
ພ້ອມດຽວກັນ, ນາຍົກລັດຖະມົນຕີ ທອງສິງ ທໍາມະວົງ ຍັງໄດ້ເຂົ້າຮ່ວມກິດຈະກຳຕ່າງໆທີ່ຈັດຂຶ້ນໃນໄລຍະ ກອງປະຊຸມສຸດຍອດຄັ້ງນີ້ເຊັ່ນ: ເຂົ້າຮ່ວມເວທີພົບປະດ້ານເສດຖະກິດລະດັບສູງ 5 ປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນໃນວັນທີ 3 ກໍລະກົດ, ໂດຍມີນັກທຸລະກິດຍີ່ປຸ່ນປະມານພັນກວ່າຄົນເຂົ້າຮ່ວມ ແລະ ພົບປະກັບປະທານສະຫະພັນທຸລະກິດ ແລະ ປະທານສະພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ, ເຊິ່ງນາຍົກໄດ້ສະເໜີບັນດາຂະແໜງການທີ່ມີທ່າແຮງສຳລັບການລົງທຶນ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ຢ່ລາວ ແລະ ໄດ້ເຊີນຊວນນັກລົງທຶນ ແລະ ນັກທຸລະກິດຍີ່ປຸ່ນມາລົງທຶນ ແລະ ດຳເນີນທຸລະກິດຢູ່ລາວໃຫ້ຫຼາຍຂຶ້ນ.
ນອກນີ້, ສປປ ລາວ ຍັງໄດ້ລົງນາມຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສຳລັບໂຄງການເກັບ ກູ້ລະເບີດ ບໍ່ທັນແຕກທີ່ຕົກຄ້າງມູນຄ່າ 845 ລ້ານເຢັນ ແລະ ໂຄງການຊ່ວຍເຫຼືອນອກໂຄງການມູນຄ່າ 500 ລ້ານເຢັນ, ເຊິ່ງການ ຊ່ວຍເຫຼືອໃນຄັ້ງນີ້ຈະປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ລາວ ແລະຕອບສະໜອງໃຫ້ ແກ່ການຮັບປະກັນຄວາມໝັ້ນຄົງຂອງມະນຸດໂດຍລວມ.

No comments:

Post a Comment