Ad

Ad

24 July 2015

ຂໍໃຫ້ສັງຄົມຊ່ວຍຕິດຕາມການປະພຶດທີ່ບໍ່ດີຂອງພະນັກງານການເງິນ



ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນ ມານີ້ວ່າ: ເພື່ອເປັນການສະກັດກັ້ນບັນດາປະກົດການຫຍໍ້ທໍ້ຂອງພະນັກງານໃນຂົງເຂດການເງິນ ແມ່ນມີຄວາມຍີນດີຂໍໃຫ້ສັງຄົມຊ່ວຍເປັນຫູເປັນຕາຕິດຕາມການເຄື່ອນໄຫວຂອງພະນັກງານກະຊວງພວກເຮົາ ແລະ ຖ້າພົບກໍລະນີທີ່ບໍ່ດີກໍໃຫ້ຮີບຮ້ອນແຈ້ງໃຫ້ໜ່ວຍງານກ່ຽວຂ້ອງຊາບທັນທີເພື່ອ ໃຫ້ສາມາດກວດ ສອບ ແລະ ແກ້ໄຂໄດ້ທັນເວລາ, ເຊິ່ງການອອກມາເວົ້າຕໍ່ບັນຫາດັ່ງກ່າວມີຂຶ້ນພາຍຫລັງກະແສສັງ ຄົມເຫັນວ່າໄລຍະເສດຖະກິດຂອງຊາດປະສົບຄວາມຫຍຸ້ງຍາກຍ້ອນການເກັບລາຍຮັບບໍ່ໄດ້ຕາມແຜນ, ແຕ່ມີພະນັກງານຈຳນວນບໍ່ໜ້ອຍໃນຂົງເຂດການເງິນຮັ່ງມີລ້ຳລວຍຜິດປົກກະຕິ ແລະ ໃຊ້ຈ່າຍຫລິ້ນ ກິນຟູມເຟືອຍ, ຊຶ່ງກາຍເປັນແບບຢ່າງອັນບໍ່ດີຕໍ່ສັງຄົມກໍຄືການສ້າງພາບພົດທີ່ບໍ່ເໝາະ ສົມໃຫ້ ແກ່ບົດບາດພະນັກງານ, ໂດຍສະເພາະແມ່ນພະນັກງານພາສີ, ອາກອນດັ່ງນີ້ເປັນຕົ້ນ.
              ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງການເງິນ ໄດ້ເອົາໃຈໃສ່ກວດກາ ແລະຕ້ານບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຂະແໜງການ
ຂອງຕົນຢ່າງຈິງຈັງຕະຫລອດມາດ້ວຍການດຳເນີນການແຈ້ງຊັບສີນຂອງພະນັກງານ, ເປີດບັ້ນດຳ ເນີນຊີວິດການເມືອງ, ກວດກາການປະຕິບັດໜ້າທີ່ຂອງພະນັກງານຢູ່ບັນດາດ່ານພາ ສີເພື່ອໃຫ້ການ ເກັບລາຍຮັບໄດ້ຕາມແຜນ, ຂະນະດຽວກັນກໍມີການກວດກາຕາມປະກົດການ ແລະ ຫາງສຽງຂອງສັງ ຄົມ ແລະ ຜ່ານມາຂະແໜງການເງິນກໍໄດ້ມີການປະຕິບັດວິໄນຢ່າງເຂັ້ມງວດຕໍ່ພະນັກ ງານຜູ້ທີ່ກະທຳ ຜິດໃນຫລາຍກໍລະນີຕາມລະບຽບກົດໝາຍກຳນົດໄວ້.ແນວໃດກໍຕາມ ເພື່ອເຮັດໃຫ້ພາບລັກ ແລະ ການປະຕິບັດໜ້າທີ່ຂອງພະນັກງານໃນຂະແໜງການເງິນມີຄວາມເຂັ້ມແຂງ, ບໍລິສຸດໂປ່ງໃສຈຶ່ງ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງຊ່ວຍກັນຕິດຕາມກວດກາ ແລະ ປະກອບສ່ວນຢ່າງຈິງ ໃຈໃນການແຈ້ງຜູ້ມີພຶດຕະກຳທີ່ບໍ່ດີ ຈາກການກະທຳຂອງພະນັກງານຂະແໜງການຕົນທີ່ເຫັນວ່າເປັນ ການກະທຳທີຜິດຕໍ່ລະບຽບກົດໝາຍ ເພື່ອຈະໄດ້ພ້ອມກັນກວດກາ ແລະ ແກ້ໄຂປາກົດການຫຍໍ້ທໍ້ດັ່ງ ກ່າວໄດ້ທ່ວງທັນ.

No comments:

Post a Comment