Ad

Ad

7 July 2015

ປກສ ເມືອງໂພນໂຮງຈັບ ຜູ້ຄ້າຢາເສບຕິດມາດຳເນີນຄະດີ

ພາບ-ຂ່າວ : ຫນັງສືພິມ ປກສ
ເມື່ອບໍ່ດົນມານີ້, ປກສ ເມືອງ ໂພນໂຮງ ແຂວງວຽງຈັນ ໄດ້ຈັບ ຕົວ ທ້າວ ເລ້ ອາຍຸ 31 ປີ ຢູ່ບ້ານນ້ຳ ລີນ ເມືອງໂພນໂຮງ ພ້ອມຂອງ ກາງ ຢາບ້າເກືອບຮ້ອຍເມັດ, ປືນ ແກ໋ບ 3 ກະບອກ, ມີດປາຍແຫລມ ຂະໜາດໃຫຍ່ 3 ດວງ, ລູກປືນກັກ ຕົງ 10 ລູກ ແລະ ໂທລະສັບ 2 ໜ່ວຍຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມ ລະບຽບ ກົດໝາຍ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ເລ້ ແມ່ນໄດ້ເຄື່ອນໄຫວຄ້າຂາຍຢາ ເສບຕິດໃຫ້ ລູກຄ້າໃນເຂດເມືອງດັ່ງກ່າວມາດົນແລ້ວ, ແຕ່ພາຍ ຫລັງເຈົ້າໜ້າທີ່ໄດ້ມີຂໍ້ມູນຫລັກ ຖານແໜ້ນໜາຈຶ່ງໄດ້ຈັບ ຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment