Ad

Ad

24 July 2015

ໄຟຟ້ານ້ຳເທີນ 2 ຢຸດການຜະລິດກະແສໄຟຟ້າຊົ່ວຄາວ ຍ້ອນລະດັບນໍ້າເຊບັ້ງໄຟສູງຂຶ້ນໃກ້ຂີດອັນຕະລາຍ



ເຂື່ອນໄຟຟ້ານ້ຳເທີນ 2 ໄດ້ຢຸດການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນ້ຳໃນ ເຂດລຸ່ມເຮືອນ ຈັກມີປະລິມານສູງຂຶ້ນຫລາຍ ເຊິ່ງເປັນຜົນມາຈາກຝົນຕົກຕິດຕໍ່ກັນຫລາຍວັນເຮັດໃຫ້ປະ ລິມານ ນໍ້າ ເຊບັ້ງໄຟລົ້ນຕາຝັ່ງ ແລະ ໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ ຂອງປະຊາຊົນໃນຕອນລຸ່່ມ.
            ທ່ານ ດຣ ດູລິດ ພົມມະຈັນ ຜູ້ຈັດການຝ່າຍຄຸ້ມຄອງການ ຜະລິດໂຄງການໄຟຟ້ານ້ຳເທີນ 2 ລາຍງານຕໍ່ກອງປະຊຸມເຜີຍແຜ່ການຢຸດການປ່ອຍນ້ຳຜ່ານເຮືອນ ຈັກລົງສູ່ຄອງສົ່ງນ້ຳເຂດລຸ່ມເຮືອນຈັກໃນວັນທີ 22 ເດືອນກໍລະກົດນີ້ຢູ່ສູນປະຊາສຳພັນໂຄງການ
ດັ່ງກ່າວເມືອງຍົມມະລາດແຂວງຄຳມ່ວນເພື່ອແຈ້ງໃຫ້ຫ້ອງວ່າການປົກຄອງເມືອງ, ຫ້ອງ ການທີ່ ກ່ຽວຂ້ອງ,ນາຍບ້ານເຂດລຸ່ມເຮືອນຈັກທີ່ຂຶ້ນກັບເມືອງຍົມມະລາດ, ມະຫາໄຊ, ເຊບັ້ງໄຟ ແລະ ເມືອງໄຊບູລີແຂວງສະຫວັນນະເຂດພ້ອມດ້ວຍພາກສ່ວນກ່ຽວຂ້ອງຮັບ ຊາບວ່າ:ນ້ຳຖ້ວມມີລັກສະ ນະເກີດຂຶ້ນຕາມລ່ອງແມ່ນ້ຳເຊບັ້ງໄຟເກືອບທຸກປີເມື່ອລະດັບນ້ຳເຊບັ້ງໄຟເພີ່ມຂຶ້ນໃກ້ລະດັບລົ້ນຕາຝັ່ງເຂື່ອນໄຟຟ້ານ້ຳເທີນ 2 ຈະຢຸດການຜະລິດຂອງເຄື່ອງຈັກໃຫຍ່ (ເປັນຈັກຜະ ລິດໄຟຟ້າເພື່ອສົ່ງອອກ) ເຊິ່ງການຢຸດການ ປ່ອຍນ້ຳລົງຄອງເໝືອງສົ່ງນ້ຳທີ່ໄຫລລົງສູ່ແມ່ນ້ຳເຊບັ້ງໄຟນີ້ເພື່ອຫລີກເວັ້ນບໍ່ໃຫ້ນ້ຳຈາກທຳມະຊາດເພີ່ມຄວາມຮຸນແຮງຂຶ້ນຕື່ມອີກ ແລະ ຂໍ້ກຳນົດການຢຸດປ່ອຍນ້ຳນີ້ ໄດ້ລະບຸໄວ້ໃນສັນຍາຂອງໂຄງການລະຫວ່າງລັດຖະບານລາວ ກັບບໍລິ ສັດໄຟຟ້ານ້ຳເທີນ 2 ຄືຖ້ານ້ຳເພີ່ມຂຶ້ນໃນລະດັບ 14,40 ແມັດເຊິ່ງເປັນລະດັບທີ່ໃກ້ຈະ ອັນຕະລາຍ,ໂຄງ ການຈະໄດ້ຫລຸດຜ່ອນການປ່ອຍນ້ຳລົງແລະຈະຢຸດການປ່ອຍນ້ຳບໍ່ໄຫລລົງລຸ່ມເຮືອນຈັກເມື່ອລະດັບນ້ຳເຊບັ້ງໄຟເພີ່ມຂຶ້ນລະດັບ 14,90 ແມັດສາມາດແທກໄດ້ຈາກຫລາວັດແທກລະດັບນ້ຳຂອງໂຄງການ.
            ທ່ານ ດຣ ດູລິດ ກ່າວຕື່ມວ່າ: ການຢຸດປ່ອຍນ້ຳຂອງໂຄງການນີ້ເລີ່ມແຕ່ວັນທີ 21 ເດືອນກໍລະ ກົດ ແລະ ຈະແກ່ຍາວເວລາໄປຕື່ມອີກ 3-4 ວັນຕາມລະດັບນ້ຳຕົວຈິງວ່າຈະເພີ່ມຂຶ້ນ ຫລື ຫລຸດລົງ.

No comments:

Post a Comment