Ad

Ad

24 July 2015

ອາເມລິກາສົ່ງເສີມການອະນຸລັກວັດທະນະທຳ ແລະ ວຽກງານການສຶກສາຢູ່ລາວ



 ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ດຣ ນາງ ຈິວ ໄບເດັນ ພັນລາຍະຮອງປະທານາທິ ບໍດີ ສະຫະລັດ ອາເມລິກາ ໂຈ ໄບເດັນ, ລະຫວ່າງວັນທີ 21-22 ກໍລະກົດຜ່ານ ມານີ້, ເຊິ່ງໃນໄລຍະການຢ້ຽມຢາມ ດັ່ງກ່າວ, ນອກຈາກໄດ້ ພົບປະກັບການນຳຂັ້ນສູງຂອງລາວແລ້ວ, ທ່ານນາງ ຈິວ ໄບເດັນ ຍັງໄດ້ເດີນທາງໄປແຂວງຫລວງພະບາງເພື່ອຢ້ຽມ ຊົມວັດຊຽງທອງທີ່ໄດ້ຮັບທຶນຊ່ວຍເຫລືອຈາກກອງທຶນເອກອັກຄະລັດຖະທູດສະຫະລັດອາເມ ລິກາໃນມູນຄ່າ 655 ພັນໂດລາສະຫະລັດ, ເພື່ອປະຕິສັງຂອນວັດ ແລະ ພາບແຕ້ມຝາຜະໜັງ, ເຊິ່ງແມ່ນໜຶ່ງໃນ 16 ໂຄງການຂອງກອງທຶນຊ່ວຍເຫລືອດັ່ງກ່າວ,
ເພື່ອເປັນການອະນຸລັກປົກປັກຮັກສາມູນມໍລະດົກທາງວັດທະນາທຳລາວໃຫ້ຄົງຢູ່ຄູ່ຊາດລາວຕະຫລອດໄປ. ນອກຈາກນີ້, ທ່ານ ດຣ ນາງ ຈິວ ໄບເດັນ ໄດ້ໄປຢ້ຽມຢາມໂຄງການເຮືອຫໍສະໝຸດແຂວງຫລວງພະ ບາງທີ່ໄດ້ຮັບການສະໜັບສະໜູນຈາກສະຖານທູດສະຫະລັດອາເມລິກາປະຈຳລາວ, ໂຄງການນີ້ແມ່ນ ມີເຮືອສອງລຳເພື່ອປະຕິບັດໜ້າທີ່ນຳເອົາປື້ມແບບຮຽນຕຳລາຕ່າງໆໄປມອບໃຫ້ແກ່ເດັກນ້ອຍຫລາຍກວ່າ 75 ບ້ານຢູ່ເຂດຫ່າງໄກສອກຫລີກ, ພ້ອມຍັງໄດ້ພົບປະແລກປ່ຽນບົດຮຽນກັບທ່ານອຳນວຍການອົງ ການອາຫານໂລກປະຈຳລາວ ນາງ ຊາຣາ ຈໍເດັນຈີບສັນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການອາ ຫານເພື່ອການສືກສາທີ່ສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫລືອໃນມູນຄ່າ 27 ລ້ານໂດລາສະຫະ ລັດສຳລັບເດັກນ້ອຍຫລາຍກວ່າ 170 ພັນຄົນຢູ່ລາວໃນອີກ 3 ປີຕໍ່ໜ້າ, ຊຶ່ງມີເປົ້າໝາຍເພີ່ມອັດຕາ ການເຂົ້າຮຽນຂອງນັກຮຽນໂດຍການໃຫ້ອາຫານຫວ່າງໃນຕອນເຊົ້າ ແລະ ອາຫານທ່ຽງທີ່ມີ ປະໂຫຍດແກ່ນັກຮຽນ.
              ທ່ານ ດຣ ນາງ ຈິວ ໄບເດັນ ໄດ້ເປັນຕົວແທນຈາກທຳນຽບຂາວສຳນັກງານປະທານປະເທດ ສະຫະລັດອາເມລິກາຜູ້ທຳອິດທີ່ມາຢ້ຽມຢາມລາວ, ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນ ການສືບຕໍ່ເສີມຂະຫຍາຍການພົວພັນລະຫວ່າງລາວ ແລະ ສະຫະລັດອາເມລິກາໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ປີ 2015 ນີ້ແມ່ນຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ສະຫະລັດອາເມລິກາອີກດ້ວຍ.

No comments:

Post a Comment